ຄະນະຜູ້ແທນຂັ້ນສູງຂອງລາວ-ຫວຽດນາມ ເດີນທາງໄປເຂົ້າຮ່ວມ ພິທີສະຫລອງສອງວັນປະຫວັດສາດ

199

ປີນີ້ເປັນປີທີ່ມີຄວາມໝາຍຄວາມສຳຄັນສຳລັບສອງຊາດລາວ-ຫວຽດນາມ ທີ່ໄດ້ພ້ອມກັນສະເຫຼີມສະຫຼອງສອງວັນສຳຄັນທາງປະຫວັດສາດຄື: ວັນສ້າງຕັ້ງສາຍພົວ ພັນການທູດ ຄົບຮອບ 60 ປີ(5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ(18/7/1977-18/7/2022) ເຊິ່ງການນຳສອງຝ່າຍໄດ້ແມ່ນໄດ້ແລກປ່ຽນກັນໄປຮ່ວມສະຫຼອງໃຫ້ສອງວັນປະຫວັດສາດນີ້ໃຫ້ເຕັມໄປດ້ວຍບັນຍາກາດທີ່ມີເນື້ອໃນຄວາມໝາຍ.

ສຳລັບ ສປປ ລາວ ໃນວັນທີ 17 ກໍລະກົດ 2022 ນີ້, ຄະນະຜູ້ແທນຂັ້ນສູງ ສປປ ລາວ ນຳໂດຍ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕາງໜ້າ ໃຫ້ແກ່ ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ເດີນທາງໄປເຂົ້າຮ່ວມພິທີສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື ສອງວັນປະຫວັດສາດ ລາວ-ຫວຽດນາມ ເຊິ່ງຈະຈັດຂຶ້ນ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ແລະ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 17-19 ກໍລະກົດ 2022.


ພິທີສົ່ງຄະນະຜູ້ແທນດັ່ງກ່າວ, ຈັດຂຶ້ນທີ່ສະໜາມບິນສາກົນວັດໄຕ ໂດຍມີ ສະຫາຍ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ, ສະຫາຍ ຫງວຽນ ບາ ຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ເຊັ່ນດຽວກັນໃນວັນທີ 17 ກໍລະກົດ 2022 ນີ້, ສະຫາຍ ຫວໍ ວັນ ເຖື້ອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນຳລະດັບຊາດ ສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງນະຄອນຫລວງວຽງຈັນ ສປປ ລາວ ເພື່ອເຂົ້າຮ່ວມພິທີໂຮມຊຸມນຸມ ສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ທີ່ຈັດຂຶ້ນ ໃນຕອນເຊົ້າວັນທີ 18 ກໍລະກົດ 2022 ໂດຍໃຫ້ກຽດຕ້ອນ ຮັບຢູ່ສະໜາມບິນສາກົນວັດໄຕ ຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິ ການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍຄະນະ.


ໂອກາດນີ້, ສະຫາຍ ຫວໍ ວັນ ເຖື້ອງ ພ້ອມຄະນະຍັງຈະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ພົບປະຢ້ຽມຢາມ ບັນດາການນຳ ແລະ ອະດີດການນຳຂັ້ນສູງຂອງ ສປປ ລາວ ຕື່ມອີກ.