ສົມກັບເປັນຕົວເຕັງ ຄວາມສາມາດພ້ອມເວົ້າໄດ້ເຖິງ 4ພາສາ ມິມີ່ ຈິດຕາ ທິບພອນໂພສີ MGL09

379

ທໍາຄວາມຮູ້ຈັກສາວງາມຜູ້ເຂົ້າປະກວດໃນເວທີໃຫຍ່ Miss Grand Laos 2022 ແລະ ເປັນຕົວເຕັງຂອງເວທີປະກວດ.

ນອກຈາກຜ່ານເຂົ້າຮອບ 20 ຄົນແລ້ວ ຍ້ອນຄວາມງາມ ແລະ ຄວາມໂດດເດັ່ນທີ່ມີໃນຕົວ ສາມາດຕິດ Top 5 Popular  Vote – Miss Grand Laos 2022 ດ້ວຍ ເຊິ່ງສາວງາມທີ່ເຮົາກໍາລັງເວົ້າເຖິງຢູ່ນີ້ກໍຄື ຈິດຕາ ທິບພອນໂພສີ ຫຼື ມິມີ່ MGL 09 ປັດຈຸບັນອາຍຸ 25 ປີ ສູງ 172 ຊັງຕີແມັດ, ນ້ຳໜັກ 49,8 ກິໂລກຣາມ, ສັດສ່ວນ 32 –   23 – 36 ເກີດ ແລະ ເຕີບໃຫຍ່ໃນນະຄອນຫຼວງວຽງຈັນ, ຮຽນຈົບຈາກສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ ປັດຈຸບັນທັງຮຽນຕໍ່ຢູ່ວິທະຍາໄລເຕັກນິກປາກປ່າສັກ ປີ 3 ຫ້ອງ HTM3/2 ແລະ ເຮັດວຽກເປັນພະນັກງານຕ້ອນຮັບເທິງເຮືອບິນ ຢູ່ບໍລິສັດ private jet ຍົນສ່ວນຕົວ ແລະ ຍັງຮຽນຈົບພາສາອັງກິດຢູ່ Petaling japa,Selangor, Malaysia.

ທີມຂ່າວບັນເທີງກໍໄດ້ມີໂອກາດສໍາພາດ ມິມີ່ ນ້ອງບອກວ່າ: ຜ່ານມາແມ່ນເຄີຍລົງປະກວດ Miss Laos 2020, ເດີນແບບ wow fashion week ແລະ ຫຼ້າສຸດເຄີຍເປັນນາງແບບໃຫ້ Lao fashion week 2022 ຈຸດເລີ່ມຕົ້ນຂອງການມາປະກວດຄັ້ງນີ້ແມ່ນ ແນ່ນອນວ່າແມ່ຍິງທຸກຄົນມີຄວາມຝັນ ແລະ ນ້ອງກໍເປັນໜຶ່ງໃນນັ້ນທີ່ຢາກເຮັດໃຫ້ຄວາມຝັນຂອງຕົນເອງເປັນຈິງ ແມ່ຍິງທຸກຄົນງາມໝົດແຕ່ຖ້າງາມແທ້ໆກໍຕ້ອງມີມົງກຸດຢັ້ງຢືນ ເພາະນ້ອງເຊື່ອວ່າ ການທີ່ເຮົາຜ່ານການປະກວດ ໄດ້ຕຳແໜ່ງ ຫຼື ບໍ່ໄດ້ຕຳແໜ່ງມັນກໍເປັນການພິສູດແລ້ວວ່າ ນ້ອງຄືຄົນງາມທີ່ແທ້ຈິງ.

