ຊີ້ແຈງ ຕໍ່ປະກົດການຂອງນາຍຫນ້າມາຢືນລຽນແຖວແລະຮຽກເກັບເງິນປະຊາຊົນ ຕໍ່ຫນ້າກົມກົງສຸນ

376

ນັບວ່າເປັນປະເດັນຮ້ອນແຮງມາບໍ່ຢຸດ ສຳລັບການເຮັດພັດສະປອດຂອງ ສປປ ລາວ ຢູ່ກົມກົງສຸນ ກະຊວງການຕ່າງປະເທດພາຍຫຼັງມີຜູ້ໄປໃຊ້ບໍລິການແລ້ວເກີດມີນາຍໜ້າ ມາລັດຄີວ ແລະຮຽກເກັບເງິນ ເຊິ່ງໄດ້ນຳມາລົງໃນສື່ສັງຄົມອອນລາຍ.

ຕໍ່ປະເດັນນີ້ ພາກສ່ວນກ່ຽວຂ້ອງໄດ້ອອກມາຊີ້ແຈງໃນວັນທີ 14 ກໍລະກົດ 2022 ໂດຍທ່ານ ສີສຸພັນ ມະນີວັນ, ຮອງຫົວຫນ້າ ກົມກົງສຸນໄດ້ຊີ້ແຈງເຖິງສະພາບການຕົວຈິງ ໃນການເຮັດຫນັງສືຜານແດນຂອງພົນລະ ເມືອງລາວ ໃນໄລຍະປະຈຸບັນ ລວມທັງ ປະກົດການຫຍໍ້ ທໍ້ຕ່າງໆ ທີ່ເກີດຂຶ້ນຢູ່ບໍ່ລິເວນຫນ້າກົມກົງສຸນ ດັ່ງປະກົດເປັນຂ່າວຕາມສື່ອອນລາຍ ດັ່ງນີ້:


ມາເຖິງປະຈຸບັນນີ້ ແມ່ນຍັງສັງເກດເຫັນວ່າ ປະຊາຊົນລາວເຮົາ ຍັງສືບຕໍ່ມີຈໍານວນຫລວງ ຫລາຍມາຍື່ນຄໍາຮ້ອງ ຂໍຫນັງສືຜ່ານແດນ ຊຶ່ງມີປະລິມານເກີນຂີດຄວາມສາມາດ ໃນການຮອງຮັບ ຕົວຈິງຂອງລະບົບໃນແຕ່ລະວັນ ຊຶ່ງຕົວເລກທີ່ສຳ ພາດໄດ້ຕົວຈິງຈາກບັນດາສູນຮັບຄຳຮ້ອງທີ່ຕ່າງ ແຂວງ ແລະ ຢູ່ກົມກົງສຸນ ມີສູງເຖິງປະມານ 2.000 ສະບັບ ຕໍ່ວັນ ແລະ ສົ່ງຜົນເຮັດໃຫ້ການຜະລິດຫນັງສືຜ່ານແດນ ມີຄວາມລ້າຊ້າ.

ຕະຫລອດໄລຍະຜ່ານມາ ຄະນະນຳກະຊວງການຕ່າງປະເທດ ກໍໄດ້ຕິດຕາມຢ່າງໃກ້ຊິດ ເຖິງບັນຫາທີ່ເກີດຂຶ້ນ ແລະ ເອົາໃຈໃສ່ຊີ້ນຳກົມກົງສຸນ ພະຍາຍາມຫາວິທີແກ້ໄຂສະພາບດັ່ງກ່າວ ຢ່າງມີຄວາມຮັບຜິດຊອບ ຊຶ່ງກົມກົງສຸນ ກໍ່ໄດ້ຈັດຕັ້ງພະນັກງານຈຳນວນຫນຶ່ງ ມາປະຈຳການແຕ່ ເຊົ້າໆ ເບິ່ງຄວາມເປັນລະບຽບຮຽບຮ້ອຍພາຍໃນສໍານັກງານ ຫ້ອງການ ແລະ ເປີດຮັບປະຊາຊົນ ເຂົ້າໄປໃນຕຶກສຳພາດເລີ່ມແຕ່ເວລາ 6:30 ໂມງ ເປັນຕົ້ນໄປ.

ໃນຫນ່ວຍງານການຜະລິດ ກໍໄດ້ຈັດ ຕັ້ງກັນປະຕິບັດຫນ້າທີ່ວຽກງານ ກາຍໂມງເວລາລັດຖະການທຸກວັນ ລວມທັງມາສືບຕໍ່ວຽກງານ ໃນວັນພັກເສົາ ແລະ ອາທິດ. ແຕ່ເຖິງຢ່າງໃດກໍຕາມ ກໍຍັງບໍ່ສາມາດຕອບສະຫນອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການ ຂອງ ປະຊາຊົນຢ່າງທັນການ ເນື່ອງຈາກເຫດຜົນທີ່ກ່າວມາຂ້າງເທິງນັ້ນ.

ຕໍ່ກັບສະພາບການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ບໍລິເວນດ້ານຫນ້າຂອງກົມກົງສຸນ ດັ່ງທີ່ຫລາຍຄົນໄດ້ ເຫັນຄລິບວີດີໂອໃນສື່ສັງຄົມອອນລາຍ ໃນວັນທີ 12 ກໍລະກົດ 2022 ຜ່ານມານີ້, ກົມກົງສຸນ ເຫັນວ່າ ເປັນການເຄື່ອນໄຫວທີ່ລະເມີດລະບຽບກົດໝາຍ ແລະ ສ້າງຄວາມເສື່ອມເສຍທາງດ້ານ ບົດບາດໃຫ້ແກ່ການຈັດຕັ້ງ ກໍ່ຄືພະນັກງານກົມກົງສຸນ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ.

