6 ເດືອນ ສ່ວຍສາອາກອນສະຫວັນນະເຂດເກັບລາຍຮັບໄດ້ 300 ກວ່າຕື້ກີບ

92

ສະຫວັນນະເຂດເປັນແຂວງທີ່ໃຫຍ່ ແລະມີປະຊາກອນຫຼາຍກວ່າໝູ່ໃນປະເທດລາວ ມີທ່າແຮງດ້ານເສດຖະກິດທີ່ດີ ແລະຍັງມີຂົວມິດຕະພາບລາວ-ໄທແຫ່ງທີສອງ ເປັນຈຸດເຊື່ອມຕໍ່ສຳຄັນທາງເສດຖະກິດ-ການທ່ອງທ່ຽວອີກ ເຮັດໃຫ້ໃນ 6 ເດືອນຂອງປີ 2022 ນີ້ຂະແໜງສ່ວນສາອາກອນທົ່ວແຂວງສາມາດເກັບລາຍຮັບໄດ້ 311,6 ຕື້ກວ່າກີບ.


ຕາມຂໍ້ມູນລາຍງານຜ່ານກອງປະຊຸມສະຫຼຸບວຽກງານສ່ວຍສາອາກອນ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2022 ຂອງສ່ວຍສາອາກອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 26 ກໍລະກົດ 2022 ນີ້ ທີ່ຫ້ອງປະຊຸມສ່ວຍສາອາກອນແຂວງ ໂດຍການເປັນປະທານຂອງ ທ່ານ ເພັດດາລາ ແກ້ວສາລີ ຫົວໜ້າສ່ວຍສາອາກອນແຂວງ,ມີຫົວໜ້າ,ຮອງຫົວໜ້າສ່ວຍສາອາກອນຈາກ 14 ເມືອງ ແລະ ນະຄອນໄກສອນ ພົມວິຫານເຂົ້າຮ່ວມ ທ່ານ ເພັດດາລາ ແກ້ວສາລີ ໄດ້ໃຫ້ຮູ້ວ່າ:

ກອງປະຊຸມຄັ້ງນີ້ແມ່ນໃຫ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ 6 ເດືອນຕົ້ນປີ,ຄົ້ນຄວ້າກ່ຽວກັບວິທີການ ແລະ ມາດຕະການຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ ກໍ່ຄືບັນດາຕົວເລກຄາດໝາຍຊີ້ວັດໃຫ້ບັນລຸໃນທ້າຍປີ 2022 ເພື່ອເປັນພື້ນຖານໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ,ກໍ່ຄືການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ຄຸ້ມຄອງລາຍຈ່າຍຕາມນະໂຍບາຍປະຢັດ,ຕ້ານການຟຸມເຟືອຍ ແນໃສ່ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

ເຊິ່ງໃນໄລຍະ 6 ເດືອນຕົ້ນປີ ສ່ວຍສາອາກອນແຂວງສາມາດຈັດເກັບລາຍຮັບໄດ້ທັງໝົດ 311,62ຕື້ກວ່າກີບ ເທົ່າກັບ 42 % ຂອງແຜນລວມທີ່ໄດ້ຮັບມອບໝາຍ ເຊິ່ງເພີ່ມຈາກປີຜ່ານມາ 11,2% ໃນນັ້ນລາຍຮັບສ່ວຍສາອາກອນ 253,35 ຕື້ ກວ່າກີບເທົ່າກັບ 40,39% ຂອງແຜນການປີ ເພີ່ມຈາກປີຜ່ານມາ 17,8%,ລາຍຮັບຈາກຊັບສິນ 17,99 ຕື້ກວ່າກີບ ເທົ່າກັບ 64,95% ຂອງແຜນການປີ.

ເພື່ອເຮັດໃຫ້ການຈັດເກັບລາຍຮັບໃນໄລຍະ 6 ເດືອນທ້າຍປີ 2022 ໄດ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ທາງສ່ວຍສາອາກອນແຂວງ,ເມືອງ ແລະ ນະຄອນ ຍັງຈະໄດ້ພ້ອມກັນເອົາໃຈໃສ່ຍົກສູງສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານໃນຂະແໜງສ່ວຍສາອາກອນ,ປັບປຸງກົນໄກການຄຸ້ມຄອງລາຍຮັບສ່ວຍສາກາກອນ ລວມທັງວຽກງານຕ່າງໆທີ່ກ່ຽວຂ້ອງໃຫ້ມີຄຸນນະພາບສູງຂຶ້ນ ເພື່ອຮັບປະກັນເຮັດໃຫ້ການຈັດເກັບລາຍຮັບໝົດປີບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

ພາບ – ຂ່າວ: ອັກສອນສິນ ພົມມະຈັນ