ໂຮງຮຽນອະນຸບານຮາກແກ້ວ ພານ້ອງໆລົງດຳນາຕົວຈິງ ບອກເລີຍວ່າໜັ້າຮັກ

48

ໜ້າຮັກສຸດໆ ນ້ອງໆນັກຮຽນອະນຸບານໂຮງຮຽນຮາກແກ້ວ ທີ່ສາວຄູພາລົງປະຕິບັດໂຕຈິງດຳນາ ນີ້ລະທີ່ເພິ່ນວ່າການຮຽນ ບໍ່ຈຳເປັນຮຽນໃນຫ້ອງຮຽນສະເໝີໄປ ເນັ້ນສອນແຕ່ນັກຮຽນ ໃຫ້ຮຽນຕາມປຶ້ມຕໍາລາ ເຊິ່ງໂຮງຮຽນດັ່ງກ່າວ ລົງຮຽນຮູ້ ການດໍານາ ປູກເຂົ້າ ຮຽນຮູ້ຄຸນຄ່າ ຂອງເຂົ້າ ແລະ ການເຮັດນາ.

ນີ້ແມ່ນ ບັນຍາກາດຂອງການໄປຮຽນດໍານາ ຂອງນ້ອງໆອະນຸບານ3ຂອງໂຮງຮຽນອະນຸບານຮາກແກ້ວ ນາໄຊ ແລະ ທົ່ງກາງ, ເປັນກິດຈະກໍາໜຶ່ງ ທີສໍາຄັນທີເຮັດເປັນປະຈໍາເລີ້ມແຕ່ປີທໍາອິດທີເປີດໂຮງຮຽນ.

ເດັກນ້ອຍຈະໄດ້ຮຽນຮູ້ເມັດເຂົ້າທີ່ຕົນເອງກິນໄດ້ມາຈາກໃສ?ຊາວນາແມ່ນໃຜ?ສໍາຄັນແບບໃດສໍາລັບພວກເຮົາ ການຮັກສາສິ່ງແວດລ້ອມມີຄວາມສໍາຄັນແລະດີສໍາລັບທຸກສິ່ງແນວໃດ.

ເດັກນ້ອຍໃນມື້ນີ້ກໍ່ຄືຜູ້ໃຫຍ່ໃນວັນຂ້າງໜ້າ ດັ່ງນັ້ນການທີ່ຈະພາພວກເຂົາໄດ້ຮຽນຮູ້ແມ່ນເປັນສິ່ງທີ່ດີ ເພື່ອຈະເປັນບົດຮຽນອັນລ້ຳຄ່າ.


ພາບຈາກ: ໂຮງຮຽນຮາກແກ້ວ