ລັດຖະບານວາງ 6 ມາດຕະການ ປ້ອງກັນບໍ່ໃຫ້ເກີດມີການລະບາດຂອງໂຄວິດ-19 ຮອບໃໝ່

97

ປັດຈຸບັນສະພາບການຕິດເຊື້ອ ແລະ ເສຍຊີວິດຈາກການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ໂດຍລວມມີທ່າອ່ຽງຫຼຸດລົງ, ແຕ່ກໍຍັງເຫັນຢູ່ບາງປະເທດມີການລະບາດໃນຮອບໃໝ່. ສໍາລັບ ຢູ່ ສປປ ລາວ ລັດຖະບານໄດ້ວາງ 6 ມາດຕະການ ປ້ອງກັນບໍ່ໃຫ້ເກີດມີການລະບາດຂອງໂຄວິດ-19 ຮອບໃໝ່.


ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 25 ກໍລະກົດ 2022 ຜ່ານມາວ່າ: ການລະບາດຂອງພະຍາດໂຄວິດ-19 ແມ່ນເລີ່ມຂຶ້ນໃນຕົ້ນປີ 2020 ຈົນມາເຖິງປັດຈຸບັນ. ລັດຖະບານ ໄດ້ສຸມໃສ່ປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວແຕ່ຫົວທີ, ພ້ອມທັງໄດ້ກຳນົດຄາດໝາຍ, ວາງມາດຕະການອອກ ໃນແຕ່ລະໄລຍະ ແລະ ຊີ້ນຳວຽກງານດັ່ງກ່າວ ຄືກັບການບັນຊາສູ້ຮົບໃນສະໜາມຮົບ ໂດຍໃຊ້ທັງມາດຕະການດ້ານບໍລິຫານ, ມາດຕະການດ້ານການແພດ ແລະ ມາດຕະການພະລາທິການ ແລະ ການເງິນ ໄປພ້ອມໆກັນ.


ຜ່ານຈາກການຈັດຕັ້ງປະຕິບັດ ບັນດາມາດຕະການເຫຼົ່ານັ້ນ ຕະຫຼອດໄລຍະທີ່ຜ່ານມາ, ພວກເຮົາສາມາດສະຫຼຸບໄດ້ວ່າ ບັ້ນຮົບປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ພວກເຮົາປະສົບຜົນສໍາເລັດໂດຍພື້ນຖານ ຈົນເຮັດໃຫ້ຄວບຄຸມການລະບາດເອົາໄວ້ໄດ້, ຜ່ານພົ້ນວິກິດການ ແລະ ເປີດປະເທດຢ່າງເປັນທາງການ ເພື່ອໄປມາຫາສູ່ກັນ ແລະ ເຄື່ອນໄຫວກິດຈະກຳຕ່າງໆກັບປະເທດເພື່ອນບ້ານ ແລະ ບັນດາປະເທດໃນທົ່ວໂລກ ໃນວັນທີ 9 ພຶດສະພາ 2022.
ແຕ່ເພື່ອສືບຕໍ່ຄວາມພ້ອມໃນການຮັບມືກັບການລະບາດພະຍາດໂຄວິດ-19 ທີ່ຍັງບໍ່ສີ້ນສຸດ ເຊິ່ງຢູ່ບາງປະເທດມີຕົວເລກຕິດເຊື້ອເພີ່ມຂື້ນ ລວມທັງປະເທດໃກ້ຄຽງ, ການປັບປ່ຽນພັນທຸກຳ ແລະ ການເກີດສາຍພັນໃໝ່ ທີ່ຍັງເປັນໄພຂົ່ມຂູ່ທາງດ້ານສາທາລະນະສຸກ ແລະ ຕໍ່ການພັດທະນາເສດຖະກິດ-ສັງຄົມ ສັບສົນທຸກປະເທດໃນທົ່ວໂລກ ເວົ້າລວມ, ເວົ້າສະເພາະ ເພື່ອປ້ອງກັນ ບໍ່ໃຫ້ເກີດມີການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ໃນປະເທດເຮົາ. ສະນັ້ນ, ພວກເຮົາຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການຕ່າງໆ ແລະ ຈັດຕັ້ງປະຕິບັດບາງວຽກຈຸດສຸມດັ່ງນີ້:


