ສະມາຄົມ ຫັດຖະກຳລາວ ຈັດງານວາງສະແດງສິນຄ້າ ຫັດຖະກຳໃນສວນ “ສະເໜ່ຜ້າບ່ຽງລາວ”

252

ໃນລະຫວ່າງວັນທີ 16-17 ກໍລະກົດ 2022 ຜ່ານມາ ສະມາຄົມຫັດຖະກຳລາວ ຈັດງານວາງສະແດງສິນຄ້າ ຕະຫຼາດຫັດຖະກຳໃນສວນ ພາຍໃຕ້ຫົວຂໍ້ “ສະເໜ່ຜ້າບ່ຽງລາວ” ຂຶ້ນທີ່ ເຮືອນພັກລານີ (ຂ້າງວັດຫາຍໂສກ), ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານຂອງທ່ານ ນາງ ສຸວິຕາ ປະເສີດ ປະທານ ສະມາຄົມຫັດຖະກຳລາວ, ໂດຍການເຂົ້າຮ່ວມທ່ານ ນາງ ປ້າ ຈັນເທົາ ປະຖັມມະວົງ ປະທານກິຕິມະສັກ ສະມາຄົມຫັດຖະກຳລາວ, ພ້ອມມີຕາງໜ້າຈາກໂຄງການສະໜັບສະໜູນການສ້າງຄວາມອາດສາມາດໃຫ້ກັບຈຸນລະວິສາຫະກິດ, ວິສາຫະກິດກິດຂະໜາດນ້ອຍ ແລະ ກາງ, ອົງການແຮງງານສາກົນ (ILO) ປະຈໍາລາວ, ຫົວໜ່ວຍຫັດຖະກຳ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ສຸວິຕາ ປະເສີດ ປະທານ ສະມາຄົມຫັດຖະກຳລາວ ໄດ້ກ່າວບາງຕອນວ່າ:  ການຈັດຕັ້ງງານ “ຕະຫຼາດຫັດຖະກໍາໃນສວນ” ໃນຄັ້ງນີ້ແມ່ນ ເພື່ອເປັນການປະກອບສ່ວນເຂົ້າໃນຂະບວນການອະນຸລັກຮັກສາມູນເຊື້ອຫັດຖະກຳຂອງຊາດດ້ານການນຸ່ງຖືແຕ່ງກາຍ,  ເປັນການປຸກລະດົມຂົນຂວາຍ ແລະ ຟື້ນຟຸຄວາມນິຍົມຊົມຊອບໃຫ້ແກ່ສັງຄົມໃນການນໍາໃຊ້ຜະລິດຕະພັນຫັດຖະກຳຂອງລາວ, ສ້າງທ່າແຮງ ໃນການຜະລິດສິນຄ້າໃນຂະແໜງ ແຜ່ນແພ ໃນນັ້ນ ຜ້າບ່ຽງ ເປັນໜຶ່ງໃນຜະລິດຕະພັນຫັດຖະກໍາ ຕໍ່າດ້ວຍມື ແລະ ນອນຢູ່ໃນປະເພດເຄື່ອງນຸ່ງຫົ່ມ ແຕ່ງກາຍ ທີ່ ທັງຄົນລາວ ແລະ ຊາວຕ່າງປະເທດກໍ່ນິຍົມຊົມໃຊ້.

ງານ “ຕະຫຼາດຫັດຖະກໍາໃນສວນ” ຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 2 ວັນ ຄື ວັນທີ 16 ແລະ ວັນທີ 17/7/2022 ໃນງານ ໄດ້ຈັດໃຫ້ມີກິດຈະກໍາ ຄື: ວາງສະແດງ ສະເໜຜ້າບ່ຽງລາວ ຈັດຕັ້ງກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງຫົວໜ່ວຍທຸລະກິດຫັດຖະກໍາ ຈັດເວທີສົນທະນາ ພາຍໃຕ້ຫົວຂໍ້: “ສະເໜຜ້າບ່ຽງລາວ” ເດີນແບບ ອາພອນ ແລະ ຜ້າບ່ຽງລາວ ຈາກຫຼານນ້ອຍ ແລະ ກິດຈະກໍາຕ່າງໆ.

ເຖິງວ່າຈະເປັນເວທີ ແລະ ກິດຈະກໍານ້ອຍໆແລະ ໃຊ້ເວລາບໍ່ຫລາຍປານໃດກໍ່ຕາມ, ແຕ່ຂ້າພະເຈົ້າຄິດວ່າ ຈະເປັນກິດຈະກໍາ ແລະ ເປັນເວທີ ທີ່ມີຄວາມໝາຍອັນເລິກເຊິ່ງ ແລະ ຈະເປັນເວທີ ເປີດສັງກາດໃໝ່ ໃຫ້ແກ່ການຄົ້ນຄວ້າ ແລະ ສົ່ງເສີມຂະແໜງ ແຜ່ນແພຂອງລາວເຮົາ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ໃນອະນາຄົດ ໂດຍສະເພາະແມ່ນ ໄດ້ສົ່ງເສີມ ການຊົມໃຊ້ ແລະ ການຜະລິດຜ້າບ່ຽງ.

ການເຂົ້າຮ່ວມງານຂອງພວກທ່ານໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍ ເປັນການປະກອບສ່ວນສົ່ງເສີມວຽກງານຫັດຖະກໍາໄປໃນຕົວ, ພ້ອມໆກັບການທ່ຽວຊົມ ທ່ຽວຊື້ ຂອງພວກທ່ານໃນງານນ້ອຍໆນີ້,  ພວກຂ້າພະເຈົ້າ ເຊື່ອໝັ້ນວ່າຈະໄດ້ຮັບຄໍາຄິດຄໍາເຫັນທີ່ສ້າງສັນຈາກພວກທ່ານ ເພື່ອປັບປຸງການຈັດຕັ້ງກິດຈະກໍາລັກສະນະນີ້ ໃຫ້ນັບມື້ດີຂຶ້ນ.