ລຸ້ນນໍາກັນວ່າ 1 ໃນ 20 ສາວງາມ ໃຜຈະໄດ້ເປັນ Miss Grand Laos 2022

158

ເປີດໂຕກັນໄປເປັນທີ່ຮຽບຮ້ອຍສໍາລັບ 20 ສາວງາມທີ່ຜ່ານການຄັດເລືອກເຂົ້າສູ່ການປະກວດ Miss Grand Laos 2022 ໃນວັນທີ 19 ເດືອນກໍລະກົດ ທີ່ ຫໍປະຊຸມແຫ່ງຊາດ ຫຼັກ 5 ນະຄອນຫຼວງວຽງຈັນ ບັນຍາກາດຄຶກຄັກສຸດໆ

ເພາະມີ TOP10 ຂອງ Miss Grand Thailand 2022 ມາຮ່ວມງານ ແລະ ສ້າງສີສັນ ສຽງກີ໊ດຕະຫຼອດງານເລີຍ
ນອກຈາກນັ້ນກໍເປັນການເປີດໂຕມຸງກຸດອັນຊົງຄຸ່ນຄ່າ 3 ມຸງກຸດ ແລະ ມອບສາຍສະພາຍໃຫ້ 20 ສາວງາມດ້ວຍ

ນັບຈາກນີ້ກໍຈະມີການຈະມີເຮັດກິດຈະກໍາຕ່າງໆເພື່ອເກັບຄະແນນ, ຈະມີພຽງໜຶ່ງດຽວທີ່ຈະໄດ້ເປັນໂຕແທນປະເທດລາວໄປປະກວດ ແລະ ສ້າງຕໍານານທີ່ເວທີລະດັບໂລກ, ມຸງກຸດຈະລົງທີ່ໃຜເຮົາມາລຸ້ນກັນ.

ຢ່າລືມເຊຍ ແລະ ໃຫ້ກໍາລັງສາວໆທັງ 20 ຄົນເດີ້ ສາມາດຕິດຕາມການເຄື່ອນໄຫວໄດ້ ໃນລາຍການພວກເຮົາ ແລະ ທາງ Facebook Page Miss Grand laos – ມິສແກຣນລາວ

ໃນວັນທີ 21 ສິງຫາ 2022 ແມ່ນຮອບ ພີລິມເມຍລີທີ່ໂຮງແຮມຄາວພາຊາ ແລະ ຮອບຕັດສິນແມ່ນວັນທີ 27 ສິງຫາ 2022 ແມ່ນຮອບຕັດສິນເດີ້.

.

.

.

ຂອບໃຈພາບຈາກ: Nirankas Photobomb