ບໍລິສັດ ເບຍລາວ ສະໜັບສະໜູນ 100 ກວ່າລ້ານກີບຈັດຟຸດຊໍ ຊີງຂັນ ສຕລ 2022 ມີ16 ທີມຮ່ວມຊີງໄຊ

165

ໃນຕອນແລງຂອງວັນທີ 26 ກໍລະກົດ 2022 ທີ່ຫ້ອງປະຊຸມຊັ້ນ 3 ຂອງ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໄດ້ມີພິທີມອບເງິນ ແລະ ຈັບສະຫຼາກແບ່ງສາຍ ໂດຍ ບໍລິສັດ ເບຍລາວ ຈໍາກັດ ສະໜັບສະໜູນ 105.000.000 ກີບ ເຂົ້າໃນການຈັດການແຂ່ງຂັນກີລາຟຸດຊໍ ຊີງຂັນປະທານສະຫະພັນບານເຕະແຫ່ງຊາດລາວ 2022 ຫຼື ລາຍການ Revive Futsal Cup 2022 ທີ່ສະໜາມຟຸດຊໍ ຫ້ວຍຫົງ ສະຫະພັນບານເຕະແຫ່ງຊາດລາວ ລະຫວ່າງວັນທີ 30 ກໍລະກົດ – 3 ກັນຍາ 2022.

ການແຂ່ງຂັນລາຍການດັ່ງກ່າວມີເຖິງ 16 ທີມເຂົ້າຮ່ວມຊີງໄຊ ແບ່ງອອກເປັນ 4 ກຸ່ມໆລະ 4 ທີມ ເຊິ່ງໃນພິທີດັ່ງກ່າວກໍໄດ້ມີການຈັບສະຫຼາກແບ່ງສາຍ ແລະ ຜົນມີດັ່ງນີ້:
-ກຸ່ມ A: ສະໂມສອນ ແບ ປີ້ງແບ້, ໂຮງແຮມ ປານີ, ແຄນລາວ ຢູໄນເຕັດ ແລະ ບໍລິສັດ ອາສາ
-ກຸ່ມ B: ເອັສອີຊີ ຢູໄນເຕັດ, ຄິງດອມ ເອັຟຊີ, ເໜືອ-ໃຕ້ ເອັຟຊີ ແລະ ຈໍາປາ ເອັຟຊີ

-ກຸ່ມ C: ຈັນສີ ຂົນສົ່ງ, ເອັສທີທີ ເອັຟຊີ, FHL ເອັຟຊີ ແລະ ນໍ້າເຕົາຮູ້ ຕຸ້ຍ-ຈ່ອຍ
-ກຸ່ມ D: ອໍນິວ ເອັຟຊີ, ຊາວະ ນະຄອນຫຼວງ, ເຄພີເອັສ ເອັຟຊີ ແລະ ຊັບ-ອິນ ເອັຟຊີ

ສໍາລັບ ລາງວັນທີ່ໄດ້ກໍານົດໃນເບື້ອງຕົ້ນແມ່ນ ຊະນະເລີດໄດ້ຮັບຂັນແຊັມ ພ້ອມເງິນລາງວັນ 10 ລ້ານກີບ, ທີ 2 ໄດ້ 5 ລ້ານກີບ ແລະ ທີ 3 ໄດ້ 3 ລ້ານກີບ. ນອກນັ້ນ, ກໍຍັງມີລາງວັນດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ, ຄູຝຶກດີເດັ່ນ ແລະ ນັກເຕະດີເດັ່ນປະຈໍາການແຂ່ງຂັນ.