ຄັ້ງປະຫວັດສາດ ລັດຖະບານລາວ ປະດັບຫຼຽນໄຊແຮງງານໃຫ້ ຢູ 19 ລາວ ຈາກຜົນງານຮອງແຊ້ມ

481

ຄັ້ງປະຫວັດສາດ ລັດຖະບານລາວ ປະດັບຫຼຽນໄຊແຮງງານໃຫ້ ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 19 ປີ ຈາກຜົນງານຮອງແຊັມການແຂ່ງຂັນບານເຕະຊີງແຊັມອາຊຽນ 2022 ທີ່ປະເທດອິິນໂດເນເຊຍ ໂດຍພິທີດັ່ງກ່າວຈັດຂຶ້ນທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນຕອນແລງຂອງວັນທີ 19 ກໍລະກົດ 2022.

ໃຫ້ກຽດປະດັບຫຼຽນໄຊແຮງງານຊັ້ນ 2 ໃຫ້ກັບທັບນັກກີລາທີມຊາດຊຸດນີ້ ໂດຍ ທ່ານ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ກັບ ທັບນັກກີລາລາວ ຢູ 19 ຈໍານວນ 37 ທ່ານ ( ໃນນັ້ນເປັນນັກກີລາ 25 ທ່ານ ) ໂດຍມີ ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍຄະນະ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນລາວເຂົ້າຮ່ວມຢ່າງພ້ອມພຽງ.

ສ່ວນຕອນແລງຈະມີພິທີສະຫຼຸບ ແລະ ຈັດງານລ້ຽງຕ້ອນຮັບນັກກີລາ ຢູ 19 ລາວ ຢ່າງສົມກຽດທີ່ພັດຕະຄານເຊັນພິລາ…