ໄປຫຼາຍເທື່ອກໍ່ຍັງບໍ່ເບື່ອ ຖ້ຳຕິ່ງ ກັບຄວາມຫັດສະຈັນທີ່ແຂວງຫຼວງພະບາງ

100

ຖ້າໄປຫຼວງພະບາງ ໜື່ງສະຖານທີ່ຕ້ອງໄປເຍືອນນັ້ນກໍ່ຄື ຖ້ຳຕິ່ງ ເຊິ່ງເປັນປູຊະນິຍະສະຖານທີ່ ສຳຄັນ ອອກແບບໂດຍທຳມະຊາດ ມີຄວາມກົມກຽວກັນດີ ລະຫວ່າງທີ່ຕັ້ງພູມສັນຖານທີວທັດທາງທຳມະຊາດ ຄືຕັ້ງຢູ່ຍ່ານທີ່ນ້ຳອູມາໄຫຼປ່ອງໃສ່ນ້ຳຂອງ ບ້ານປາກອູ ແລະ ມີພູນ້ອຍໜ່ວຍໜຶ່ງຕັ້ງຢູ່ຟາກແມ່ນ້ຳຂອງ ເຊິ່ງທຳມະຊາດເຈາະຮູໃຫ້ເປັນຖ້ຳ ສອງຖ້ຳ ຄືຖ້ຳລຸ່ມ ແລະ ຖ້ຳເທິງ ຫ່າງກັນສູງປະມານຮ້ອຍກ່ວາແມັດ ມີຕົ້ນໄມ້ສີຂຽວປົກຫຸ້ມຕະຫຼອດປີ ໃນນັ້ນພົ້ນເດັ່ນກ່ອນໝູ່ແມ່ນຕົ້ນຈຳປາ ເມື່ອຕົກຍາມໜ້າຮ້ອນ ໃບຈະມີໜ້ອຍ ແລະ ດອກຈະບານຂາວສະພັ້ງ ດັ່ງຈະແຂ່ງຂັນທ້າສາຍຕາຂອງນັກທ່ອງທ່ຽວ ເພື່ອປະກາດສັກສີແຫ່ງຄວາມເປັນພາກສ່ວນໜຶ່ງ ຂອງນະຄອນເກົ່າແກ່ຫຼວງພະບາງ ປາກຖ້ຳຕິ່ງ ມີຍອຍຫີນບັງ ປາກຖ້ຳບ່ອນຕ່ຳ ບ່ອນສູງ ເໝືອນດັ່ງນັກສິລະປິນ ບັນຈົງສ້າງໃຫ້ມີຄວາມແປກແຫວກແນວ ໃຫ້ແກ່ສະຖານທີ່ດັ່ງກ່າວ.

ຖ້ຳຕິ່ງ ຖ້າຫຼຽວຈາກບ້ານປາກອູ ກໍຈະເຫັນຕິ່ງຫີນຢ່ອນຢູ່ປາກຖ້ຳ ແລະ ຮາວຂັ້ນໄດສີຂາວ ລຽນຂຶ້ນໄປຕາມຫວ່າງຫີນໄປຍັງຖ້ຳລຸ່ມຖ້ຳເທິງ ໂດຍສາມາດແນມເຫັນໄກຈາກສີຂາວຂອງຂັ້ນໄດນີ້ ເຊິ່ງປັດຈຸບັນ ເພິ່ນໄດ້ສ້າງຂັ້ນໄດອີກເບື້ອງໜຶ່ງ ເພື່ອລັດຂຶ້ນຖ້ຳເທິງໂດຍກົງ.

ຖ້ຳຕິ່ງໃນມື້ນີ້ຍັງສະແດງເຖິງຍຸກແຫ່ງການປະຕິວັດ ຄວາມເຊື່ອຂອງປະຊາຊົນລາວໃນອະດີດ ທີ່ເຄີຍນັບຖືຜີ ພະເຈົ້າໂພທິສາລະລາດ ຊົງເຫລື້ອມໃສໃນ ພຸດທະສາດສະໜາ ແລະ ໃຊ້ຖ້ຳຕິ່ງເປັນສະຖານທີ່ສັກສິດທາງພຸດທະສາດສະໜາ ແລະ ມີການຄົ້ນພົບພະພຸດທະຮູບທີ່ສ້າງຂຶ້ນໃນສະຕະວັດທີ 18-19 ຫຼາຍກວ່າ 2,500 ອົງ ສ່ວນຫຼາຍສ້າງຂຶ້ນຈາກໄມ້ ເມື່ອຕອນຄົ້ນພົບໃໝ່ ມີພະພຸດທະຮູບຈຳນວນໜຶ່ງທີ່ສ້າງດ້ວຍເງິນ ແລະ ຄຳ ແຕ່ຖືກເຄື່ອນຍ້າຍອອກໄປໝົດ.

ນັບແຕ່ນັ້ນມາຖ້ຳຕິ່ງຈຶ່ງເປັນຖ້ຳທີ່ສັກສິດ ເຈົ້າມະຫາຊີວິດຫຼວງພະບາງ ຕ້ອງໄປສັກກາລະບູຊາພະພຸດທະຮູບໃນຖ້ຳ ໂດຍສະເພາະໄລຍະບຸນປີໃໝ່ລາວ ທັງເຈົ້າມະຫາຊີວິດ ພະນັກງານລັດຖະການ ພະສົງ ປະຊາຊົນທົ່ວໄປ ຈະເດີນທາງໄປຫົດສົງພະພຸດທະຮູບ ທີ່ຖໍ້າຕິ່ງເທິງ ແລະ ຖ້ຳຕິ່ງລຸ່ມ ຈາກນັ້ນຈຶ່ງໄປຫົດສົງພະພຸດທະຮູບ ທີ່ວັດປາກອູ ເຊິ່ງຢູ່ໃກ້ໆ ກັບຖ້ຳຕິ່ງ ສຳລັບຖ້ຳເທິງນັ້ນ ມີທາງແຍກໄປທາງຊ້າຍຂຶ້ນຂັ້ນໄດໄປ 218 ຂັ້ນ ສອງຂ້າງທາງຮົ່ມເຢັນດ້ວຍເງົາໄມ້ ລັກສະນະຖ້ຳຕິ່ງເທິງເປັນປາກຖ້ຳບໍ່ເລິກປານໃດ ມີພະພຸດທະຮູບຢູ່ພາຍໃນຖ້ຳ ແຕ່ບໍ່ຫຼາຍເທົ່າກັບຖ້ຳຕິ່ງລຸ່ມ ທີ່ປາກຖ້ຳມີໄຟສາຍໃຫ້ເຊົ່າສຳລັບເຂົ້າໄປ ເຍືອງເບິ່ງຄວາມສວຍງາມພາຍໃນຖ້ຳ.

ຂໍ້ມູນ: ສາລະໜ້າຮູ້ລາວພັດທະນາ