6 ເດືອນຕົ້ນປີ 2022 ແຂວງສາລະວັນ ເສຍຫາຍຈາກໄພພິບັດ ມູນຄ່າ 3,6 ຕື້ກີບ

92

ຂຶ້ນຊື່ວ່າໄພພິບັດແລ້ວບໍ່ວ່າຈະເກີດຂຶ້ນຍ້ອນສາເຫດໃດກໍ່ຕາມຖືວ່າສ້າງຄວາມເສຍຫາຍທາງດ້ານຊັບສິນ ແລະ ອື່ນໆ. ແຕ່ໃນຊ່ວງນີ້ກໍ່ຢູ່ຂອງລະດູຝົນ ໄພພິບັດທາງທຳມະຊາດກໍ່ອາດເກີດຂຶ້ນໄດ້ທຸກເມື່ອ ກໍຈະມັກເຫັນກັນເປັນຢ່າງດີໄພນ້ຳຖ້ວມຕ່າງໆ ແຕ່ສຳລັບແຂວງສາລະວັນໃນ6 ເດືອນຕົ້ນປີ 2022 ແມ່ນເສຍຫາຍຈາກໄພພິບັດ ມູນຄ່າ 3,6 ຕື້ກີບ

ທ່ານ ສຸດດາໄລ ອິນດາວົງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ສາລະວັນໄດ້ໃຫ້ຮູ້ ໃນວັນທີ 20 ກໍລະກົດ ນີ້ວ່າ: ໄລຍະ 6 ເດືອນຕົ້ນປີ 2022 ແຂວງສາລະວັນ ມີເຫດການໄພພິບັດ ເກີດຂຶ້ນທັງໝົດ 18 ຄັ້ງ ສ້າງຜົນເສຍຫາຍ ຕາມການປະເມີນຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ໄດ້ຄິດໄລ່ຜົນເສຍຫາຍ ເປັນມູນຄ່າ 3,6 ຕື້ກວ່າກີບ ນອນໃນ 6 ເມືອງຂອງແຂວງ ທີ່ໄດ້ຮັບຜົນກະທົບ ເຊັ່ນ: ເມືອງສາລະວັນ, ເລົ່າງາມ, ລະຄອນເພັງ, ຄົງເຊໂດນ, ວາປີ ແລະ ເມືອງຕະໂອ້ຍ ມີຈຳນວນ 14 ບ້ານ, 282 ຄອບຄົວ ແລະ ຫຼັງຄາເຮືອນ, ພົນລະເມືອງ 1.577 ຄົນ, ໃນນັ້ນມີຜູ້ໄດ້ຮັບບາດເຈັບ 1 ຄົນ.

ໄພພິບັດດັ່ງກ່າວ, ສ່ວນໃຫຍ່ແມ່ນເຫດການລົມພາຍຸ 11 ຄັ້ງ, ອັກຄີໄພ 7 ຄັ້ງ, ແຕ່ເຫດການທີ່ສ້າງຜົນເສຍຫາຍຫລາຍກວ່າໝູ່ແມ່ນ ພື້ນຖານໂຄງລ່າງຂອງພໍ່ແມ່ປະຊາຊົນ, ສັບຊິນ, ທີ່ຢູ່ອາໄສ ມີມູນຄ່າ 1 ຕື້ກວ່າກີບ. ສ່ວນດ້ານສະຫວັດດີການຊ່ວຍເຫລືອສົງເຄາະ ຈາກພາກລັດ, ເອກຊົນ ໃນໄລຍະຜ່ານມາ ໄດ້ລົງຕິດຕາມພາກສະໜາມ ແລະ ຊ່ວຍເຫລືອດ້ານວັດຖຸ, ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ລວມມູນຄ່າເກືອບ 50 ລ້ານກີບ.

ທ່ານ ສຸດດາໄລ ອິນດາວົງ ຍັງໃຫ້ຮູ້ອີກວ່າ: ສຳລັບ ທິດທາງແຜນການ 6 ເດືອນທ້າຍ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຕ່າງໆຢ່າງຮອບດ້ານ ເພື່ອຫລຸດຜ່ອນຄວາມສ່ຽງຈາກໄພພິບັດ, ການຫລຸດຜົນກະທົບ, ການກຽມຄວາມພ້ອມຢ່າງມີປະສິດທິພາບ ແລະ ມີແຜນຕ້ອງການຊ່ວຍເຫລືອຟື້ນຟູຮີບດ່ວນ ແລະ ຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບ ໂດຍສະເພາະ ຕ້ອງການເຂົ້າສານ 18 ພັນກວ່າກິໂລ ໃຫ້ກັບ 282 ຄອບຄົວ, ງົບປະມານສົມທົບປຸກສ້າງເຮືອນ 201 ຫລັງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງອຸປະໂພກຕ່າງໆ 218 ຊຸດ ລວມມູນຄ່າ 400 ລ້ານກວ່າກີບ, ທັງໄດ້ມອບຄວາມຮັບຜິດຊອບໃຫ້ແຕ່ອົງການຈັດຕັ້ງຕ່າງໆທີ່ກ່ຽວຂ້ອງ ຄົ້ນຄວ້າວິຊາສະເພາະຂອງຕົນ ເຂົ້າໃສ່ວຽກງານດັ່ງກ່າວ ຢ່າງເຂັ້ມແຂງ ແລະ ມີສ່ວນຮ່ວມຫລາຍຂຶ້ນ, ຈັດສັນກຽມພ້ອມດ້ານວັດຖຸ, ອຸປະກອນທີ່ສຳຄັນ, ງົບປະມານ, ສ້າງກົນໄກການປະສານງານ ລະຫວ່າງຄະນະກຳມະການຂັ້ນແຂວງ, ເມືອງ ກຽມພ້ອມຊີ້ນຳໆພາ, ບັນຊາ ແລະ ຈັດຕັ້ງປະຕິບັດ ຢ່າງຮີບດ່ວນ.

( ພາບປະກອບ)
ຈາກ: Lao Youth Radio FM 90.0 Mhz