ໜຸ່ມຫຼໍ່ງານເຂົ້າບໍ່ຢຸດ ຮັບຊັບເຕັມໆເລີຍ ເທເລີ້ ສີສົມບັດ

78

ຮັບຊັບແບບບໍ່ຢຸດຢ່ອນເລີຍ ສໍາລັບຄົນນີ້ ໜຸ່ມເທເລີ້ ສີສົມບັດ ນັກຮ້ອງ, ນັກສະແດງ ທີ່ຝາກຜົນງານໃນວົງການບັນເທີງລາວມາແລ້ວນັບບໍ່ຖ້ວນ ແລະ ຫຼ້າສຸດກໍມີຂ່າວດີມາອີກແລ້ວ ໄດ້ຮັບງານພຣີເຊັນເຕີໃຫ້ກັບບໍລິສັດຂົນສົ່ງໃຫຍ່ ບໍລິສັດ ແສງລວຍຊັບ ຂົນສົ່ງດ່ວນນັ້ນເອງ ເຊິ່ງປີນີ້ກໍເປັນປີທີສອງແລ້ວ ທີ່ໜຸ່ມເທເລີ້ນັ້ນໄດ້ເຊັນສັນຍາເປັນພຣີເຊັນເຕີດັ່ງກ່າວ.

ຍັງບໍ່ພໍແຕ່ເທົ່ານັ້ນ ຍັງໄດ້ມີງານເປີດຕົວເພງໃໝ່ ທີ່ເທເລີ້ເອງ ໄດ້ຖືກເປັນນັກຮ້ອງຮັບເຊີນໃຫ້ກັບ ອົງການ UNFPA ໂດຍການຮ່ວມກັນ ລະວ່າງ ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດກອງທຶນປະຊາກອນ ( UNFPA ) ທີ່ໄດ້ສະເຫຼີມສະຫຼອງວັນປະຊາກອນໂລກ ຄົບຮອບ 33 ປີ ດ້ວຍບົດເພງ  “ ກໍາລັງໃຈເຮັດໄດ້ທຸກຢ່າງ ” ທີ່ເຈົ້າຕົວທັງໄດ້ຮ້ອງ ແລະ ໄດ້ສະແດງ ຮ່ວມກັບ ສາວມີ່ມີ່ ພູນຊັບ ພົນໂຍທາ Miss international Laos 2017 ນັ້ນເອງ.

ໂດຍຄວາມໝາຍຂອງບົດເພງ “ ກໍາລັງໃຈເຮັດໄດ້ທຸກຢ່າງ ” ແມ່ນສໍາລັບໄວໜຸ່ມ ເພື່ອທີ່ຈະປະສົບຜົນສໍາເລັດໃນທຸກຄວາມຕັ້ງໃຈ ແລະ ຄວາມຝັນຂອງພວກເຂົາ ພວກເຂົາຕ້ອງໄດ້ຮັບຂໍ້ມູນທີ່ສຳຄັນ, ໄດ້ຮັບການສົ່ງເສີມ ແລະ ຄອຍໃຫ້ກຳລັງໃຈໂດຍຄອບຄົວ, ໝູ່ເພື່ອນ, ຄູບາອາຈານ ແລະ ຜູ້ໃກ້ຊິດອື່ນໆ ພວກເຮົາມາຢືນຄຽງຂ້າງໄວໜຸ່ມນຳກັນເທາະ, ໃຫ້ກຳລັງໃຈໄວໜຸ່ມລາວທຸກໆຄົນ ເພື່ອປົກປ້ອງສິດທິ ແລະ ທາງເລືອກຂອງພວກເຂົາ.

ສຳລັບເພງ “ ກຳລັງໃຈເຮັດໄດ້ທຸກຢ່າງ – the power of encouragement ” ເພງນີ້ ຈະເປັນອີກເພງໜຶ່ງທີ່ໃຫ້ພະລັງງານບວກທາງຄວາມຄິດແກ່ໄວໜຸ່ມລາວ ໃຫ້ໄວໜຸ່ມມີກໍາລັງໃຈ ແລະ ສາມາດຜ່ານຜ່າທຸກອຸປະສັກ ແລະ ເຕີບໃຫຍ່ຂຶ້ນ ແລະ ປະສົບຜົນສໍາເລັດໄດ້ໃນອະນາຄົດ. ພ້ອມນີ້, ກໍເພື່ອເປັນກໍາລັງໃຈໃຫ້ໄວໜຸ່ມເຮັດຕາມຄວາມຝັນຂອງຕົນເອງ ແລະ ບໍ່ຢຸດທີ່ຈະເດີນຕາມຝັນ ແລະ ພັດທະນາມັນໄປເລື້ອຍໆ.

ສາມາດໄປຕິດຕາມຮັບຊົມ ແລະ ຮັບຟັງເອັມວີເຕັມໆໄດ້ທີ່ເພຈຂອງ UNFPA Laos ໄດ້ເລີຍ ແລະ ສາມາດຕິດຕາມທຸກຜົນງານຂອງໝຸ່ມຫຼໍ່ຫຼາກຫຼາຍຄວາມສາມາດໄດ້ ຜ່ານທາງເຟສບຸ໊ກສ່ວນຕົວ Teler Sisombath.