“ ສະຫຼາດ ພ້ອມໃຊ້ ທັນສະໄໝ ” ຕ້ອງຍົກໃຫ້ຄົນນີ້ MGL 06 ຈິນຕະນາ ຄິດາພອນ

53

ແນະນໍາຮູ້ຈັກອີກໜຶ່ງຄົນ ທີ່ເປັນສາວສຸດຮັອດ ແລະ ກໍາລັງມາແຮງທີ່ສຸດຂອງເວທີ Miss Grand Laos 2022 ປີນີ້ເລີຍກໍວ່າໄດ້ ແຖມຍັງເປັນຕົວເຕັງຂອງເວທີການປະກວດໃນຄັ້ງນີ້ດ້ວຍ ນັ້ນກໍຄື MGL 06 ຈິນຕະນາ ຄິດາພອນ ( ຕາໂຕ ), ສ່ວນສູງ 168 ຊັງຕີແມັດ, ຈົບການສຶກສາຈາກມະຫາວິທະຍາໄລແຫ່ງຊາດ ເປັນຕົວເດັ່ນ ແລະ ສາຍແສງແຮງທີ່ສຸດຈົນແຟນນາງງາມເຊຍໃຫ້ໄດ້ມົງກຸດໃນການປະກວດຄັ້ງນີ້ດ້ວຍ.

ສໍາລັບ ຕາໂຕ ສາວງາມຕາຄົມໄດ້ໃຫ້ສໍາພາດວ່າ: ເຄີຍປະກວດ Miss world Laos 2018, Lao supermodel 2019 ແລະ ມາໃນປີນີ້ກໍຄືການປະກວດ Miss Grand Laos 2022 ນັ້ນເອງ ເຊິ່ງເຫດຜົນທີ່ ຕາໂຕ ມາປະກວດເວທີນີ້ກໍຄື ດ້ວຍບໍລິບົດຂອງເວທີ ແລະ ບຸກຄະລິກຂອງຕາໂຕ ທີ່ຄິດວ່າເຂົ້າກັບເວທີ. ສະນັ້ນ, ຕາໂຕ ເລີຍບໍ່ລັງເລທີ່ຈະປະກວດ ອີກຢ່າງຄົບຮອບ 10 ປີຂອງເວທີ ມິສແກຣນ ເລີຍບໍ່ພາດໂອກາດທີ່ຈະລົງປະກວດໃນຄັ້ງນີ້.

ສິ່ງທີ່ຄາດຫວັງໃນການປະກວດໃນຄັ້ງນີ້ ສໍາລັບຕາໂຕແລ້ວ ກໍຄືກັບຜູ້ເຂົ້າປະກວດທຸກຄົນເລີຍ ນັ້ນຄືມົງ ແລະ ມີນາມສະກຸນວ່າ Miss grand Laos 2022 ທີ່ເປັນຄວາມໃຝ່ຝັນຂອງແມ່ຍິງຫຼາຍໆຄົນ ແລະ ຕາໂຕຈະເຮັດເຕັມທີ່ ສຸດຄວາມສາມາດ ແລະ ຈະພາຍາຍາມໄປໃຫ້ເຖິງຈຸດໝາຍທີ່ຕັ້ງໄວ້ໃຫ້ສໍາເລັດ.

ຕາໂຕເອງຄິດວ່າ ຈຸດເດັ່ນທີ່ຕົນເອງມີ ເຊິ່ງນອກຈາກຄວາມໝັ້ນໃຈແລ້ວ ອີກໜຶ່ງຢ່າງທີ່ຕົນມີແຕກຕ່າງ ນັ້ນຄືຄວາມເປັນນາງງາມທີ່ພ້ອມໃຊ້ ນ້ອງກຽມ ຄວາມພ້ອມໃນທຸກໆດ້ານ ແລະ ຄວາມເປັນ fighter ໃນໂຕຕົນເອງ ແລະ ສິ່ງທີ່ຢາກໄດ້ມາຄອບຄອງທີ່ສຸດຄືຢາກໄດ້ມົງຈາກເວທີມິສແກຣນນັ້ນເອງ.

ຄະຕິປະຈໍາໃຈຂອງນ້ອງແມ່ນ “ ສະຫຼາດ ພ້ອມໃຊ້ ທັນສະໄໝ ”

ຖ້ານ້ອງໄດ້ຕຳແໜ່ງ Miss Grand Laos 2022 ມາຄອບຄອງ ນ້ອງຢາກເປັນກະບອກສຽງຊ່ວຍໃນເລື່ອງຂອງທຶນການສຶກສາ ເພາະການສຶກສາເປັນສິ່ງທີ່ສຳຄັນ ເພາະຍັງມີຫຼາຍບ່ອນທີ່ການຊ່ວຍເຫຼືອເຂົ້າບໍ່ເຖິງ ຖ້າຫາກພວກເຂົາເຫຼົ່ານັ້ນໄດ້ຮັບການຊ່ວຍເຫຼືອ ກໍຈະເປັນການດີຕໍ່ປະເທດຊາດເຮົາ ໃນພາຍພາກໜ້າເພາະການສຶກສາຈະເຮັດໃຫ້ປະເທດຊາດເຮົາມີບຸກຄະລາກອນທີ່ດີ ແລະ ພັດທະນາປະເທດຊາດຕໍ່ໄປໃນອະນາຄົດ.

ສຸດທ້າຍນີ້ ຕາໂຕ ຂໍຝາກໝູ່ເພື່ອນ, ອ້າຍເອື້ອຍນ້ອງ ເປັນກຳລັງໃຈໃຫ້ MGL06 ແດ່ເດີ ສັນຍາວ່າຈະເຮັດໜ້າທີ່ໃຫ້ດີທີ່ສຸດ ແລະ ທີ່ສຳຄັນຢ່າລືມໂຫວດໃຫ້ ຕາໂຕແດ່ເດີ. ຊ່ອງທາງການຕິດຕາມ Tato Jintana Kdp.

[ ຮູບ: Tato Jintana Kdp ]