6 ເດືອນຕົ້ນປີນີ້ ເສດຖະກິດ ຂອງແຂວງອຸດົມໄຊ ຂະຫຍາຍຕົວ 2,11%

104

ໃນໄລຍະ 6 ເດືອນຜ່ານມາ ແຂວງອຸດົມໄຊ ຍັງສືບຕໍ່ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລບຽບຮຽບຮ້ອຍທາງສັງຄົມ ຢ່າງຫນັກແຫນ້ນ ໂດຍຕິດພັນກັບການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ, ຂ່ຳນັບຮັບຕ້ອນ ວັນປະຫວັດສາດ ເຊິ່ງໄດ້ກາຍເປັນປັດໃຈພື້ນຖານ ທີ່ອຳນວຍຄວາມສະດວກ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ມີບາດກ້າວຂະຫຍາຍຕົວ ຢ່າງຕໍ່ເນື່ອງ.

ອີງຕາມການສະຫລຸບ ລາຍງານຂອງພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໃນກອງປະຊຸມ ອົງການປົກຄອງແຂວງ ຄັ້ງທີ 1 ປີ 2022 ຫວ່າງວັນທີ 27-28 ກໍລະກົດ 2022 ເຫັນວ່າ: ເສດຖະກິດ ຂອງແຂວງອຸດົມໄຊ ໃນໄລຍະ 6 ເດືອນຕົ້ນປີ 2022 ມີການຂະຫຍາຍຕົວ 2,11% (ມະຕິສະພາຮັບຮອງ 4,75%) ຄິດໄລ່ເປັນມູນຄ່າຕາມລາຄາປີ ເທົ່າກັບ 5.872,87 ຕື້ກີບ (5 ພັນ 872 ກວ່າຕື້ກີບ) ເທົ່າກັບ 97,47% ຂອງແຜນການປີ (ມະຕິສະພາຮັບຮອງແມ່ນ 6.025,47 ຕື້ກີບ) ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.390 ໂດລາສະຫະລັດ (ມະຕິສະພາຮັບຮອງແມ່ນ 1.790 ໂດລາສະຫະລັດ) ໃນນີ້ ຂະແຫນງກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວ 0,96% ກວມເອົາ 36,85% ຂອງ GDP, ຂະແຫນງອຸດສາຫະກຳ ຂະຫຍາຍຕົວ 2,40% ກວມເອົາ 17,05% ຂອງ GDP, ຂະແຫນງບໍລິການ ຂະຫຍາຍຕົວ 2,88% ກວມເອົາ 44,68 % ຂອງ GDP ແລະ ພາສີອາກອນຜະລິດຕະພັນ ແລະ ຂາເຂົ້າ ຂະຫຍາຍຕົວ 0,73% ກວມເອົາ 1,42% ຂອງ GDP.

ໂດຍລວມແລ້ວ ເສດຖະກິດ-ສັງຄົມ ຂອງແຂວງ ຍັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ເມື່ອທ່ຽບໃສ່ທິດທາງແຜນການ ກໍຄື ມະຕິທີ່ສະພາປະຊາຊົນແຂວງຮັບຮອງ ໃນໄລຍະຜ່ານມາແລ້ວ ເຫັນວ່າ: ຍັງບໍ່ທັນບັນລຸຕາມລະດັບຄາດຫມາຍ ເຊິ່ງສາເຫດໂດຍລວມ ແມ່ນເນື່ອງມາຈາກການດຳລົງຊີວິດຂອງປະຊາຊົນ ຍັງພົບຄວາມຫຍຸ້ງຍາກ ຍ້ອນເສດຖະກິດ-ການເງິນ, ຄ່າຄອງຊີບ, ລາຄາສິນຄ້າ, ເຄື່ອງອຸປະໂພກ-ບໍລິໂພກ ມີການເໜັງຕີງເພີ່ມຂຶ້ນສູງ ແລະເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນເຊັ່ນກັນ.

ຂໍ້ມູນຈາກ: ສະຖານີວິທະຍຸແລະ ໂທລະພາບ ແຂວງ ອຸດົມໄຊ