ຝາກເຊຍ ອີ້ງ ສຸກັນຍາ ສຸລິວົງMGL16 ເພື່ອຄວ້າມົງໃຫຍ່ Miss Grand Laos 2022

169

ສາວງາມຜູ້ເຂົ້າປະກວດໃນເວທີ Miss Grand Laos 2022 ອີກໜຶ່ງຄົນ ທີ່ສື່ຫຼາຍສໍານັກວິເຄາະໃຫ້ເປັນອີກໜຶ່ງຕົວເຕັງຂອງການປະກວດໃນປີນີ້ ແລະ ຫຼ້າສຸດກໍຜ່ານເຂົ້າຮອບ 20 ຄົນ ເປັນທີ່ຮຽບຮ້ອຍແລ້ວ ສໍາລັບຄົນນີ້ ສຸກັນຍາ ສຸລິວົງ ຫຼື ອີ້ງ MGL16 ປັດຈຸບັນອາຍຸ 24ປີ, ສ່ວນສູງ 1,66 ຊັງຕີແມັດ, ຈົບການສຶກສາລະດັບປະລິນຍາຕີ ຈາກມະຫາວິທະໄລ yunnan Minzu university.

ນ້ອງອີ້ງ ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ການປະກວດທີ່ເປັນຜົນງານຜ່ານມາ ແມ່ນເຄີຍປະກວດມາແລ້ວຫຼາຍເວທີເຊັ່ນ ເຄີຍປະກວດ Miss Laos 2020 ແມ່ນເຂົ້າຮອບ top40, Miss world 2021 ກໍເຂົ້າຮອບ top10, ແລະ Miss supranational 2021 ກໍໄດ້ເຂົ້າຮອບ top5 ນັ້ນເອງ.

ສໍາລັບເຫດຜົນທີ່ນ້ອງເອງ ເລືອກລົງປະກວດໃນເວທີ Miss Grand Laos ນີ້ ແມ່ນກ່ອນອື່ນເລີຍ ເປັນເວທີປະກວດນາງງາມລະດັບນານາຊາດໃໝ່ ອີ້ງສຶກສາ ແລະ ຕິດຕາມການປະກວດ Miss grand ມາເລື້ອຍໆ ຈົນເຖິງມາປະກວດໃນປີນີ້ ຄິດວ່າເວທີນີ້ແລະ ທີ່ຕອບໂຈດ ແລະ ເຂົ້າກັບບຸກຄະລິກຂອງຕົນເອງດີເລີຍ ຈຶ່ງເຮັດໃຫ້ຕັດສິນໃຈລົງປະກວດອີກຄັ້ງ.

ຄວາມຄາດຫວັງຂອງອີ້ງ ທຸກເວທີ່ທຸກປີທີ່ປະກວດ ຕົນເອງຫວັງຢາກຕິດ top1 ໃນ 3 ຢູ່ແລ້ວ ແຕ່ບົດຮຽນ ແລະ ປະສົບການທີ່ຜ່ານມາເຮົາອາດຈະບໍ່ເໝາະກັບເວທີນັ້ນກໍເປັນໄດ້ ແຕ່ວ່າການປະກວດ Miss Grand Laos 2022 ປີນີ້ ຕ້ອງເຮັດໃຫ້ຕົວເອງມີຄວາມສຸກ ແລະ ເຕັມທີ່ໄປກັບກອງປະກວດທຸກມື້ ທີ່ສຳຄັນຄືສຸຂະພາບ ອີ້ງ ໃຫ້ຄວາມສຳຄັນຫຼາຍກັບເລື່ອງນີ້ ແລະ ອີ້ງ ກໍຍັງຫວັງວ່າປີນີ້ຂໍໃຫ້ໄດ້ຈັບໄມ ເປັນຜູ້ເຂົ້າປະກວດທີ່ຕິດ 1 ໃນສາມຄົນ.

ຈຸດເດັ່ນທີ່ຄິດວ່າຕົນເອງແຕກຕ່າງຈາກຜູ້ເຂົ້າປະກວດອື່ນ ຕົວອີ້ງເອງຄິດວ່າຄວາມເປັນຕົວຂອງຕົວເອງ ຈາກປະສົບການທີ່ຜ່ານມາໄດ້ສອນຫຼາຍຢ່າງ ແຕ່ການເປັນຕົວຂອງຕົນເອງນັ້ນ ຈະຕ້ອງບໍ່ທຳຮ້າຍໃຜດ້ວຍຄຳເວົ້າ ແລະ ການກະທຳ ເພາະນັ້ນຈະສົ່ງຜົນເສຍໃຫ້ເຮົາໃນອະນາຄົດໃນການເຂົ້າສັງຄົມ ທີ່ສຳຄັນການເປັນຕົວຂອງຕົວເອງແມ່ນຕ້ອງຈິງໃຈທັງວາຈາ ຈິດໃຈ ເພາະຄົນຟັງ ແລະ ຄົນທີ່ຈ້ອງເບິ່ງ ເຂົາຈະເຫັນ, ສຳຜັດໄດ້ເອງ.

ຄະຕິປະຈໍາໃຈ “ ຄວາມດີຈະຊະນະທຸກຢ່າງ ແຕ່ຕ້ອງດີໃຫ້ຖືກທີ່ ຖືກເວລາ ”

ຖ້າໄດ້ຕຳແໜ່ງໃນປີນີ້ ອີ້ງຢາກເປັນກະບອກສຽງນ້ອຍໆວ່າ ການທີ່ເຮົາເປັນແມ່ຍິງລາວ ທີ່ເປັນແມ່ຍິງລາວຍຸກໃໝ່ ຍຸກ2022 ເຮົາຕ້ອງກ້າຄິດ ກ້າອອກຄຳເຫັນ ແລະ ກ້າທີ່ຈະຕັດສິນໃຈ ຢາກຝາກເຖິງນ້ອງໆທີ່ກຳລັງສຶກສາຮ່ຳຮຽນຢູ່ນັ້ນ ເມື່ອມີໂອກາດໄດ້ຮຽນແລ້ວໃຫ້ພາກັນຕັ້ງໃຈຮ່ຳຮຽນ ເພາະການສຶກສານັ້ນສຳຄັນຫຼາຍໃນຍຸກປັດຈຸບັນ ເພາະຈະບົ່ງບອກ ແລະ ສະແດງເຖິງຫຼາຍໆອົງປະກອບໂດຍລວມ ເພາະຍັງມີເດັກນ້ອຍທີ່ດ້ອຍໂອກາດຫຼາຍພື້ນທີ່ຫຼາຍຂົງເຂດທີ່ພາກສ່ວນກ່ຽວຂ້ອງຍັງເຂົ້າບໍ່ເຖິງ ແລະ ອີ້ງຢາກເປັນກະບອກຊ່ວຍໃນເລື່ອງການສຶກສາຮ່ຳຮຽນຂອງນ້ອງໆ ຖ້າໄດ້ມີໂອກາດຈະໄປລົງພື້ນທີ່ເອງເລີຍ

ສຸດທ້າຍນີ້ ອີ້ງ ຂໍກຳລັງໃຈຈາກທຸກຄົນບໍ່ວ່າຈະຢູ່ພາກກາງ, ພາກໃຕ້, ພາກເໜືອ ຝາກເຊຍ MGL16 ແດ່ເດີ ສັນຍາວ່າຈະບໍ່ເຮັດໃຫ້ຜິດຫວັງແນ່ນອນ ສາວຕົວນ້ອຍແຕ່ໃຈສູ້ເຕັມຮ້ອຍ.

[ ຮູບ: Soulivong Soukanya]