ປາກລາຍນ້ຳຖ້ວມໜັກ, ຂໍໃຫ້ປອດໄພທັງຄົນ ແລະສັດລ້ຽງ

122

ຕາມລາຍງານຈາກທ້ອງຖິ່ນ ໃນເມືອງປາກລາຍ ແຂວງໄຊຍະບູລີ ວັນທີ 21 ກໍລະກົດ 2022 ນີ້ເກີດນ້ຳຖ້ວມໜັກຢູ່ຫຼາຍບ້ານ ເຮືອນເຂດຕ່ຳແມ່ນຢູ່ບໍໄດ້ຕ້ອງຂົນເຄື່ອງໜີນ້ຳ ລວມທັງສັດລ້ຽງ ຕອນນີ້ຍັງບໍ່ມີລາຍງານເປັນທາງການວ່າ ມີຈັກບ້ານຈັກຄອບຄົວແທ້ທີ່ຜະເຊີນບັນຫານ້ຳຖ້ວມ.

ແຕ່ບ້ານທີ່ເກີດນ້ຳຖ້ວມແລ້ວມີ ບ້ານປາກແລງ ເມືອງປາກລາຍ, ບ້ານຕາກແດດ ເມືອງປາກລາຍ  ປະຊາຊົນລະບຸວ່າເປັນເຫດການທີ່ເກີດຂຶ້ນໃນຮອບ ທົດສະວັດຫາກໍເຫັນ ຟໂດຍສະເພາະເຂດຕ່ຳ ແລະເຮືອນໃກ້ແຄມນ້ຳ.


ຂະນະທີ່ກົມອຸຕຸນິຍົມ ແລະອຸທົກກະສາດເຕືອນວ່າ  ໃຫ້ປະຊາຊົນທີອາໄສຢູ່ ຕາມເຂດແຄມແມ່ນ້ຳ ແລະ ພື້ນທີຕ່ຳ ຈົ່ງມີສະຕິລະວັງ ໄພທີ່ຈະເກີດຂື້ນເຊັ່ນ ດິນເຈື່ອນ, ນ້ຳຖ້ວມສຸ ແລະ ນ້ຳຖ້ວມຍຶ້ງ ທີ່ຈະເກີດຂື້ນໃນຕໍ່ໜ້າ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈຳ.