ຫຼານນ້ອຍ ຢູ 8 Mazda GB FC ຈາກລາວ ຮ່ວມລາຍການໃຫຍ່ທີ່ປະເທດໄທ ລຸ້ນແຊ້ມລາຍການທີ 2

153

ເມື່ອບໍ່ດົນມານີ້ ທີມບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 8 ປີ (U8) ຈາກທີມ ມາສດ້າ ຈີບີ ເອັຟຊີ (Mazda GB FC) ທີ່ຫາກໍຄວ້າແຊ້ມລາຍການ LaLiga Youth Tournament ທີ່ປະເທດມາເລເຊຍ ໃນທ້າຍເດືອນກໍລະກົດຜ່ານມາ

ຫຼ້າສຸດຕອນເຊົ້າຂອງມື້ນີ້ວັນທີ 5 ສິງຫາ 2022 ອອກເດີນທາງເຂົ້າຮ່ວມການແຂ່ງຂັນລາຍການທີ 2 ຂອງປີນີ້ລາຍການ Football THAILAND CHAMPIONSHIP 2022 ເຊິ່ງເປັນລາຍການທີ່ໃຫຍ່ທີ່ສຸດ ຂອງຣາຊະອານາຈັກໄທ ກ່ອນທີ່ຈະລົງໃນວັນທີ 6 ສິງຫາ 2022 ດັ່ງນີ້:

– ນັດທຳອິດ ເວລາ 9:30ໂມງ ໃນວັນທີ 6 ສິງຫາ 2022
Mazda GB FC U8 vs ຮຮ ສາທິດເທດສະບານເມືອງ ຣາຊບຸຣີ
– ນັດທີສອງ ເວລາ 14:00ໂມງ ໃນວັນທີ 6 ສິງຫາ 2022
Mazda GB FC U8 VS MANEESUK
ຮ່ວມເອົາໃຈຊ່ວຍຫຼານນ້ອຍລາວ

ຂ່າວ: Larh Creators; ຮູບ: ໜຶ່ງ ສຸນັນໄຊ ແລະ Mazda GB FC