ຢູ 16 ລາວ ຕ້ອງຍາດຄະແນນຈາກ ຢູ 16 ໄທ ເພື່ອລຸ້ນເຂົ້າຮອບບານເຕະຊີງແຊັມອາຊຽນ ແລງນີ້

288

ເປັນສິ່ງຈໍາເປັນທີ່ສຸດທີ່ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 16 ປີ ຈະຕ້ອງມີຄະແນນເປັນຢ່າງໜ້ອຍໃນນັດພົບກັບ ຢູ 16 ໄທ ໃຫ້ໄດ້ ໃນການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈໍາປີ 2022 ຮອບແບ່ງກຸ່ມໆ B ແລງຂອງມື້ນີ້ວັນທີ 4 ສິງຫາ 2022 ເວລາ 19:00 ໂມງທີ່ສະໜາມ SULTAN ANGUNG BANTUNG ປະເທດອິນໂດເນເຊຍ ເພາະຖ້າຫາກເສຍໂອກາດຕົກຮອບສູງ.

ການແຂ່ງຂັນບານເຕະລາຍການດັ່ງກ່າວມີເຖິງ 12 ປະເທດເຂົ້າຮ່ວມ, ແບ່ງອອກ ເປັນ 3 ກຸ່ມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີ 1 ທີມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ. ດັ່ງນັ້ນ, ນີ້ຖືວ່າເປັນອີກໜຶ່ງຄວາມທ້າທາຍຂອງ ຢູ 16 ລາວ ໃນການເຂົ້າຮອບ ຫຼັງຈາກນັດທໍາອິດເຮັດໄດ້ພຽງສະເໝີກັບ ຕີມໍ ເລັສເຕີ 1-1 ແນ່ນອນ 2 ນັດທີ່ເຫຼືອຕ້ອງຫ້າມເສຍເດັດຂາດ, ສ່ວນ ທີມຊາດໄທ ຖະຫຼົ່ມ ຕີມໍ ໄປຂາດລອຍ 5-0.

ໂດຍສະເພາະນັດທີ່ຈະພົບກັບ ທີມຊາດໄທ ໃນວັນທີ 4 ສິງຫາ 2022 ເວລາ 19:00 ທີມຊາດລາວ ພົບ ໄທ ຖືວ່າເປັນນັດທີ່ສໍາຄັນທີ່ສຸດ ຫ້າມເສຍ ແລະ ຕ້ອງມີຄະແນນເປັນຢ່າງໜ້ອຍ ເພື່ອໂອກາດຕໍ່ຍອດເຂົ້າຮ່ວມ ເພາະຖ້າຫາກເສຍໂອກາດຕົກຮອບສູງ ເຖິງວ່າຈະມີໂອກາດແກ້ຕົວນັດສຸດທ້າຍວັນທີ 07 ສິງຫາ 2022 ເວລາ 15:00 ທີມຊາດລາວ ພົບ ບຣູໄນ ກໍອາດບໍ່ເປັນຜົນ ເນື່ອງຈາກປັດຈຸບັນ ຢູ 16 ມີພຽງ 1 ຄະແນນ, ສ່ວນກຸ່ມອື່ນໆ ອັນດັບ 1 ກັບ ອັນດັບ 2 ຂອງກຸ່ມຕ່າງກໍມີ 3 ຄະແນນ.

ແນ່ນອນການພົບກັບ ທີມຊາດໄທ ຖືເປັນເປັນງານໜັກທີ່ສຸດຂອງກຸ່ມສໍາລັບ ຢູ 16 ລາວ ເພາະສະຖິຕິການພົບກັນ 5 ຄັ້ງທີ່ຜ່ານມາ ລາວ ຊະນະໄດ້ 1 ແລະ ສະເໝີ 1 ນັດ ທີ່ເຫຼືອເສຍທັງໝົດ
ຂ່າວ: Larh Creators; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