ຮອງເຈົ້າແຂວງບໍລິຄຳໄຊ ພ້ອມຄະນະຢ້ຽມຢາມ ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

86

ວັນທີ 19 ກໍລະກົດ 2022, ການນຳແຂວງບໍລິຄຳໄຊ ນຳໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ຜູ້ຊີ້ນຳວຽກງານເສດຖະກິດ, ມີ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ, ສຶກສາຂໍ້ມູນ ແລະ ຖອດຖອນບົດຮຽນ ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກພາກ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ, ເມືອງຫາດຊາຍຟອງ ໃຫ້ການຕອນຮັບໂດຍ ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ມີ ທ່ານ ນາງ ມະໂນລາ ປະເສີດ ຮອງປະທານບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ ພ້ອມດ້ວຍຄະນະ, ພະນັກງານເຂົ້າຮ່ວມ.

May be an image of 8 people, people standing and indoor

ໂອກາດດັ່ງກ່າວ ທ່ານ ສີລາ ວຽງແກ້ວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານຮອງເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ທີ່ມາຢ້ຽມຢາມໂຄງການເພື່ອສຶກສາຂໍ້ມູນ ແລະ ຖອດຖອນບົດຮຽນ ເພື່ອໄປພັດທະນາເສດຖະກິດຂອງແຂວງ ກໍຄືການສ້າງທ່າບົກຢູ່ແຂວງບໍລິຄຳໄຊ. ພ້ອມທັງໄດ້ລາຍງານຄວາມເປັນມາຂອງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດຕິກ ນະຄອນຫຼວງວຽງຈັນ ວ່າເປັນໜຶ່ງໃນໂຄງການພັດທະນາ Laos Logistics Link (LLL) ທີ່ລວມມີ 4 ໂຄງການໃຫຍ່ຄື: 1) ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, 2) ທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ, 3) ເສັ້ນທາງລົດໄຟ ລາວ-ຫວຽດນາມ ແລະ 4) ໂຮງງານຜະລິດໄຟຟ້າດ້ວຍຖ່ານຫີນ 2000 MV ທີ່ແຂວງຄຳມ່ວນ ເຊິ່ງເປັນໂຄງການທີ່ສຳຄັນໃນການຜັນຂະຫຍາຍນະໂຍບາຍຂອງລັດຖະບານແຫ່ງ ສປປ ລາວ ຫັນປ່ຽນປະເທດລາວຈາກ Land Lock ເປັນ Land Link ໃຫ້ເປັນສູນກາງແຫ່ງການເຊື່ອມໂຍງ, ເຊື່ອມຈອດອານຸພາກພື້ນ ແລະ ສາກົນ. ປັດຈຸບັນໂຄງການທ່າເຮືອຫວຸ້ງອ່າງ ແມ່ນໄດ້ມີຄວາມສຳເລັດໂດຍພື້ນຖານໃນການເຈລະຈາເຂົ້າຊື້ຫຸ້ນ 60% ເຊິ່ງໄດ້ຕັ້ງບໍລິສັດພັດທະນາທ່າເຮືອຫວຸ້ງອ່າງ ເພື່ອບໍລິຫານ ແລະ ພັດທະນາ, ຈະມີເສັ້ນທາງລົດໄຟ ລາວ-ຫວຽດນາມ ແລະ ມີທ່າບົກທ່ານາແລ້ງ ເປັນບ່ອນຄຽນຖ່າຍ, ຈັດເກັບຮັກສາສິນຄ້າ ທີ່ເປັນໂຄງປະກອບສຳຄັນ. ນອກຈາກນີ້, ດ່ານສາກົນສິນທ່າບົກທ່ານາແລ້ງ ບັນດາຈຸດຄຽນຖ່າຍສິນຄ້າລະຫວ່າງລົດໄຟ ລາວ-ໄທ ແລະ ລາວ-ຈີນ ແມ່ນໄດ້ເຊື່ອມຈອດກັນສຳເລັດ ແລະ ເປີດບໍລິການຢ່າງເປັນທາງການແລ້ວ ໃນວັນທີ 1 ກໍລະກົດ 2022 ຜ່ານມາ ເຊິ່ງເອີ້ນໄດ້ວ່າສາມາດ Link ກັນໄດ້ແລ້ວ ແລະ ບັນດາບໍລິສັດຕ່າງໆກໍໄດ້ເຫັນທ່າແຮງຂອງການສົ່ງສິນຄ້າຜ່ານທາງນີ້.

