ຫຼວງພະບາງເຄັ່ງຄັດຊ່ວງບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອນເດືອນ9

112

ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງແຈ້ງການເລກທີ 63/ຖວທຂ ລົງວັນທີ 15 ກໍລະກົດ 2022 ເລື່ອງການປະຕິບັດຄວາມເປັນລະບຽບຮຽບຮ້ອຍ ການບໍລິການ ໃນໄລຍະບຸນຫໍ່ເຂົ້າປະດັບດິນຊ່ວງເຮືອນເດືອນ9.

ທັງນີ້ກໍ່ເພື່ອໃຫ້ຜູ້ປະກອບການທຸລິດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ກິນດື່ມ ບັນເທີງ-ຄາລາໂອເກະ, ຮ້ານນວດ-ສະປາ ພາຍໃນແຂວງຫຼວງພະບາງ ຈົ່ງພ້ອມກັນເອົາໃຈໃສ່ໃນການປະຕິບັດລະບຽບການຢ່າງເຂັ້ມງວດ ໂດຍສະເພາະຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດໂມງ-ເວລາ ເປີດ ແລະ ປິດ, ຫ້າມມົ້ວສຸມສິ່ງເສບຕິດທຸກປະເພດໃນສະຖານທີ່ບັນເທີງ ຄາລາໂອເກະ ຮ້ານກິນດື່ມ ຫ້າມນຸ່ງຖືໂປ້ເປືອຍ ແລະ ອື່ນໆ.


.

ຖ້າລະເມີດຄັ້ງ 1 ຈະຖືກສຶກສາອົບຮົມ ພ້ອມປັບໃໝ1.000.000 ກີບ, ຄັ້ງທີ 2 ຈະຖືກອົບຮົມ, ເຮັດບົດບັນທຶກ ພ້ອມຖືກໂຈະກິດຈະການເປັນເວລາ 5 ເດືອນ ພ້ອມປັບໃໝ 5.000.000 ກີບ ແລະ ຄັ້ງທີ 3 ຈະຖືກຍົກເລີກດຳເນີນທຸລະກິດຖາວອນ ພ້ອມທັງປັບໃໝ 10.000.000 ກີບ.