ທ່ານຮອງຫົວໜ້າກົມກົງສຸນຊີ້ແຈງວ່າ: ເຫດການທີ່ເກີດຂຶ້ນ ແມ່ນເກີດຂຶ້ນໃນເວລາແຕ່ຂ້ອນແຈ້ງ ແລະ ເວລາເຊົ້າໆ ກ່ອນທີ່ພະນັກງານ ໃນກົມກົງສຸນຈະເດີນທາງມາປະຕິບັດຫນ້າທີ່ວຽກງານ. ໃນເນື້ອຫາຂອງບາງວີດີໂອກໍມີການແອບ ອ້າງວ່າມີສາມີເຮັດວຽກຢູ່ພາຍໃນກົມກົງສຸນ ຫລື ມີການພົວພັນກັບພະນັກງານຂອງກົມກົງສຸນນັ້ນ, ທາງກົມກົມສຸນ ຂໍຊີ້ແຈງ ແລະ ຢືນຢັນວ່າ ແມ່ນບໍ່ມີມູນຄວາມຈິງ ບໍ່ມີສາມີ ຫລື ພັນລະຍາ ຂອງພະນັກງານກົມກົງສຸນຕາມທີ່ກ່າວຫາ, ຊຶ່ງສາມີ ຫລື ພັນລະຍາຂອງພະນັກງານກົມກົງສຸນ ກໍລ້ວນແມ່ນພະນັກງານລັດຖະກອນ ທີ່ປະຕິບັດຫນ້າທີ່ຢູ່ ກະຊວງ ຫລື ອົງການຈັດຕັ້ງລັດອື່ນໆ.

ສ່ວນໃນເຫດການທີ່ມີບຸກຄົນແອບອ້າງ ໄດ້ກະທໍາການຮຽກເງິນຈາກປະຊາຊົນທີ່ມາຢືນລຽນແຖວຢູ່ຫນ້າກົມກົງສຸນ ກ່ອນທີ່ຈະເຂົ້າໄປ ຍື່ນເອກະສານ ຄໍາຮ້ອງຂໍຫນັງສືຜ່ານແດນກໍເຊັ່ນດຽວກັນ ແມ່ນບໍ່ມີສ່ວນກ່ຽວຂ້ອງໃດໆ ກັບພະນັກງານກົມກົງສຸນ, ແຕ່ເປັນການສວຍໂອກາດຂອງພວກນາຍໜ້າ ທີ່ມາເຄື່ອນໄຫວຫາຜົນປະໂຫຍດຢູ່ບໍລິເວນດັ່ງກ່າວ, ຊຶ່ງຜ່ານມາ ພວກເຮົາກໍ່ໄດ້ພະຍາຍາມຊອກວິທີແກ້ໄຂ ແຕ່ກໍ່ຍັງມີການເຄື່ອນໄຫວຢູ່ ແລະ ມີທ່າອ່ຽງແຮງຂຶ້ນ. ປະຈຸບັນ, ກົມກົງສຸນ ກຳລັງປຶກສາກັບ ປກສ ເມືອງ ແລະ ບ້ານ ເພື່ອເກັບກຳຂໍ້ມູນລະອຽດຂອງກຸ່ມຄົນດັ່ງກ່າວ ເພື່ອດຳເນີນການຕາມລະບຽບກົດໝາຍ.


ພ້ອມນີ້ ກົມກົງສຸນ ຂໍຮຽກຮ້ອງມາຍັງປະຊາຊົນທີ່ມາຍື່ນຄຳຮ້ອງຂໍຫນັງສືຜ່ານແດນຢູ່ກົມກົງສຸນວ່າ ບໍ່ມີຄວາມຈໍາເປັນ ທີ່ຈະມາ ລໍລຽນແຖວຖ້າແຕ່ເດິກດື່ນທ່ຽງຄືນ ອັນຈະເປັນຊ່ອງວ່າງໃຫ້ກຸ່ມຄົນ ແອບອ້າງ ມາຫາຜົນປະໂຫຍດຈາກທ່ານ ໂດຍໄຮ້ເຫດຜົນ. ປົກກະຕິ ກົມກົງສຸນ ເລີ່ມກວດເອກະ ສານ ໃຫ້ທຸກຄົນທີ່ມາຍື່ນ ເລີ່ມແຕ່ເວລາ 7:00 ໂມງ – 11:30 ໂມງ ແລະ ເວລາ 13:00 ໂມງ – 16:00 ໂມງ ແຕ່ວັນຈັນ ເຖິງ ວັນພະຫັດ, ສ່ວນວັນສຸກຕອນເຊົ້າຈະຮັບສໍາພາດໃຫ້ແຕ່ຜູ້ ທີ່ໄດ້ ຄິວນັດຫມາຍໃນມື້ຜ່ານມານັ້ນ ຊຶ່ງຫມາຍວ່າ ທຸກຄົນທີ່ມາຍື່ນຈະໄດ້ຮັບການກວດກາເອກະສານ ແລະ ຮັບຄິວ ສຳພາດທຸກຄົນ ຈຶ່ງບໍ່ຈໍາເປັນມາຢືນເຂົ້າແຖວແຕ່ເດິກດື່ນລໍຖ້າຢູ່ນອກກົມກົງສຸນ ເພື່ອເຂົ້າໄປສຳພາດເກັບຂໍ້ມູນຢູ່ສະຖານທີ່ພາຍໃນກົມກົງສຸນ.