May be an image of 13 people, people sitting, people standing, office and indoor

ທ່ານ ນາງ ວິພາລັດ ຈິນນະລາດ ຫົວໜ້າໜ່ວຍງານສົ່ງເສີມການລົງທຶນ, ບໍລິສັດ ວຽງຈັນ ໂລຊິດຕິກ ພາກ ລາຍງານວ່າ: ໂຄງການທ່າບົກ ທ່າແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ເປັນຈຸດເຊື່ອມຕໍ່ທຸກຊັ້ນຄົນລະຫວ່າງປະເທດທີ່ເຊື່ອມໂຍງລົດໄຟ ລາວ-ໄທ, ລາວ-ຈີນ ແລະ ລົດບັນທຸກທັງໝົດທີ່ມາຜ່ານ, ຕັ້ງຢູ່ເຂດທໍາເລທີ່ສໍາຄັນ ແລະ ມີພື້ນທີ່ກວ້າງຂວາງ 382 ເຮັກຕາ ເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງທີ່ອຳນວຍຄວາມສະດວກ ບໍ່ວ່າທາງດ້ານໂຄງຮ່າງພື້ນຖານດ້ານການຄົມມະນາຄົມ ທີ່ມີການເຊື່ອມຕໍ່ກັບທ່າບົກ ເສັ້ນທາງລົດໄຟ ລາວ-ໄທ, ລົດໄຟລາວ-ຈີນ, ທາງຫຼວງແຫ່ງຊາດ, ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ ສສ ຫວຽດນາມ ໃນອະນາຄົດ.

May be an image of 17 people and people standing

ນອກຈາກນີ້, ໂຄງການຍັງເປັນເຂດໂລຈິສຕິກ ຄົບວົງຈອນ ຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 5 ເຂດສຳຄັນໄວ້ໃນຈຸດດຽວກັນຄື: 1. ສາງເກັບນໍ້າມັນ, 2. ເຂດໂລຈິສສະຕິກ ເຊິ່ງມີບັນດາບໍລິການຫຼັກເຊັ່ນ: ການບໍລິການສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າ ຜ່ານສິ່ງອຳນວຍຄວາມສະດວກຕ່າງໆ, 3. ເຂດການຄ້າເສລີ ຈະມີເຂດຜະລິດຕະພັນອຸດສາຫະກຳ ເຂດເຕັກໂນໂລຊີ ເຂດສຳນັກງານຫ້ອງການ ພື້ນທີ່ຕຶກອາຄານສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ,ເຂດການຄ້າ, 4. ທ່າບົກທ່ານາແລ້ງ ເປັນສູນກາງຄ່ຽນຖ່າຍສິນຄ້າ ເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າເຂົ້າ-ອອກ ຜ່ານແດນ ໂດຍມີບັນດາອົງປະກອບຂອງລະບົບສາງພາສີປະເພດຕ່າງໆຄົບວົງຈອນ ແລະ 5) ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກ ເປັນເຂດທີ່ທັນສະໄໝ.

May be an image of 1 person and sitting

ໃນຕອນທ້າຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ຜູ້ຊີ້ນຳວຽກງານເສດຖະກິດ ໄດ້ກ່າວເຖິງຍຸດທະຍາດການພັດທະນາຂອງແຂວງທີ່ຕິດພັນກັບໂຄງການທີ່ມາຢ້ຽມຢາມ ເພາະວິໄສທັດການພັດທະນາບໍລິຄຳໄຊ ແຕ່ປີ 2016-2030 ມີ 4 ເປົ້າໝາຍສຳຄັນຄື: ຮອດປີ 2030 ຈະສ້າງແຂວງໃຫ້ເປັນລະບຽງເສດຖະກິດ, ສ້າງໃຫ້ເປັນແຫຼ່ງຜະລິດພະລັງງານ, ໃຫ້ເປັນສູນການບໍລິການທາງຜ່ານ, ຄຸ້ມຄອງສິ່ງແວດລ້ອມແບບຍືນຍົງ. ສະນັ້ນ, ເປົ້າໝາຍທີ 3 ແມ່ນຕິດພັນກັບໂຄງການທ່າບົກ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ທີ່ໄດ້ມາຢ້ຽມຢາມ, ສຶກສາຂໍ້ມູນ ແລະ ຖອດຖອນບົດຮຽນ ໃນຄັ້ງນີ້ ແມ່ນສູນກາງການບໍລິການທາງຜ່ານ ແລະ ນັບຕັ້ງແຕ່ໄດ້ກຳນົດວິໄສທັດມາ ທາງແຂວງ ກໍໄດ້ພະຍາຍາມພັດທະນາພື້ນຖານໂຄງລ່າງທີ່ຈຳເປັນຮັບໃຊ້ໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການຄ້າ, ບໍລິການໃຫ້ມີການພັດທະນາດີຂຶ້ນ, ສ້າງທຸກເງື່ອນໄຂ ເພື່ອໃຫ້ການເປັນສູນກາງໂລຈິສຕິກໃນປີ 2030 ໃຫ້ໄດ້.

May be an image of 6 people, people sitting, people standing and outdoors

ນອກຈາກນີ້, ຄະນະຢ້ຽມຢາມ ຍັງໄດ້ເບິ່ງສະພາບຕົວຈິງຂອງການພັດທະນາໂຄງການ, ຢ້ຽມຢາມຫ້ອງການປະຕິບັດງານຂອງທ່າບົກທ່ານາແລ້ງ, ຫ້ອງການພາສີ, ລານຕູ້ສິນຄ້າ CY ແລະ ສາງຄ່ຽນຖ່າຍສິນຄ້າ, ຈຸດເຊື່ອມຕໍ່ຄ່ຽນຖ່າຍສິນຄ້າລະຫວ່າງລົດໄຟ ລາວ-ໄທ ແລະ ລາວ-ຈີນ ຕື່ມອີກ.