ລົດໄຟ ລາວ-ຈີນ ສາມາດຂົນສົ່ງຜູ້ໂດຍສານໄດ້ 7 ແສນກວ່າຄົນ

292

ນັບແຕ່ໂຄງການທາງລົດໄຟ ລາວ-ຈີນ ໄດ້ເປີດໃຫ້ບໍລິການ ແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາ ຮອດວັນທີ 2 ສິງຫາ 2022 ນີ້, ສາມາດຂົນສົ່ງຜູ້ໂດຍສານ ໄດ້ທັງໝົດ 701.600 ເທື່ອຄົນ, ສາມາດຂົນສົ່ງສິນຄ້າ ໄດ້ທັງໝົດ 1.027.000 ໂຕນ, ໃນນັ້ນ, ສິນຄ້າຈາກ ສປປ ລາວ ສົ່ງໄປ ສປ ຈີນ ມີ 773.400 ໂຕນ ເຊິ່ງປະກອບມີແຮ່ເຫລັກ, ແຮ່ເກືອກາລີ, ຖ່ານດຳ, ຢາງພາລາ, ແປ້ງມັນຕົ້ນ ແລະ ອື່ນໆ, ສ່ວນສິນຄ້າຈາກ ສປ ຈີນ ເຂົ້າມາ ສປປ ລາວ ມີທັງໝົດ 253.600 ໂຕນ, ມີປຸຍ, ເຄື່ອງໄຟຟ້າ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.

ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟ ລາວ-ຈີນ ລາຍງານໃຫ້ຮູ້ ໃນວັນທີ 3 ສິງຫາ 2022 ນີ້ວ່າ: ນັບແຕ່ເປີດບໍລິການແລ່ນລົດໄຟ ຢ່າງເປັນທາງການ ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ເອົາໃຈໃສ່ ດ້ານວຽກງານການບໍລິການໄດ້ໃນລະດັບສູງ, ສະໝໍ່າສະເໝີ ແລະ ມີຜົນປະໂຫຍດສູງສຸດຕໍ່ຜູ້ມາໃຊ້ບໍລິການ ໂດຍມີການປັບປຸງຂອດການບໍລິການ, ຄຸນນະພາບການບໍລິການໃຫ້ສູງຂຶ້ນ.

ສຳລັບໃນໄລຍະເວລາທີ່ມີຜູ້ໂດຍສານເປັນຈຳນວນຫລາຍ (ໃນຊ່ວງທີ່ມີເທດສະການ) ບໍລິສັດ ກໍໄດ້ເພີ່ມຖ້ຽວລົດໄຟ ດ້ວຍການເອົາລົດໄຟອີເອັມຢູ ສອງຄັນຕໍ່ໃສ່ກັນ ເພື່ອໃຫ້ສາມາດຂົນສົ່ງຜູ້ ໂດຍສານໃຫ້ໄດ້ຫລາຍຂຶ້ນ, ພ້ອມກັນນັ້ນ ກໍໄດ້ມີການແຕ່ງຕັ້ງພະນັກງານບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ມາຊ່ວຍສະຖານີ ແລະ ເປັນພະນັກງານບໍລິການເທິງລົດໄຟ.

ທ່ານ ດາວຈິນດາ ສີຫາລາດ ກ່າວອີກວ່າ: ບໍລິສັດທາງລົດໄຟ ລາວ-ຈີນ ຍັງໄດ້ສືບຕໍ່ຈັດຕັ້ງປະ ຕິບັດວຽກງານຈໍານວນໜຶ່ງ ທີ່ຍັງບໍ່ທັນສຳເລັດ ໃນໄລຍະການກໍ່ສ້າງ ເປັນຕົ້ນແມ່ນການແກ້ໄຂຮ່ອງລະ ບາຍນໍ້າ, ປັບປຸງລະບົບໄຟຟ້າການເດີນລົດ, ພ້ອມທັງ ຈະຂະຫຍາຍຊ່ອງບໍລິການຂາຍປີ້ລົດໄຟ, ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ຢູ່ນອກອາຄານສະຖານີ ເປັນຕົ້ນ ຫ້ອງນ້ຳ, ບ່ອນຈອດລົດ ແລະ ອື່ນໆ.

ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ຍັງໄດ້ໃຫ້ຄວາມສຳຄັນສູງຕໍ່ຄວາມປອດໄພ ຂອງການເດີນລົດໄຟ, ນອກຈາກໄດ້ເອົາໃຈໃສ່ໃນການກວດກາ, ສ້ອມແປງ ທີ່ເປັນວຽກງານທາງດ້ານເຕັກນິກຂອງທາງລົດໄຟແລ້ວ ຍັງໄດ້ມີການປະສານສົມທົບກັບກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະມີຜົນກະທົບເຖິງຄວາມປອດໄພໃນການເດີນລົດໄຟ.
ຂໍ້ມູນ: ປະເທດລາວ