ສໍາລັບຄວາມຄາດຫວັງຂອງນ້ອງໃນການປະກວດຄັ້ງນີ້ ກໍຄືການໄດ້ຮັບຕຳແໜ່ງເປັນ Miss Grand Laos 2022 ໄດ້ເປັນຕົວແທນຂອງປະເທດລາວ ໄປແຂ່ງທີ່ປະເທດອິນໂດເນເຊຍ ເພື່ອທີ່ຈະໄດ້ໄປເຜີຍແຜ່ວັດທະນະທຳ, ເຜີຍແຜ່ການທ່ອງທ່ຽວ, ຮີດຄອງປະເພນີໃຫ້ຄົນຕ່າງປະເທດ ກໍຄືສາກົນໄດ້ຮັບຮູ້ ເພາະອີງຈາກປະສົບການ ການເຮັດວຽກນ້ອງພົບຄົນຕ່າງປະເທດບາງຄົນຍັງບໍ່ຮູ້ຈັກຊ້ຳວ່າມີປະເທດລາວ ແລະ ຢູ່ໃສ ເຊິ່ງມັນກໍເປັນຄວາມອືດອັ້ນຕັນໃຈຢາກຈະໄປປະກາດໃຫ້ຕ່າງປະເທດຮູ້ວ່າມີປະເທດລາວຢູ່ ຂ້ອຍນີ້ແລະຄືຄົນລາວ.

ຈຸດເດັ່ນຂອງຕົວເອງຄື ນ້ອງເປັນຄົນສູງ ແລະ ມີຮູບຮ່າງສວຍງາມສົມສ່ວນ ເປັນຄົນແອວນ້ອຍ ແຕ່ມີກົ້ນມີກະໂພກ ( ໄດ້ຫຸ່ນແມ່ມາ 555 ) ແລະ ສາມາດສື່ສານໄດ້ 4 ພາສາ ເຊັ່ນ: ໄທ, ອັງກິດ, ຈີນ ແລະ ເກົາຫຼີ ເຊິ່ງແປວ່າ ນ້ອງສາມາດເດີນທາງໄປໃສກໍໄດ້ ສາມາດເພິ່ງພາຕົວເອງໄດ້ ໂດຍທີ່ບໍ່ຈຳເປັນຕ້ອງມີຄົນແປພາສາ ເຊິ່ງສິ່ງນີ້ນ້ອງວ່ານ້ອງແຕກຕ່າງຈາກຜູ້ປະກວດຄົນອື່ນ ເລື່ອງການເດີນທາງບໍ່ມີບັນຫາເລີຍ ເພາະນ້ອງເດີນທາງປະຈຳຢູ່ແລ້ວ.

ຄຳຄົມ ຫຼື ຄະຕິປະຈຳໃຈນ້ອງແມ່ນ “ ຄວາມຝັນທັງໝົດຂອງເຮົາ ສາມາດເປັນຈິງໄດ້ ຖ້າເຮົາມີຄວາມກ້າທີ່ຈະໄລ່ຕາມຄວາມຝັນ ແລະ ສູ້ເພື່ອມັນ ” All our dreams can come true, if we have the courage to pursue them. Fight for it

ຖ້າໄດ້ຕຳແໜ່ງ ນ້ອງຢາກເປັນຕົວແທນເປັນແຮງພັກດັນໃຫ້ກັບສາວໆທຸກຄົນທີ່ມີຄວາມຝັນ ໃຫ້ສູ້ເພື່ອມັນ ເພາະສິ່ງທີ່ເຈົ້າສູ້ຢູ່ນັ້ນມື້ໜຶ່ງມັນຈະເປັນຂອງເຈົ້າ ແລະ ຄ່ອຍເປັນສື່ກາງ ເປັນແບບຢ່າງທີ່ດີໃຫ້ນ້ອງໆຮຸ່ນໃໝ່ ທີ່ຈິງໃຈແທ້ ນ້ອງຢາກເຮັດມູນນິທິຊ່ວຍເຫຼືອສັງຄົມຊ່ວຍຄົນທີ່ພົບກັບໄພໜາວ, ໄພແລ້ງ ຫຼື ຂາດແຄນເຂດຊົນນະບົດ ແລະ ສຸດທ້າຍນີ້ຢ່າລືມຮ່ວມໂຫວດ, ເຊຍເປັນກຳລັງໃຈໃຫ້ ມິມີ່ MGL 09 ແດ່ເດີ ຕ້ອງການກໍາລັງໃຈຈາກທຸກຄົນເນີ.