ສະຫງ່າງາມ ແລະ ເປັນແບບຢ່າງຂອງຄວາມເປັນແມ່ຍິງລາວ ສົມກັບຕໍາແໜ່ງນາງສາວລາວທີ່ສຸດ ສໍາລັບສາວງາມຄົນນີ້ ນຸ້ນ ທິດາຈັນ ວິສີສົມບັດ Miss Laos 2021 ໂດຍເນື່ອງໃນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີນີ້ ນຸ້ນ ກໍໄດ້ອອກມາໂພສຜ່ານ ເຟສບຸ໊ກສ່ວນຕົວຂອງຕົນເອງ ເພື່ອເປັນການສະເຫຼີມສະຫຼອງ ແລະ ອວຍພອນໃນວັນສໍາຄັນດັ່ງກ່າວຢ່າງຈິງໃຈ ແລະ ໜ້າຊື່ນຊົມ.
ໃນຂໍ້ຄວາມດັ່ງກ່າວນັ້ນ ນຸ້ນ ບອກວ່າ: “ ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີຢ່າງສຸດໃຈ, ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2022 ຂ້າພະເຈົ້າໃນນາມນາງສາວລາວ 2021 ຕົວແທນໃຫ້ແກ່ແມ່ຍິງລາວ ຂໍສະແດງ ຄວາມຮູ້ບຸນຄຸນແດ່ແມ່ຍິງລາວທຸກຊົນເຜົ່າທົ່ວປະເທດໃນການທຸ່ມເທ, ດຸໝັ່ນ ແລະ ເປັນກຳລັງແຮງສຳຄັນໃນການຊ່ວຍເຫຼືອສັງຄົມ, ຂັບເຄື່ອນປະເທດຊາດ ແລະ ມີສ່ວນຮ່ວມໃນທຸກໜ້າວຽກໃຫ້ຈະເລີນກ້າວໜ້າ ”.
ໃນໂພສດັ່ງກ່າວນັ້ນກໍໄດ້ມີແຟນໆຂອງນຸ້ນເອງ ເຂົ້າມາສະແດງຄວາມຄິດເຫັນ ແລະ ຍ້ອງຍໍເປັນຈໍານວນຫຼວງຫຼາຍເລີຍ ສໍາລັບ ນຸ້ນ ທິດາຈັນ ວິສີສົມບັດ ປັດຈຸບັນອາຍຸໄດ້ 23 ປີ ຈົບການສຶກສາສົກຮຽນ 2020 – 2021 ທີ່ມະຫາວິທະຍາໄລແຫ່ງຊາດ & ສາຂາ: ການເງິນ – ການທະນາຄານ ( ໄດ້ບົດຈົບຊັ້ນດີເດັ່ນ ແລະ ນັກຮຽນດີເດັ່ນຄະແນນສະເລ່ຍ ( GPA: 3,5 ຂຶ້ນໄປ ). ພ້ອມນີ້, ນອກຈາກວຽກໃນວົງການບັນເທີງ ປັດຈຸບັນຍັງເປັນ External Auditor ຫຼື ນັກກວດສອບບັນຊີພາຍນອກ ເຮັດວຽກໃຫ້ກັບ ບໍລິສັດ Ernst&Young Lao ເຊິ່ງເປັນ 1ໃນ 4ບໍລິສັດ ຍັກໃຫຍ່ທາງດ້ານການກວດສອບດ້ວຍ.
ນຸ້ນເອງເປັນແມ່ຍິງຄົນໜຶ່ງທີ່ມີຄະຕິປະຈຳໃຈແມ່ນ: “ ກ້າທີ່ຈະລອງສິ່ງໃໝ່ໆ ທ່າມກາງ ຄວາມຢ້ານ ເພື່ອສັກກະຍະພາບ ແລະ ທັກສະທີ່ດີຂຶ້ນ ”, “ Dare to try new things in the face of fear for greater potential ” ແລະ ເປັນແມ່ຍິງລາວຜູ້ມີຈຸດເດັ່ນທາງດ້ານທັດສະນະຄະຕິ, ຄວາມຄິດ – ຄວາມສາມາດ ແລະ ມີຄວາມອ່ອນນ້ອມຖ່ອມຕົນ ພ້ອມຍັງເປັນທີ່ຮັກແພງຂອງຄົນອ້ອມຂ້າງດ້ວຍ.
ສຸດທ້າຍນີ້ຂ່າວບັນເທີງກໍຂໍຝາກທ່ານຜູ້ອ່ານທຸກຄົນ ໃຫ້ການຕິດຕາມທຸກໆຜົນງານ ທັງເກົ່າ – ໃໝ່ ແລະ ການເຄື່ອນໄຫວຂອງນ້ອງຄົນງາມ ແລະ ເກັ່ງຄົນນີ້ດ້ວຍ ຜ່ານຊ່ອງທາງເຟສບຸ໊ກສ່ວນຕົວ N’noon Thidachanhນັ້ນເອງ.