ລັດຖະມົນຕີກະຊວງການເງິນໃຫ້ທິດຊີ້ນໍາ ຕໍ່ວຽກງານຂະແໜງສ່ວຍສາອາກອນ

120

ໂອກາດດໍາເນີນກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2022, ຊຶ່ງໄດ້ຈັດຂຶ້ນລະຫວ່າງວັນທີ 18-20 ກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະໃຫ້ທິດຊີ້ນໍາຕໍ່ກອງປະຊຸມດັ່ງກ່າວຫຼາຍບັນຫາ, ເພື່ອປັບປຸງ ແລະ ແກ້ໄຂວຽກງານຂະແໜງສ່ວຍສາອາກອນໃຫ້ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.


ຊຶ່ງກ່ອນອື່ນທ່ານ ລັດຖະມົນຕີກະຊວງການເງິນ, ໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຈາກທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຍົກໃຫ້ເຫັນບາງຜົນສຳເລັດ, ຂໍ້ຄົງ ຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ເປັນຕົ້ນ: ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດເວົ້າລວມເວົ້າສະ ເພາະກໍແມ່ນຄະນະພັກ-ຄະນະນໍາກະຊວງການເງິນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາຂະແໜງສ່ວຍສາອາກອນລວມເຖິງຄະ ນະພັກຄະນໍາຂອງຂະແໜງສວຍສາອາກອນທຸກໆຂັ້ນ ໃນຂອບເຂດທົ່ວປະເທດ ຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງໄດ້ຕັດສິນໃຈສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນການປີ 2022.


ອັນທີ່ພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດຕົວຈິງໃນ 6 ເດືອນຕົ້ນປີສາມາດປະຕິບັດໄດ້ 6.513,82 ຕື້ກີບເທົ່າ 45,2% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 29,6% ຫຼື ປະມານ 1.487,8 ຕື້ກີບ 92,41%. ພ້ອມນັ້ນໃນກອງປະຊຸມຍັງໄດ້ມີການປະກອບຄໍາຄິດຄໍາເຫັນເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາໃຫ້ເຫັນໄດ້ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງໃນການປະຕິບັດວຽກງານຕົວຈິງ.


ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມດັ່ງກ່າວ: ການປັບປຸງກົງຈັກການຈັດຕັ້ງທີ່ໄດ້ຮັບຮອງການເຄື່ອນໄຫວຂອງກົມສ່ວຍສາອາກອນ ແລະ ບັນດາພະແນກອ້ອມຂ້າງ, ສ່ວຍສາອາກອນ, ນະຄອນຫຼວງວຽງຈັນ, ເທດສະບານ, ນະຄອນເມືອງ, ການປັບປຸງໃຫ້ມີທ່າຫັນປ່ຽນໃໝ່,ຊີ້ນຳ-ນຳພາໄດ້ລວມທັງການຊັບຊ້ອນໝູນວຽກພະນັກງານຂັ້ນແຂວງຫາແຂວງ, ແຂວງຫາເມືອງ, ການສັບຊ້ອນໝູນວຽນຂັ້ນຫົວໜ້າສ່ວຍສາອາກອນປະຈຳແຂວງ, ວຽກຂະຫຍາຍຖານອາກອນມູນຄ່າເພີ່ມ, ການກວດກາໄລ່ລຽງອາກອນໂດຍສະເພາະແມ່ນລະບົບ ອມພ, ວຽກງານກວດກາພາຍໃນ ສະເໜີໃຫ້ແຕ່ສູນກາງເປັນຜູ້ຈັດຕັ້ງປະຕິບັດ, ພ້ອມທັງການແກ້ໄຂປະກົດການຫຍໍ້ທໍ້ໂດຍເນັ້ນໃສ່ການກວດກາ ແລະ ຕ້ານບັນດາປະ ກົດການຫຍໍ້ທໍ້ຕ່າງໆໃນຖັນແຖວພະນັກງານຂະແໜງການສ່ວຍສາອາກອນຂອງຕົນຢ່າງຈິງຈັງ ແລະ ປະຕິບັດວິໄນຢ່າງເຂັ້ມງວດຕໍ່ຜູ້ທີ່ລະເມີດລະບຽບກົດໝາຍ.

ການຄຸ້ມຄອງການເກັບລາຍຮັບບໍ່ແມ່ນພາສີ-ສ່ວຍສາອາກອນ ໂດຍສະເພາະກົນໄກການໂອນຂໍ້ມູນຈາກຂະແໜງຊັບສິນມາໃຫ້ກົມສ່ວຍສາອາກອນໂດຍຜ່ານລະບົບ TaxRIS, ໃຫ້ແຕ່ລະແຂວງສຸມໃສ່ເອົາຫົວໜ່ວຍທຸລະກິດເຂົ້າໃນລະບົບ TaxRIS ຈໍານວນ 25.000 ຫົວໜ່ວຍທີ່ຢູ່ນອກລະບົບ, ການຫັນເປັນທັນສະໄໝເປັນຕົ້ນ: ຄ່າທາງ, ທີ່ດິນ, ການນຳໃຊ້ການຊໍາລະຜ່ານຕູ້ KIOS ແລະ BECOME, ການເກັບຄ່າທຳນຽມລາຍຮັບວິຊາການໃນລັດຖະບັນຍັດເລກທີ002, ການປະເມີນພະນັກງານ,ການກໍານົດມາດຕະຖານ-ເງື່ອນໄຂຂອງຜູ້ເຂົ້າຮ່ວມຝຶກອົບຮົມໃນແຕ່ລະຫຼັກສູດ, ຫົວຂໍ້ໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດ ແລະ ຖືກກັບໜ້າທີ່ຄວາມຮັບຜິດຊອບຕົວຈິງ ແລະ ສ້າງຄູຝຶກໃຫ້ແຕ່ລະທ້ອງຖິ່ນ, ເພື່ອເຮັດໃຫ້ທ້ອງຖິ່ນມີຄວາມເຂັ້ມແຂງໃນວຽກງານສ່ວຍສາອາກອນຢ່າງທົ່ວເຖິງ, ພ້ອມສະເໜີໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ເອົາໃຈໃສ່ຈັດຝຶກອົບຮົມແບບທາງໄກນໍາອີກດ້ວຍ.