1. ປັບປ່ຽນຍຸດທະສາດ ໂດຍຫັນຈາກການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ມາເປັນ ຢູ່ຮ່ວມກັບພະຍາດໂຄວິດ ຢ່າງມີຄວາມປອດໄພ ຫັນໄປສູ່ການດຳລົງຊີວິດ ຕາມວິຖີໃໝ່ ແລະ ສຸມໃສ່ຟື້ນຟູເສດຖະກິດ-ສັງຄົມ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນຢ່າງມີປະສິດທິຜົນ.
2. ຄະນະສະເພາະກິດຕ້ານໂຄວິດ-19 ທຸກຂັ້ນ ສືບຕໍ່ປະຕິບັດໜ້າທີ່ຂອງຕົນ, ແຕ່ໃຫ້ຫັນປ່ຽນແບບແຜນເຮັດວຽກ ແລະ ກົນໄກການປະສານງານ ກັບພາກສ່ວນຕ່າງໆ, ພ້ອມທັງ ປະຕິບັດຕາມຄຳເຫັນ ຂອງອົງການອະນາໄມໂລກ; ດຳເນີນການປະເມີນຜົນ ຢ່າງກວມລວມຮອບດ້ານກ່ຽວກັບວຽກງານຂອງຕົນ ໃນໄລຍະຜ່ານມາ ເພື່ອຕີລາຄາ ແລະ ຖອດໄດ້ບົດຮຽນ ນຳໄປສືບຕໍ່ເຮັດໜ້າທີ່ ໃຫ້ດີກວ່າເກົ່າ; ຊຸກຍູ້ການຜະລິດຢາປິ່ນປົວພະຍາດໂຄວິດ-19 ເພື່ອຕອບສະໜອງຢ່າງພຽງພໍ ກັບຄວາມຮຽກ ຮ້ອງຕ້ອງການ ຂອງສັງຄົມ; ດຳເນີນການໂຄສະນາເຜີຍແຜ່ ສະໜອງຂໍ້ມູນຂ່າວສານອັນຈຳເປັນ ໃຫ້ສັງຄົມໄດ້ຮັບຮູ້ຢ່າງທັນການ ແລະ ທົ່ວເຖິງ ກ່ຽວກັບການລະບາດ ຂອງພະຍາດໂຄວິດ-19 ທັງຢູ່ພາຍໃນ ແລະ ຕ່າງປະເທດ.


3. ສຳລັບທົ່ວສັງຄົມສືບຕໍ່ເຝົ້າລະວັງ ແລະ ຕິດຕາມຢ່າງໃກ້ຊິດ ສາຍພັນໃໝ່ທີ່ອາດຈະເຮັດໃຫ້ມີການລະບາດໃນຊຸມຊົນອີກຄັ້ງໃໝ່ ແລະ ມີການປະເມີນຄວາມສ່ຽງ ເປັນປະຈຳ, ຄຽງຄູ່ກັບການຂະຫຍາຍຄວາມສາມາດກວດຫາເຊື້ອ ແລະ ສາຍພັນ ຂອງພະຍາດໂຄວິດ-19 ແລະ ພະຍາດອື່ນໆຕາມລະດູການ.
4. ສຸມໃສ່ເລັ່ງສັກວັກຊີນ ໃນກຸ່ມເປົ້າໝາຍ ໃຫ້ໄດ້ຕາມຄາດໝາຍ ກາຍ 80% ໃນ ປີ 2022 ໂດຍສະເພາະ ບາງແຂວງທີ່ອັດຕາການສັກວັກຊີນຍັງບໍ່ທັນສູງ ແລະ ກຸ່ມເດັກນ້ອຍທີ່ຍັງບໍ່ທັນບັນລຸເປົ້າໝາຍ 80%.
5. ສືບຕໍ່ໂຄສະນາ ປະຊາສຳພັນ ໃຫ້ທຸກຄົນ ມີສະຕິປ້ອງກັນຕົນເອງ, ໃຊ້ຊີວິດປົກກະຕິແບບໃໝ່ ດ້ວຍຄວາມເປັນເຈົ້າຕົນເອງ ເຊັ່ນ: ໃສ່ຜ້າອັດປາກ-ດັງ ໃນສະຖານທີ່ຊຸມຊົນແອອັດ, ໝັ່ນລ້າງມືເປັນປະຈຳ ພ້ອມທັງ ສືບຕໍ່ເຜີຍແຜ່ຂໍ້ມູນ ໃຫ້ເຫັນຄວາມສຳຄັນ ແລະ ປະໂຫຍດຂອງການສັກວັກຊີນກັນພະຍາດໂຄວິດ-19.


6. ສືບຕໍ່ກຽມຄວາມພ້ອມໂຄງລ່າງພື້ນຖານ ຢູ່ຈຸດຜ່ານແດນສາກົນ (ທາງບົກ, ທາງອາກາດ, ທາງລົດໄຟ) ທີ່ສາມາດຮັບປະກັນທາງດ້ານສາທາລະນະສຸກ ຕາມລະບຽບສາກົນ ເພື່ອຮອງຮັບການເດີນທາງເຂົ້າມາຂອງນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ສິ່ງທີ່ບໍ່ຄວນລະເລີຍຄືການ ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໄປສັກວັກຊິນໃຫ້ຄົບ ລວມທັງ ເຂັມກະຕຸ້ນ ເພາະການສັກວັກຊິນກັນພະຍາດໂຄວິດ-19 ຈະເຮັດໃຫ້ອາການບໍ່ຮຸນແຮງ, ຫຼຸດຜ່ອນການເສຍຊີວິດ, ເປັນການສ້າງພູມຄຸ້ມກັນໝູ່ ເຊິ່ງເປັນວິທີທີ່ດີທີ່ສຸດໃນການຄວບຄຸມການລະບາດຄືກັນກັບຫຼາຍໆປະເທດໃນໂລກ ໄດ້ມີຄວາມສຳເລັດມາແລ້ວ.