ຍິນດີຕ້ອນຮັບກັບບ້ານ ເຊື່ອວ່າເຮັດເຕັມທີ່ສຸດແລ້ວ ຕ້າ ພິມມະສອນ Mister supranational Laos

38

ເປັນກຳລັງໃຈໃຫ້ສະເໝີ ເຮັດເຕັມທີ່ທີ່ສຸດແລ້ວ ແລະ ຍິນດີຕ້ອນຮັບໃນການກັບບ້ານ ແລະ ເຊື່ອວ່າແຟນໆເຫັນໄດ້ເຖິງຄວາມຕັ້ງໃຈໃນການປະກວດໃນຄັ້ງນີ້ແລ້ວ ສໍາລັບໜຸ່ມຫຼໍ່ຕົວແທນຂອງປະເທດລາວ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນທີ່ປະເທດໂປໂລຍ ໃນເວທີ Mister Supranational ແລະ ຮອບຊີງຊະນະນະເລີດກໍໄດ້ຈົບໄປ ໃນຄໍ່າຄືນທີ່ຜ່ານມາ ເຖິງຈະບໍ່ໄດ້ມົງໃຫຍ່ແຕ່ກໍໄດ້ໃຈແຟນໆໄປຢ່າງລົ້ນເຫຼືອ.

ຍິນດີຕ້ອນຮັບກັບບ້ານ ສໍາລັບໜຸ່ມ ຕ້າ ພິມມະສອນ ສິງສະຫວັນ ເປັນນາຍແບບ ແລະ ນັກສະແດງຈາກສັງກັດ Tara academy, ປັດຈຸບັນໄດ້ຮັບຕຳແໜ່ງ Mister supranational Laos 2021 – 2022 ທີ່ໄດ້ເດີນທາງເພື່ອເຂົ້າຮ່ວມການປະກວດທີ່ປະເທດໂປໂລຍ ຕັ້ງແຕ່ວັນທີ 3 ກໍລະກົດ 2022 ຜ່ານມາ ແລະ ໃນຕອນນີ້ການປະກວດກໍໄດ້ສິ້ນສຸດລົງແລ້ວ. ສະນັ້ນ, ກໍຕ້ອງຂໍສະແດງຄວາມຍິນໃນການຕ້ອນຮັບການກັບບ້ານ ສປປ ລາວດ້ວຍ.

ພາຍຫຼັງຈົບການປະກວດໃນວັນທີ 17 ກໍລະກົດ 2022 ໜຸ່ມຕ້າເອງ ກໍໄດ້ໂພສພາບພ້ອມກັບແຄັບຊັນຜ່ານເຟສ ບຸ໊ກສ່ວນຕົວຂອງຕົນເອງວ່າ: “ ໄດ້ເວລາກັບບ້ານເຮົາ ຂອບໃຈທຸກໆຄົນທີ່ເປັນກຳລັງໃຈໃຫ້, ຂອບໃຈປະສົບການ ແລະ ບົດຮຽນດີໆໃນການທີ່ຈະເຕີບໂຕ, ພັດທະນາຕໍ່ໄປໃນອະນາຄົດ ແລະ ທີ່ສຳຄັນຂອບໃຈຜູ້ສະໜັບສະໜູນ ແລະ ໃຫ້ຄໍາປຶກສາ Ponsinh Toto Boutkaska ແລະ ເອື້ອຍ ກິມມອນກິມ ແລະ Bandid Lasavong “ ທັງນີ້ ໜຸ່ມຕ້າຍັງໄດ້ສະແດງຄວາມຍິນດີກັບໝູ່ທີ່ເຂົ້າປະກວດຮ່ວມກັນວ່າ “ ສະແດງຄວາມຍິນດີທຸກຄົນ i hope you guys have good memories and i hope we can keep in touch with each other. have a great flight everyone ”.

ສໍາລັບໜຸ່ມຕ້າເອງ ແມ່ນມີຜົນງານຜ່ານມາທີ່ຝາກໄວ້ໃຫ້ໄດ້ຊົມກັນໃນວົງການບັນເທີງແລ້ວຫຼາກຫຼາຍຢ່າງເຊັ່ນ ການຖ່າຍແບບໂຄສະນາສິນຄ້າ, ການເດີນແບບ ແລະ ເປັນພຣີເຊັນເຕີໃຫ້ກັບແບຣນຕ່າງໆ, ພ້ອມນີ້ຍັງເປັນໜຸ່ມອາລົມດີ ແລະ ຮັກສຸຂະພາບດ້ວຍ ທີ່ບໍ່ແປກໃຈເລີຍທີ່ໜຸ່ມຄົນນີ້ມີຮູບຮ່າງທີ່ສວຍງາມ ແລະ ເປັນຄືສົດຊື່ນສຸຂະພາບດີ ເພາະກິດຈະກຳຍາມວ່າງແມ່ນມັກຫຼິ້ນກີຕ້າ ແລະ ການອອກກຳລັງກາຍທຸກໆວັນ.

ສຸດທ້າຍນີ້ທີມຂ່າວບັນເທີງ ຂໍຝາກທຸກຄົນຊ່ວຍເປັນກໍາລັງໃຈ ແລະ ໃຫ້ການສະໜັບສະໜູນໃນທຸກໆຜົນງານຂອງໜຸ່ມຄົນນີ້ດ້ວຍ ແລະ ທຸກຄົນສາມາດຕິດຕາມຜົນງານຂອງຕ້າໄດ້ທີ່ Facebook & Instagram Tar phimmasone singsavanh & tar_singsavanh ນັ້ນເອງ.

[  ຮູບ: ຕ້າ ພິມມະສອນ ]