ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມພື້ນທີ່ການຜະລິດຂອງປະຊາຊົນ ບ້ານໃຫຍ່ພັດທະນາ

150

ໃນວັນທີ 3 ສິງຫາ 2022 ນີ້ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມຂົງເຂດການຜະລິດເປັນສິນຄ້າຂອງປະຊາຊົນ ບ້ານ ໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ.

ໃຫ້ການຕ້ອນຮັບ ແລະ ນໍາພາລົງສູ່ພື້ນທີ່ການຜະລິດໂດຍມີ: ທ່ານ ພົງສະຫວັນ ສິດທະວົງ  ເຈົ້າແຂວງ ໄຊຍະບູລີ, ທ່ານ ກອງສີ ວົງສີ  ເຈົ້າເມືອງ ປາກລາຍ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງ ປາກລາຍ ແລະ ປະຊາຊົນຜູ້ປູກພືດເປັນສິນຄ້າເຂດບ້ານ ໃຫຍ່ພັດທະນາ ບວມເລົາ-ຜາແກ້ວ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການຢ້ຽມຢາມພື້ນທີ່ການຜະລິດເປັນສິນຄ້າຂອງປະຊາຊົນຄັ້ງນີ້ ແມ່ນໄດ້ເຂົ້າເບິ່ງສວນປູກມັນຕົ້ນ ແລະ ສວນສາລີ, ພ້ອມດຽວກັນກໍ່ໄດ້ເຂົ້າເບິ່ງການລ້ຽງງົວແບບເປັນກຸ່ມ, ເປັນຟາມ ຕິດພັນກັບການປູກຫຍ້າຂອງປະຊາຊົນບ້ານດັ່ງກ່າວ.

ຈາກນັ້ນກໍ່ໄດ້ເຂົ້າຢ້ຽມຊົມໂຮງງານຜະລິດແປ້ງມັນຕົ້ນຂອງ ບໍລິສັດ ພັດທະນາກ້າວໜ້າລາວ ຈໍາກັດ ແລະ ເບິ່ງ ໂຮງງານຜະລິດປຸຍຊີຜະພາບ ຂອງບໍລິສັດ ຈີນຊຸຸຍ ທີ່ຕັ້ງຢູ່ ບ້ານ ນໍ້າຊົ້ງ ເມືອງ ປາກລາຍຕື່ມອີກ.


ຂ່າວ-ພາ່ບ: ອຸ່ນເຮືອນ ໂພທິລັກ