ຈວນກ ຈັດສຳມະນາ ກ່ຽວກັບການ ເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ

236

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານສະເຫຼີມສະຫຼອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ປະຈຳປີ 2022 (International MSME Day), ເນື່ອງໃນໂອກາດນີ້, ສະເຫຼີມສະຫຼອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ປະຈຳປີ 2022 (International MSME Day), ໃນວັນທີ 22 ກໍລະກົດ 2022 ກອງທຶນສົ່ງເສີມວິສາຫະກິດ ຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ ຫົວຂໍ້ “ຊ່ວຍ MSME ສ້າງນ-ການເຂົ້າເຖິງແຫຼ່ງທຶນດອກເບ້ຍ ຕໍ່ ແລະ ການບໍລິຫານທຸລະກິດໃນຍຸກວິຖີຊີວິດໃໝ່ ໃຫ້ແກ່ MSME” ທີ່ ສູນການຄ້າວຽງຈັນເຊັນເຕີ້, ນະຄອນຫຼວງວຽງຈັນ.

ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານສະພາບໍລິຫານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຮອງປະທານກຳມະການກວດກາ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງ ການເຂົ້າຮ່ວມຈາກຜູ້ຕາງໜ້າ ຈາກຫຼາຍພາກສ່ວນ ແລະ ຫຼາຍຂະແໜງການ ເຊັ່ນ: ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງສຶກສາທິການ ແລະ ກິລາ, ກະຊວງການເງິນ, ຕາງໜ້າຈາກ ທະນາຄານໂລກປະຈຳ ສປປ ລາວ, ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ, ທະນະຄານທຸລະກິດ ສະຖາບັນການເງິນ, ສະມາຄົມທຸລະກິດໜຸ່ມ, ສະມາຄົມຜູ້ປະກອບກິດຈະການ SME ລາວ, ລາວໂທລະຄົມ, Unilever Lao, ສູນບໍລິການ SME ແລະ ຫົວໜ່ວຍທຸລະກິດ ທົ່ວປະເທດ.

ຈຸດປະສົງຂອງກອງປະຊຸມ-ສໍາມະນາໃນຫົວຂໍ້ “ຊ່ວຍ MSME ສ້າງນ-ການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ ແລະ ການບໍລິຫານທຸລະກິດໃນຍຸກວິຖີຊີວິດໃໝ່ ໃຫ້ແກ່ MSME” ໃນຄັ້ງນີ້ ແມ່ນເພື່ອໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບເງື່ອນໄຂ ແລະ ລະບຽບການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າຂອງ ທສວ, ພ້ອມທັງໄດ້ຮັບຟັງປະສົບການ ການບໍລິຫານທຸລະກິດແບບໃຫ້ປະສົບຜົນສຳເລັດໃນຍຸກຊີວິດໃໝ່ (NEW NORMAL) ແລະ ວິກິດເສດຖະກິດກະທົບກັບໂພເງິນເຟີ້ ແລະ ໂຄວິດ-19 ຈາກ ຈວນກ ທີ່ສາມາດແຂ່ງຂັນໄດ້ໃນປັດຈຸບັນ. ພ້ອມກັນນັ້ນ, ງານສະເຫຼີມສະຫຼອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ຍັງໄດ້ໃຫ້ພະນັກງານສິນເຊື່ອຂອງສະຖາບັນການເງິນໄດ້ຮຽນຮູ້ ແລະ ແລກປ່ຽນປະສົບການດ້ານເຕັກນິກວິຊາການໃນການປະເມີນສິນເຊື່ອໃຫ້ ຈວນກ ທີ່ມີຄວາມສົນໃຈໃນການປັບປຸງ ແລະ ຕໍ່ຍອດທຸລະກິດຂອງຕົນ ໃນສະພາບການລະບາດຂອງໂຄວິດ-19 ອີກດ້ວຍ.


ກອງປະຊຸມ-ສຳມະນາ ໃນຄັ້ງນີ້ ແມ່ນໄດ້ຈັດໃນຮູບແບບການແລກປ່ຽນບົດຮຽນ ແລະ ປະສົບການແບບກົງໄປກົງມາ ລະຫວ່າງຜູ້ຮ່ວມບັນຍາຍໂດຍມີ ປະທານກອງປະຊຸມ ຫຼື ຜູ້ດໍາເນີນລາຍການ ເປັນຄົນຕັ້ງຄໍາຖາມ ໃຫ້ແກ່ຜູ້ເຂົ້າຮ່ວມບັນຍາຍ ເພື່ອໄດ້ມີການຖາມຕອບ. ຈຶ່ງໄດ້ປະກອບມີ 3 ວາລະເຊັ່ນ: ວາລະທີ 1: ພະນັກງານສິນເຊື່ອ ຈາກສະຖາບັນກາເງິນຈຸລະພາກ ແລະ 1 ກອງທຶນທີ່ເຂົ້າຮ່ວມໂຄງການນໍາ ທສວ ເພື່ອມາແລກປ່ຽນບົດຮຽນ; ວາລະທີ 2: ພະນັກງານສິນເຊື່ອ ຈາກ ທະນາຄານ ທຸລະກິດ ທີ່ເຂົ້າຮ່ວມໂຄງການ ນຳ ທສວ; ວາລະທີ 3: ການແລກປ່ຽນຄວາມຮູ້ ແລະ ປະສົບການລະຫວ່າງ ຈວນກ ທີ່ສາມາດບໍລິຫານ ທຸລະກິດ ແລະ ເຕີບໂຕ ໃນຍຸກວິຖີຊີວິດໃໝ່ (New Normal) ແລະ ຈວນກ ທີ່ເປັນລູກຄ້າ ຂອງ ສະຖາບັນການເງິນ ແລະ ກອງທຶນ ອີກດ້ວຍ.


ນອກຈາກນັ້ນ ພາຍໃນງານ ຫົວໜ່ວຍ ຈວນກ ແລະ ສະຖາບັນການເງິນຕ່າງໆ ຍັງໄດ້ມີການນໍາຜະລິດຕະພັນສິນຄ້າ ແລະ ການບໍລິການ ໃນຂະແໜງການຂອງຕົນທີ່ເປັນຂອງຄົນລາວ ມາວາງຈຳໜ່າຍ ເພື່ອສ້າງເງື່ອນໄຂ ໃຫ້ກັບ MSME ແລະ ຜູ້ເຂົ້າຮ່ວມງານທັງຫຼາຍ ໄດ້ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານກ່ຽວກັບສິນເຊື່ອ, ສິນຄ້າ ແລະ ບໍລິການ ອື່ນໆ ທີ່ສຳຄັນ ແບບໂຕຕໍ່ໂຕ ຢ່າງຄຶກຄື້ນ ອີກດ້ວຍ.