ເປີດທົດລອງນໍາໃຊ້ລະບົບ GFIS Plus ເພື່ອຫຼຸດຜ່ອນຂັ້ນຕອນການອະນຸມັດງົບປະມານ

87

ໃນວັນທີ 25 ກໍລະກົດຜ່ານມາ ກົມງົບປະມານແຫ່ງລັດ ກະຊວງການເງິນ, ໄດ້ເປີດທົດລອງນໍາໃຊ້ການຈັດຕັ້ງປະຕິບັດວຽກງານ GFIS Plus ກ່ຽວກັບການຫຼຸດຜ່ອນຂັ້ນຕອນ, ຂັ້ນຂອດການປະຕິບັດແຜນງົບປະມານຂອງລັດໃນລະບົບ, ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ,ຮອງຫົວໜ້າຫ້ອງການກະຊວງ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຕາງໜ້າຈາກຄັງເງິນແຫ່ງຊາດ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ, ທະນາຄານໂລກ, ບໍລິສັດລາວຊັອບ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອເປັນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ເປັນລະບົບດິຈິຕອນ, ກະຊວງການເງິນໄດ້ຮັບ ຮອງແຜນປະຕິຮູບການເງິນພາກລັດດ້ວຍການພັດທະນາລະບົບ GFIS Plus ໃນການກຽມຄວາມພ້ອມຂ້າມຜ່ານໄປສູ່ການຈັດຕັ້ງປະຕິບັດລະບົບ FMIS ໃນຕໍ່ໜ້າ, ໂດຍໄດ້ຮັບທຶນຊ່ວຍເຫຼືອທາງດ້ານງົບປະມານຈາກ EU ແລະ ທະນາ ຄານໂລກ.

ໃນວຽກງານພັດທະນາ GFIS Plus ໂດຍສະເພາະແມ່ນວຽກງານຫຼຸດຜ່ອນຂັ້ນຕອນການອະນຸມັດແມ່ນເປັນວຽກງານໜຶ່ງທີ່ສໍາຄັນໃນການຜັນຂະຫຍາຍວາລະແຫ່ງຊາດຈັດຕັ້ງປະຕິບັດງົບປະມານໃຫ້ປະຢັດມັດທະຍັດ, ພ້ອມທັງ ສອດຄ່ອງກັບກົດໝາຍວ່າດ້ວຍງົບປະມານ ແລະ ພາລະບົດບາດຂອງກົມງົບປະມານແຫ່ງລັດໃນການຫັນໄປສູ່ການຄຸ້ມຄອງມະຫາພາກດ້ວຍການສ້າງແຜນລະອຽດແຕ່ຫົວທີ ແລະ ລົງເລິກການກວດກາຫຼັງຈ່າຍງົບປະມານ.

ໃນໄລຍະຜ່ານມາຄະນະນໍາກະຊວງການເງິນ ໄດ້ມີຄວາມເອົາໃຈໃສ່ວຽກງານດັ່ງກ່າວໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ປະກອບມີກົມງົບປະມານແຫ່ງລັດ, ຄັງເງິນແຫ່ງຊາດ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ກົມນະໂຍບາຍການເງິນ, ຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນການພັດທະນາລະບົບ GFIS Plus ໃນການຄຸ້ມຄອງງົບປະມານເປັນຕົ້ນ:ການແຈ້ງແຜນຜ່ານລະບົບ, ການອະນຸມັດ ແລະ ການສ້າງໃບຖອນເຊື່ອມຕໍ່ຂໍ້ມູນກັບລະບົບ RTIS ຂອງຄັງເງິນແຫ່ງຊາດຈົນໄປເຖິງຂະແໜງການຄັງເງິນແຫ່ງຊາດ ແລະ ຂະແໜງການລາຍຮັບເພື່ອໃຫ້ເປັນພື້ນຖານໃຫ້ຄັງເງິນແຫ່ງຊາດລົງເຮັດພາລະບົດບາດກວດກາກ່ອນຈ່າຍ.

ສຳລັບການຈັດຕັ້ງປະຕິບັດວຽກງານຫຼຸດຜ່ອນຂັ້ນຕອນການອະນຸມັດລາຍຈ່າຍງົບປະມານແມ່ນການຫັນໃຫ້ຫົວໜ່ວຍງົບປະມານມີສ່ວນຮ່ວມ ແລະ ມີຄວາມຮັບຜິດຊອບໃນວຽກງານເບີກຈ່າຍງົບປະມານ ໂດຍກົງກັບຄັງເງິນແຫ່ງຊາດ, ການຈັດຕັ້ງປະຕິບັດລະບົບດັ່ງກ່າວຈະເປັນເຄື່ອງມືຊ່ວຍໃນການຫຼຸດຜ່ອນຂອດຂັ້ນການຈັດຕັ້ງປະຕິບັດລາຍຈ່າຍງົບປະມານເຊິ່ງຈະເຮັດໃຫ້ສາມາດປະຢັດທັງເວລາ ແລະ ງົບປະມານບໍລິຫານລົງ.

ສ່ວນການເປີດທົດລອງນໍາໃຊ້ລະບົບ GFIS Plus ເລີ່ມແຕ່ງວດ 3 ປີ 2022ໂດຍໄດ້ກໍານົດເອົາກະຊວງການເງິນເປັນຫົວໜ່ວຍທົດລອງທໍາອິດ(ຫ້ອງການກະຊວງ, ກົມສ່ວຍສາອາກອນ, ກົມພາສີ ແລະ ຄັງເງິນແຫ່ງຊາດ) ໂດຍກໍານົດເອົາພາກລາຍຈ່າຍເງິນເດືອນ (ພາກ60) ແລະ ເງິນອຸດໜູນ (ພາກ 61) ໃນການເຮັດທົດລອງ, ສ່ວນໃນງວດ 4/2022 ຈະຂະຫຍາຍເພີ່ມຫົວໜ່ວຍທົດລອງ 9 ພາກສ່ວນ (ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ປ່າໄມ້, ສະພາແຫ່ງຊາດ, ອົງການໄອຍາການ ປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການເງິນ.

ພ້ອມນັ້ນໃຫ້ຂະຫຍາຍພາກລາຍຈ່າຍເຮັດທົດລອງເພີ່ມຄື: ເລີ່ມແຕ່ພາກລາຍຈ່າຍເງິນເດືອນ (ພາກ60), ເງິນອຸດໜູນ (ພາກ 61), ລາຍຈ່າຍບໍລິຫານ (ພາກ 62), ລາຍຈ່າຍເງິນດັດສົມ (ພາກ 63), ລາຍຈ່າຍຊື້ໃໝ (ພາກ 66)ພ້ອມທັງຊອກບາງຈຸດຄົງຄ້າງທີ່ຕ້ອງໄດ້ປັບປຸງໃຫ້ດີຂື້ນໃນຕໍ່ໄປ, ເພື່ອຈະກ້າວໄປເຮັດທົດລອງໃຫ້ຫຼາຍຫົວໜ່ວຍ ແລະ ນໍາໃຊ້ລາຍຈ່າຍຫຼາຍພາກຂຶ້ນອີກໃນງວດ 4/2022 ແລະ ກ້າວໄປສູ່ການນໍາໃຊ້ຕົວຈິງໃນປີ 2023 ນີ້.