ເພີ່ມຂຶ້ນຕິກໆ ໂດຍສະເພາະນະຄອນຫຼວງວຽງຈັນຕອນນີ້ລວມ 5.429 ຄົນ

91

ຍັງຄົງເພີ່ມຂຶ້ນໃນແຕ່ລະວັນສຳລັບຜູ້ທີ່ເປັນໄຂ້ຍຸງລາຍ ແຕ່ຫຼາຍຄົນຖືເບົາເຊິ່ງຖືວ່າເປັນພະຍາດໄຂ້ທີ່ໃກ້ໂຕທີ່ສຸດ ແລະ ສ່ຽງຫຼາຍຖ້າຫາກບໍ່ເອົາໃຈໃສ່ຮູ້ຈັກປ້ອງກັນ ແລະ ຮັກສາ.

ຕາມການລາຍງານຫຼ້າສຸດ ຈາກສູນຂ່າວສານການແພດສຸຂະສຶກສາ 20 ກໍລະກົດ 2022 ນີ້ວ່າ: ຕອນນີ້ລາວເຮົາຕິດເຊື້ອໄຂ້ຍຸງລາຍສະສົມແລ້ວ 10.469 ຄົນ ເສຍຊີວິດສະສົມແລ້ວ 12 ຄົນ ເຊິ່ງໃນຕົວເລກດັ່ງກ່າວນະຄອນຫຼວງວຽງຈັນແມ່ນສູງທີ່ສຸດ 5.429 ຄົນ ຕາມດ້ວຍແຂວງຕ່າງໆຕາມລຳດັບ.

ໃນໄລຍະນີ້ກໍ່ຍິ້ງຢູ່ໃນຊ່ວງຝົນ ຫຼື ລະດູຝົນ ເຊິ່ງອາດເຮັດໃຫ້ມີນ້ຳເກັບຂັງຕາມບ່ອນຕ່າງໆ ເຊິ່ງກໍ່ອາດເຮັດໃຫ້ເປັນສາເຫດເຮັດໃຫ້ເປັນບ່ອນແຜ່ຂອງຍຸງ ດັ່ງນັ້ນຈົ່ງຊ່ວຍກັນທຳລາຍ ຕ້ອງເລີ່ມທີ່ໂຕເຮົາ ແຕ່ນ້ອຍຫາຫຼາຍສຸດທ້າຍກໍ່ຈະນຳມາສູ່ຄວາມປອດ.