ຊົມເຊີຍນະຄອນຫຼວງເປີດຈຸດຂາຍຊີ້ນໝູ ລາຄາຖືກຊ່ວຍແບ່ງເບົາຊີວິດປະຊາຊົນ

199

ປະຈຸບັນລາຄາສິນຄ້າຕາມທ້ອງຕະຫຼາດສູງຂຶ້ນຫຼາຍ ເວົ້າລວມເວົ້າສະເພາະລາຄາຊີ້ນໝູ ທີ່ບາງຕະຫຼາດຂາຍສູງເຖິງ 80.000 ກີບຕໍ່ກິໂລ. ຫຼ້າສຸດໃນວັນ 4 ສິງຫາ 2022 ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການສະບັບເລກທີ 1276/ພອຄ.ນວ.ຄພນ ກ່ຽວກັບການຈຳໜ່າຍຊີ້ນໝູລາຄາລັດຊີ້ນຳ ຢູ່ນະຄອນຫຼວງວຽງຈັນ.


ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາ ແລະ ດັດສົມສິນຄ້າໃນຕະຫຼາດ ໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ, ມີຄວາມໝັ້ນຄົງທາງດ້ານການສະໜອງສິນຄ້າພຽງພໍກັບຄວາມຕ້ອງການ, ບໍ່ໃຫ້ມີຜົນກະທົບບໍ່ດີຕໍ່ສັງຄົມ, ຫຼີກລ່ຽງການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ການເກງກໍາໄລ ທີ່ບໍ່ສົມເຫດສົມຜົນເປັນການເອົາລັດເອົາປຽບຜູ້ບໍລິໂພກ.


ດັ່ງນັ້ນຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການດັ່ງນີ້: 1). ມອບໃຫ້ບໍລິສັດ ລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ, ຮ່ວມມືກັບຜູ້ປະກອບການຕະຫຼາດກະສິກໍາ, ຟາມລ້ຽງໝູ, ໂຮງງານ ແລະ ສະຫະກອນ ນຳເອົາສິນຄ້າປະເພດ ຊີ້ນໝູ ອອກຈຳໜ່າຍ ຢູ່ໃນນະຄອນຫຼວງວຽງຈັນ 02 ຈຸດ (ເລີ່ມແຕ່ວັນທີ 5 ສິງຫາ -5 ພະຈິກ 2022) ຄືດັ່ງນີ້:


+ຈຸດຈໍາໜ່າຍທີ 1: ຢູ່ຕະຫຼາດກະສິກໍາ, ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ຕັ້ງຢູ່ດ້ານຫຼັງພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ເວລາ 8:00 ໂມງ-17:00 ໂມງ, ວັນຈັນ-ວັນສຸກ) ເບີໂທຕິດຕໍ່: 020
2222 3339; 020 5564 6928.


+ຈຸດຈໍາໜ່າຍທີ 2: ຢູ່ຮ້ານວາງຂາຍສິນຄ້າ ຂອງລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ (ເວລາ 8:00 ໂມງ-17:00 ໂມງ, ວັນຈັນ-ວັນສຸກ) ເບີໂທຕິດຕໍ່: 020 2222 3339; 020 5564 6928.


ສ່ວນລາຄາຊີ້ນໝູ: ຊີ້ນໝູປະເພດ 1 ລາຄາສູງສຸດ 55.000 ກີບຕໍ່ກິໂລ; ຊີ້ນໝູປະເພດ 2 ລາຄາສຸງສຸດ 50.000 ກີບຕໍ່ກິໂລ. ພ້ອມມອບໃຫ້ຂະແໜງການຄ້າພາຍໃນຕິດຕາມ, ຊຸກຍູ້ວຽກງານດັ່ງກ່າວໃຫ້ມີປະສິດທິຜົນ ແລະ ລາຍງານສະພາບການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຊາບທ່ວງທັນເວລາ.