ສູ້ໆ! ຢູ 16 ລາວ ປະກາດ 27 ລາຍຊື່ນັກເຕະ ເຂົ້າຮ່ວມບານເຕະຊີງແຊັມອາຊຽນ 2022

157

ສະຫະພັນບານເຕະແຫ່ງຊາດລາວ ປະກາດ 27 ລາຍຊື່ນັກເຕະທີມຊາດລາວ ໃນຮຸຸ່ນອາຍຸບໍ່ເກີນ 16 ປີ ເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 16 ປີ ປະຈໍາປີ 2022 ໂດຍມີ 12 ປະເທດເຂົ້າຮ່ວມ, ແບ່ງອອກ ເປັນ 3 ກຸ່ມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີ 1 ທີມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ.

ສໍາລັບ ທີມຊາດລາວແມ່ນຢູ່ກຸ່ມ B ປະກອບມີ: ລາວ, ບຣູໄນ, ໄທ ແລະ ຕີມໍ ເລສເຕ ຈະແຂ່ງຂັນລະຫວ່າງວັນຍທີ 31 ກໍລະກົດ – 12 ສິງຫາ 2022 ທີ່ປະເທດອິນໂດເນເຊຍ ໄດ້ຮັບກຽດເປັນເຈົ້າພາບ ໂດຍທີມຊາດລາວ ຢູ 16 ຊຸດນີ້ນໍາໂດຍ ທ່ານ ກັນລະຍາ ສີສົມຫວັງ ໂດຍມີຜູ້ຊ່ວຍຄູຝຶກ ທ່ານ ພຸດປະສົງ ແສງດາລາວົງ, ທ່ານ ສອນວິໄລ ສີຫາວົງ ແລະ ຄູຝຶກຜູ້ຮັກສາປະຕູ ທ່ານ ແສງເພັດ ວົງໄຊຍະລາດ, ທີມຊາດລາວ ຢູ 16 ໄດ້ເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 6 ມິຖຸນາ 2022 ເປັນຕົ້ນມາ ໂດຍມີນັກກີລາທັງຫມົດ 35 ຄົນຮ່ວມຄັດເລືອກ ແລະ ສາມາດຄັດເລືອກໄດ້ 27 ນັກກີລາ ເຂົ້າຮ່ວມ ການແຂ່ງຂັນ ມີລາຍຊື່ດັ່ງລຸ່ມນີ້:

+ ຜູ້ຮັກສາປະຕູ
1. ກົບ ໂລກພະທິບ ຈາກ ເອສະຣາ ເອັຟຊີ
2. ສຸລິສັກ ໝັ້ນປະເສີດ ຈາກ ແຂວງຈຳປາສັກ
3. ສຸກສະໝອນ ເວທີຕະ ຈາກ ອາຄາເດມີ ມຊ
4. ຈັນທະວີສຸກ ໝູວໍລະວົງ ຈາກ ແຂວງສະຫວັນນະເຂດ

+ ກອງຫຼັງ
5. ພອນຜາສຸກ ມະໄລເມືອງ ຈາກ ແຂວງຈຳປາສັກ
6. ດູລະໄນ ແກ້ວມະນີວົງ ຈາກ ນະຄອນຫຼວງວຽງຈັນ
7. ຂຸນວັງ ສູນດາລາ ຈາກ ໄອ-ສະປອດ ເອັຟຊີ
8. ໃຈເພັດ ພອນບຸນມີ ຈາກ ເອສະຣາ


9. ໄຊຍະສຸກ ແກ້ວວິສອນ ຈາກ ເອສະຣາ
10. ຈັນທະວີສຸກ ພົງສະຫວັດ ຈາກ ແຂວງ ຈຳປາສັກ
11. ຄໍາໝັ້ນ ທາປະເສີດ ຈາກ ແຂວງ ສະຫວັນນະເຂດ

+ ກອງກາງ
12. ບິນລີ້ ໂດນສະໜູພິດ ຈາກ ເອສະຣາ
13. ໄຊຊະນະ ສີຫາລາດ ຈາກ ເອສະຣາ
14. ອາລິຍະກອນ ຟອງສະຫວັນ ຈາກ ນະຄອນຫຼວງ (ມສ ຫງວຽນຍູ)
15. ພູສົມບູນ ປັນຍາວົງ ຈາກ ນະຄອນຫຼວງ (ມສ ຫງວຽນຍູ)

16. ສີສະຫວາດ ແກ້ວມຸງຄຸນ ຈາກ ນະຄອນຫຼວງ (ມສ ຫງວຽນຍູ)
17. ສົງການ ລິຍະສັກ ຈາກ ແຂວງ ອຸດົມໄຊ
18. ສີທອນ ໄຊຍະລາງ ຈາກ ແຂວງ ອຸດົມໄຊ
19. ຄູນທະວີ ທອງມະນີ ຈາກ ນະຄອນຫຼວງ (ມສ ຫງວຽນຍູ) )

20. ສຸລີນທຳ ທຳມະສອນ ຈາກ ແຂວງ ຫຼວງນ້ຳທາ
21. ຄຳສິງ ນາລິນທອນ ຈາກ ອາຄາເດມີ້ ມຊ
22. ສາຍຝົນ ແກ້ວຫານາມ ຈາກ ນົນທະບູລີ ( ໄທ )

ກອງຫນ້າ
23. ທະນູສັກ ນັນທະວົງດວງສີ ຈາກ ເອສະຣາ
24. ນາຄົມ ສຸລິຍະວົງ ຈາກ ນະຄອນຫຼວງ (ມສ ຫງວຽນຍູ)
25. ໄຊມັງກອນ ປ່ຽມມະໄລ ຈາກ ແຂວງ ສາລະວັນ
26. ເພັດສະໝອນ ສີຫາເທບ ຈາກ ອາຄາເດມີ້ ມຊ
27. ເກດສະດາ ເດດກຸມມານ ຈາກ ກອງທັບ ເອັຟຊີ

ສໍາລັບ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ ທຸກໆນັດແມ່ນຈະແຂ່ງຂັນຢູ່ທີ່ສະຫນາມ SULTAN ANGUNG BANTUNG ມີດັ່ງນີ້:
+ ວັນທີ 1 ສິງຫາ 2022 ເວລາ 15:00 ທີມຊາດລາວ ພົບກັບ ຕີມໍ ເລສເຕ
+ ວັນທີ 4 ສິງຫາ 2022 ເວລາ 19:00 ທີມຊາດລາວ ພົບ ໄທ
+ ວັນທີ 07 ສິງຫາ 2022 ເວລາ 15:00 ທີມຊາດລາວ ພົບ ບຣູໄນ