ເຈົ້າໜ້າທີ່ການຄ້າແຂວງຜົ້ງສາລີລົງຊຸກຍູ້ການຂາຍສິນຄ້າໂອດັອບ

107

ສິນຄ້າທີ່ໄດ້ຮັບການຢັ້ງຢືນກາໝາຍໂອດັອບແຫ່ງຊາດ ນັບວ່າເປັນຜະລິດຕະພັນທີ່ມີຄຸນນະພາບ ເຊິ່ງລ້ວນໄດ້ຜ່ານຂະບວນກຕາມບັນດາເງື່ອນໄຂມາດຕະຖານທີ່ຕັ້ງໄວ້ ສະນັ້ນເມື່ອໄດ້ນາມມະຍົດໂອດັອບມາແລ້ວຕ້ອງສ້າງຄຸນຄ່າໃຫ້ປະຊາຊົນຮັບຮູ້ ແລະສະໜັບສະໜູນ.

ດັ່ງນັ້ນ, ເພື່ອສົ່ງເສີມສິນຄ້າໂອດັອບໃນແຂວງຜົ້ງສາລີ ໃນລະຫວ່າງ ວັນທີ 26-27 ກໍລະກົດ 2022 ທີມງານພະແນກອຸດສາຫະກຳ ແລະການຄ້າ ແຂວງຜົ້ງສາລີ ສົມທົບກັບ ຫ້ອງການ ອຸດສາຫະກຳ ແລະການຄ້າ ເມືອງຜົ້ງສາລີ ແລະ ເມືອງບຸນເໜືອ ຈິ່ງໄດ້ລົງຕິດຕາມ ແລະ ກວດກາຄືນຮ້ານຂາຍຜະລິດຕະພັນສິນຄ້າໂອດອບ ແຫ່ງຊາດ ຂອງແຂວງຜົ້ງສາລີ ແຫ່ງທີ 1 ຢູ່ບ້ານຮົ່ມສະຫວ່າງ ເມືອງຜົ້ງສາລີ, ແຫ່ງທີ 2 ຢູ່ບ້ານໂພນໂຮມ ເມືອງບຸນເໜືອ ແລະ ຮ້ານຂາຍຜະລິດຕະພັນເຄື່ອງຊົນເຜົ່າ ຢູ່ບ້ານໂນນສະຫວ່າງ ເມືອງບຸນເໜືອ.


ຈຸດປະສົງໃນການລົງຕິດຕາມ ແລະ ກວດກາຮ້ານຂາຍຜະລິດຕະພັນສິນຄ້າໂອດອບ ແຫ່ງຊາດ ຂອງແຂວງຜົ້ງສາລີ ເພື່ອຕິດຕາມການຊື້-ຂາຍ, ການຕິດລາຄາ, ການຈັດວາງປະເພດສິນຄ້າ ຂອງຮ້ານຂາຍຜະລິດຕະພັນສິນຄ້າໂອດອບ ແຫ່ງຊາດ ແລະ ເກັບກຳຂໍ້ມູນ ນັບແຕ່ເລີ່ມເປີດຮ້ານຈົນເຖິງປັດຈຸບັນມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້.

ຈາກນັ້ນທີມງານກໍ່ໄດ້ແນະນໍາໃຫ້ຮ້ານຂາຍຜະລິດຕະພັນໂອດອບ ແຫ່ງຊາດ ກ່ຽວກັບການນໍາເອົາຜະລິດຕະພັນສິນຄ້າໂອດອບ ແຫ່ງຊາດ ຂອງແຂວງຜົ້ງສາລີໃຫ້ມີວາງຂາຍໃນຮ້ານຄົບຈໍານວນ 19 ກາໝາຍ ແລະ ໄດ້ແນະນໍາໃຫ້ຕິດປ້າຍລາຄາສິນຄ້າແຕ່ລະລາຍການເປັນປົກກະຕິ.