ລາວ-ຍີ່ປຸ່ນ ຮ່ວມກັນເຊັນບົດບັນທຶກກ່ຽວກັບການຈ້າງແຮງງານລາວທີ່ມີສີມື

111

ໃນວັນທີ 28 ກໍລະກົດ 2022, ທີ່ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນບົດບັນທຶກການຮ່ວມມື (MOC) ກ່ຽວກັບການຈ້າງແຮງງານລາວ ທີ່ມີສີມືໄປເຮັດວຽກຢູ່ປະເທດຍີ່ປຸ່ນ, ລະຫວ່າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປລາວ ແລະ ກະຊວງຍຸຕິທຳ ຍີ່ປຸ່ນ.


ການເຊັນສັນຍາຄັ້ງນີ້, ແມ່ນເປັນການເຊັນ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປລາວ, ເຊິ່ງຕ່າງໜ້າລັດຖະບານລາວ ກັບ ກະຊວງຍຸຕິທຳຍີ່ປຸ່ນ ; ຕ່າງໜ້າ ເຊັນໂດຍ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ຊຶຊິມະ ຈຸນ, ຮອງລັດຖະມົນຕີກະຊວງຍຸຕິທຳຍີ່ປຸ່ນ, ໂດຍເປັນນກຽດເຂົ້າຮວ່ມ ຂອງ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ເຄະນິຈິ ໂຄບາຢາຊິ ເອກອັກຄະລັດຖະທູດຍີປຸ່ນ ປະຈໍາລາວ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ທ່ານ ພົງໄຊສັກ ອິນຖາລາດ ໄດ້ກ່າວວ່າ: ການຮ່ວມມື ລະຫວ່າງ ສອງລັດຖະບານ, ກໍຄືສອງປະເທດ ລາວ-ຍີປຸ່ນ ກ່ຽວກັບການຈ້າງແຮງງານລາວທີ່ມີສີມື ພາຍໃຕ້ບົດບັນທຶກການຮ່ວມມື ໃນຄັ້ງນີ້ , ຖືເປັນນິມິດໝາຍອັນດີ ເພື່ອຊ່ວຍໃຫ້ແຮງງານລາວທີ່ມີສີມືລະດັບໃດໜຶ່ງ ໄດ້ຮັບການພັດທະນາຄວາມຮູ້, ຄວາມສາມາດ ຜ່ານການໄປເຮັດວຽກຢູ່ປະເທດຍີປຸ່ນ.

ພ້ອມນີ້ ກໍເປັນການປົກປ້ອງຜູ້ອອກແຮງງານ, ການສ້າງກອບການຮ່ວມມືດ້ານຂໍ້ມູນຂ່າວສານ ໃນການສົ່ງ ແລະ ຮັບເອົາຜູ້ອອກແຮງງານທີ່ີມີສີມືໃຫ້ຖືກຕ້ອງ ແລະ ເໝາະສົມ, ທັງເປັນການແກ້ໄຂບັນຫາການລັກລອບໄປເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍ ເພື່ອຜົນປະ ໂຫຍດຂອງທັງສອງປະເທດ ໂດຍຜ່ານລະບົບການຮ່ວມມືທີ່ຖືກຕ້ອງ, ໃນນາມຕາງໜ້າໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍຄື ລັດຖະບານ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືຂອງລັດຖະບານປະເທດຍີ່ປຸ່ນ ແລະ ສະແດງຄວາມຂອບໃຈມາຍັງກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ, ກະຊວງສາທາ ແຮງງານ ແລະ ສະຫວັດດີການ, ອົງການຕໍາຫຼວດແຫ່ງຊາດ ແລະ ສະຖານເອກອັກຄະລັດຖະທູດ ຍີປຸ່ນ ປະຈໍາລາວ ທີ່ໃຫ້ການຮ່ວມມື ແລະ ອູ້ມຊູຊ່ວຍເຫຼືອພວກເຮົາດ້ວຍດີຕະຫຼອດມາ ແລະ ເຊື່ອໝັ້ນວ່າ ສາຍພົວພັນອັນດີນີ້ ຈະໝັ້ນຄົງທະນົງແກ່ນສືບຕໍ່ໄປ.


ສຳລັບ ບົດບັນທຶກການຮ່ວມມືລະຫວ່າງປະເທດຍີ່ປຸ່ນ ແລະ ສປປ ລາວ ໃນຂອບພື້ນຖານດ້ານຂໍ້ມູນຂ່າວສານເພື່ອປະຕິບັດຕາມລະບົບການພັກອາໄສຢູ່ປະເທດຍີ່ປຸ່ນຂອງຄົນຕ່າງປະເທດໃນສະຖານະງານທີ່ມີສີມື ” ໃຫ້ຖືກຕ້ອງ ແລະ ເຫມາະສົມ, ພ້ອມນັ້ນ ບົດບັນທຶກການຮ່ວມມືສະບັບນີ້ແມ່ນເພື່ອຮັບປະກັນໃນການສົ່ງ-ຮັບເອົາ ຜູ້ອອກແຮງງານທີ່ມີສີມືໃດຫນື່ງໄປເຮັດວຽກຢູ່ປະເທດຍີ່ປຸ່ນໃຫ້ຖືກ ຕ້ອງ ແລະ ເຫມາະສົມລະຫວ່າງສອງປະເທດ.

ໂດຍສະເພາະ ເພື່ອກຳຈັດຂະບວນການນາຍຫນ້າທີ່ບໍ່ຖືກຕ້ອງຕາມກົດຫມາຍ, ລວມທັງ ປືກສາຫາລືເພື່ອແກ້ໄຂບັນຫາທີ່ເກີດລະບົບການຮ່ວມມືສະບັບນີ້ໃຫ້ຖືກ ຕ້ອງ ເພື່ອຜົນປະໂຫຍດຂອງທັງສອງປະເທດ, ໂດຍກະຊວງການຕ່າງປະເທດຍີ່ປຸ່ນ ຈະປະສານສົມທົບກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງຂອງຍີ່ປຸ່ນ ປະຕິບັດລະບົບການຮ່ວມມືສະບັບນີ້ໃຫ້ຖືກຕ້ອງ ເພື່ອຜົນປະໂຫຍດຂອງສອງປະເທດ.

(ຂ່າວສານຮສສ)