ຊົມເຊີຍສຸດໃຈ! ຢູ 8 ມາສດ້າ ຕົວແທນຈາກ ສປປ ລາວ ຄວ້າແຊ້ມ ລາລິກາ ຢຸດ 2022 ທີ່ມາເລເຊຍ

194

ຢູ-8 ມາສດ້າ ຕົວແທນຈາກ ສປປ ລາວ ແຈ້ງເກີດ ຄວ້າແຊ້ມລາຍການ ລາລິກາ ຢຸດ ທົວນາເມັນ 2022 (LaLiga Youth Tournament 2022) ທີ່ປະເທດມາເລເຊຍ ຫຼັງສ້າງຜົນງານໂດດເດັ່ນທີ່ສຸດລົງແຂ່ງຂັນ 6 ນັດ ຊະນະ 4 ສະເໝີ 2 ໂດຍສະເພາະໃນ 3 ນັດສຳຄັນ ລະດັບດິວິຊັ່ນ 1 ສາມາດຊະນະໄດ້ເຖິງ 2 ນັດ ແລະ ສະເໝີ 1 ລວມມີ 7 ຄະແນນ.

ລາຍການນີ້ ຈະມີຊີງໄຊກັນເຖິງ 5 ຮຸ່ນ ກໍຄື ຢູ 8, ຢູ 10, ຢູ 12, ຢູ 14 ແລະ ຢູ 16, ໃນນັ້ນ ມີນັກກີລາຈາກປະເທດໄທ, ຟີລິບປີນ, ອິນໂດເນເຊຍ, ລາວ ແລະ ເຈົ້າພາບ ມາເລເຊຍ ເຂົ້າຮ່ວມ ສະເພາະ ຢູ 8 ມີ 8 ທີມ ແລະ Mazda GB FC U8 ຕົວແທນສປປ ລາວ ຖືກຈັດຢູ່ກຸ່ມ B ສ່ວນໂປຣແກຣມການແຂ່ງຂັນ ຫາກ ມາຊດ້າ ໝາກເຜັດຂີ້ໜູລາວ ສາມາດຊະນະ 2 ນັດທຳອິດ ກໍຈະມີໂອກາດສູງຜ່ານເຂົ້າຮອບ 4 ທີມທັນທີ່.

ຜ້ານການແຂ່ງຂັນປະກົດວ່າ: ຢູ 8 ຕົວແທນຈາກລາວ ສາມາດ ລົງແຂ່ງຂັນ 6 ນັດ ຊະນະ 4 ສະເໝີ 2 ໂດຍສະເພາະໃນ 3 ນັດສຳຄັນ ລະດັບດິວິຊັ່ນ 1 ສາມາດຊະນະໄດ້ເຖິງ 2 ນັດ ແລະ ສະເໝີ 1 ລວມມີ 7 ຄະແນນ ( ສ່ວນຜົນລະອຽດຖ້າໄດ້ຂໍ້ມູນຈະລາຍງານໃຫ້ຊາບຕື່ມພາຍຫຼັງ)

ນັກເຕະທີມ ຢູ 8 ປີ ມາຊດ້າ ( Mazda GB FC U8 ) ຕົວແທນໜຶ່ງດຽວໝາກເຜັດຂີ້ໜູລາວ ຮ່ວມລາຍການ ລາລິກາ ຢຸດ ທົວນາເມັນ 2022 ( LaLiga Youth Tournament 2022 ) ຈັດຂຶ້ນທີ່ເມືອງປີນັງ ປະເທດມາເລເຊຍ ຊຶ່ງເປັນໂຄງການຂອງ ລີກລາລິກາ ຈາກປະເທດສະເປນ ໃນການຄົ້ນຫານັກເຕະຮຸ່ນສືບທອດຜູ້ທີ່ມີພອນສະຫວັນດີເດັ່ນ ເພື່ອຈະໄປລ່າຝັນປັ້ນເປັນນັກກິລາອາຊີບໃນອະນາຄົດຂອງລີກອາຊີບ ປະເທດດັ່ງກ່າວ.

ສຳລັບຄະນະ ຢູ 8 ມາຊະດ້າ ໝາກເຜັດຂີ້ໜູລາວ ຮ່ວມເດີນທາງໄປນຳກັນໃນຄັ້ງນີ້ມີທັງໝົດ 37 ຄົນ, ໃນນັ້ນ ນັກກິລາມີ 14 ຄົນ ແລະ ຄູຝຶກ 2 ຄົນ ສ່ວນໂປຣແກຣມການແຂ່ງຂັນສອງວັນຂອງ