ຕະຫຼາດຫຼັກຊັບລາວ ຕ້ອນຮັບ ຄະນະຫໍການຄ້າຂອນແກ່ນ (ປະເທດໄທ) ມາຢ້ຽມຢາມ

346

ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ພ້ອມຄະນະ ໄດ້ຕ້ອນຮັບ ຄະນະຫໍການຄ້າຈັງຫວັດຂອນແກ່ນ (ປະເທດໄທ) ຢ້ຽມຢາມ ເຊິ່ງນຳພາຄະນະໂດຍ ທ່ານ ສົມສັກ ຈັງຕຣະກຸນ ຜູ້ວ່າຣາຊະການຈັງຫວັດຂອນແກ່ນ ພ້ອມດ້ວຍ ທ່ານ ຊານນະລົງ ບຸຣິສຕຣະກູນ ປະທານຫໍການຄ້າຈັງຫວັດຂອນແກ່ນ ແລະ ນັກທຸລະກິດພາຍໃນຈັງຫວັດຂອນແກ່ນ ໃນໂອກາດເດີນທາງມາ ສປປ ລາວພາຍໃຕ້ “ ໂຄງການລາວ Link ແຫ່ງອາຊຽນ ”.

ຈຸດປະສົງຂອງການເດີນທາງມາພົບປະຄັ້ງນີ້ ເພື່ອເປັນແລກປ່ຽນແນວທາງການຮ່ວມມື, ການແລກປ່ຽນບົດຮຽນ ໂດຍສະເພາະແມ່ນຊອກຫາໂອກາດການລົງທຶນໃນ ສ ປປລາວ. ການພົບປະດັ່ງກ່າວໄດ້ມີຂຶ້ນໃນວັນທີ 17 ກໍລະກົດ ທີ່ຫ້ອງປະຊຸມໃຫຍ່ຕະຫຼາດຫຼັກຊັບລາວ.

ຂອນແກ່ນ ເປັນຈັງຫວັດທີ່ມີເນື່ອທີ່ຂະໜາດໃຫຍ່ອັນດັບທີ 6 ຂອງພາກຕາເວັນອອກສຽງເໜືອຂອງປະເທດໄທ ມີເສດຖະກິດເປັນອັນດັບທີ 14 ຂອງປະເທດ ແລະ ເປັນອັນດັບທີ 2 ຂອງພາກຕາເວັນອອກສຽງເໜືອ, ຂອນແກ່ນເປັນສູນການທາງດ້ານການຄ້າ ແລະ ການສຶກສາຂອງພູມິພາກ ແລະ ເປັນຈຸດໝາຍຍອດນິຍົມສຳລັບນັກທ່ອງທ່ຽວ ເປັນເມືອງສູນກາງການປະຕິບັດງານຕາມ “ ແຜນງານພັດທະນາແນວພື້ນທີ່ເສດຖະກິດ “ ເຊື່ອມຕໍ່ປະເທດໄທ, ມຽນມາ ແລະ ຫວຽດນາມເຂົ້າກັນ ແລະ ອະນາຄົດແມ່ນເບິ່ງເປັນປະເທດລາວ ທີ່ສາມາດເຊື່ອຈອດເສດຖະກິດໄດ້ ຂອນແກ່ນຍັງເປັນສູນກາງການຂົນສົ່ງທາງບົກ ແລະ ທາງອາກາດທີ່ສຳຄັນອີກດ້ວຍ.

ພ້ອມດຽວກັນນັ້ນຄະນະຂອງບໍລິສັດ APMລາວ, ຄະນະຜູ້ວ່າຣັດຊະການຂອນແກ່ນ, ປະທານຫໍການຄ້າຂອນແກ່ນ ແລະ ນັດທຸລະກິດຂອນແກ່ນກໍ່ຍັງໄດ້ເດີນທາງພົບປະຢ້ຽມຢາມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ຢ້ຽມຢາມ ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ, ຢ້ຽມຢາມ ບໍລິສັດ CKL ຜະລິດເກີບເພື່ອສົ່ງອອກ.