ສະຫຼອງ ວັນ MSME ສາກົນ 27 ມິຖຸນາ (ຄົບຮອບ 5 ປີ)

104

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກໍ່ຄື ກະຊວງອຸດສາຫະກຳ ແລະ ການຄ້າ ຈັດພິທີສະເຫຼີມສະຫຼອງ ວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ຂຶ້ນ, ທີ່ສູນການຄ້າວຽງຈັນເຊັນເຕີ. ໃນວັນທີ 22 ກໍລະກົດ ແລະ ຈະດຳເນີນໄປເຖິງ ວັນທີ 24 ກໍລະກົດ 2022.

ໂດຍພິທີເປີດຢ່າງເປັນທາງການ ແມ່ນຈັດຂຶ້ນໃນວັນທີ 22 ກໍລະກົດ 2022 ໂດຍການເຂົ້າຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME), ທ່ານ ນາງ ວຽງສະໄໝ ສຣິດທິຣາດ ວ່າການຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ບັນດາພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ກ່າວບາງຕອນວ່າ: ການສະເຫຼີມສະຫຼອງ ວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ປະຈຳປີ 2022 ເຊິ່ງສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາ ວັນທີ 27 ມິຖຸນາ ຂອງທຸກໆປີ ເປັນວັນສະຫຼອງວັນດັ່ງ, ຈຸດປະສົງເພື່ອຍົກໃຫ້ເຫັນບົດບາດຄວາມສຳຄັນຂອງ MSME ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ການສ້າງວຽກເຮັດງານທຳ ລວມເຖິງການຜະລິດນະວັດຕະກຳໃໝ່ ເພື່ອໃຫ້ສິນຄ້າ ແລະ ການບໍລິການໃຫ້ແກ່ສັງຄົມ, ພາຍຫຼັງຮັບຮອງວັນດັ່ງກ່າວແຕ່ປີ 2017 ເປັນຕົ້ນມາ ທັງສາກົນກໍ່ໄດ້ພາກັນສະເຫຼີມສະຫຼອງຢ່າງກວ້າງຂວາງ, ສະເພາະ ສປປ ລາວ ໃນແຕ່ລະປີກໍຈັດຮູບແບບຕ່າງໆເຊັ່ນ: ການຈັດກອງປະຊຸມເຜີຍແຜ່, ການຈັດສຳມະນາ, ການຍ່າງເພື່ອສຸຂະພາບ, ການວາງສະແດງສິນຄ້າ ແລະ ອື່ນໆ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ. ສະເພາະປີ 2022 ພາຍໃຕ້ຫົວຂໍ້ “ການປັບໂຕ ແລະ ຟື້ນຟູຄືນ ຈວນກ ສຳລັບການພັດທະນາແບບຍືນຍົງ” ເຊິ່ງງານຂອງພວກເຮົາໃນປີນີ້ ແມ່ນມີຫຼາຍກິດຈະກຳ ທີ່ເປັນການສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຫລື MSME ເຊັ່ນ: ວາງສະແດງສິນຄ້າ, ການຈັດສຳມະນາແລກປ່ຽນບົດຮຽນ ແລະ ຄຳຄິດເຫັນ ຄາດວ່າການຈັດງານຄັ້ງນີ້ຈະສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ສັງຄົມ ກ່ຽວກັບວຽກງານສົ່ງເສີມ SME, ການສົ່ງເສີມການຊົມໃຊ້ຜະລິດຕະພັນລາວ ເພື່ອສ້າງຄວາມເຂັ້ມແຂງແກ່ບັນດາຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ການ, ທັງເປັນການເປີດໂອກາດໃຫ້ກັບໄວໜຸ່ມໃຫ້ມີແນວຄວາມຄິດໃນການປະກອບກິດຈະການໃນອະນາຄົດ.


ທ່ານ ວຽງສະໄໝ ສຣິດທິຣາດ ວ່າການຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ກ່າວບາງຕອນວ່າ: ສຳລັບ ສປປ ລາວ ກໍຄືກັນກັບບັນດາປະເທດອື່ນໆໃນໂລກ MSME ແມ່ນມີຄວາມສຳຄັນ ແລະ ເປັນທ່າແຮງໃນການສ້າງວຽກເຮັດງານທຳ ທີ່ຊ່ວຍໃນການເຕີບໂຕຂອງເສດຖະກິດປະເທດ, ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19, ຜົນກະທົບຈາກເງິນເຟີ້ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດໃນປະຈຸບັນ ເຮັດໃຫ້ MSME ໃນທົ່ວໂລກ ລວມທັງ ສປປ ລາວ ຕ້ອງການການສະໜັບສະໜູນຫຼາຍກວ່າທີ່ຜ່ານມາ, ພວກເຂົາຈຳເປັນຕ້ອງມີຄວາມສາມາດໃນການຮັບມືຈາກຜົນກະທົບເຫຼົ່ານີ້ ແລະ ຜົນກະທົບອື່ນໆທີ່ເຮົາບໍ່ສາມາດຄາດຄະເນໄດ້ໃນອະນາຄົດ.

ຕໍ່ບັນຫາດັ່ງກ່າວຜູ້ວາງນະໂຍບາຍຕ້ອງກ້າວໄປໄກກວ່າ ການຟື້ນໂຕ ແລະ ການພິຈາລະນາວິທີການເງິນ ແລະ ລົບລ້າງສິ່ງກີດຂວາງແກ່ MSME, ປັບປຸງສະພາບແວດລ້ອມຕ່າງໆ ຕາງໜ້າທະນາຄານໂລກພວກເຮົາກໍພ້ອມທີ່ຈະໃຫ້ການສະໜັບສະໜູນ ແລະ ເຮັດວຽກຮ່ວມກັບພາກລັດຖະບານ ກໍຄືໜ່ວຍງານກ່ຽວຂ້ອງການການສ້າງໃຫ້ MSME ມີຄວາມເຂັ້ມແຂງ ແລະ ສາມາດເຂົ້າເຖິງແຫຼ່ງທຶນ.


ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ໂດຍອີງຕາມຜົນການສຳຫຼວດເສດຖະກິດທົ່ວປະເທດ ປີ 2020 ເຫັນໄດ້ວ່າ, ຈຳນວນ MSME ກວມເອົາ 99,8% ຈາກການລົງສໍາຫຼວດຕົວຈິງຫົວໜ່ວຍທຸລະກິດ ຈໍານວນ 133.997 ຫົວໜ່ວຍ. ໃນນີ້, ຈຸນລະວິສາຫະກິດ ແມ່ນກວມເອົາເຖິງ 94% ແລະ MSME ປະກອບສ່ວນໃນການຈ້າງງານຫລາຍກວ່າ 80% ຂອງຈຳນວນແຮງງານໃນລະບົບ. ເຫັນໄດ້ຄວາມສຳຄັນຂອງ MSME ຄື່ດັ່ງກ່າວນັ້ນ, ລັດຖະບານ ໄດ້ມີການສົ່ງເສີມ MSME ຢ່າງເປັນລະບົບນັບແຕ່ປີ 2004 ເປັນຕົ້ນມາ ໂດຍມີກົມສົ່ງເສີມ SME, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການໃນການປະສານງານສົ່ງເສີມ MSME ຮ່ວມກັບບັນດາພາກສ່ວນທີ່ກ່ຽວຂ້ອງຢ່າງປົກກະຕິ.