ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຄາບອນທັຣດຮ່ວມມືກັນໂຄສະນາເຜີຍແຜ່ ເພື່ອສົ່ງເສີມການປະຢັດ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິພາບໃນ ສປປ ລາວ

128

ໃນວັນທີ 15 ເດືອນ ກໍລະກົດ 2022 ທີ່ ນະຄອນຫຼວງວຽງຈັນ ສປປ ລາວ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຄາບອນທັຣດ ຊຶ່ງແມ່ນອົງກອນໃຫ້ຄໍາປຶກສາ ດ້ານສະພາບອາກາດຊັ້ນນໍາຂອງໂລກ ໄດ້ຮ່ວມມືກັນ ໂຄສະນາເຜີຍແຜ່ ເພື່ອປູກຈິດສໍານຶກ ໃນການສົ່ງເສີມການປະຢັດ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິພາບ ໂດຍແບ່ງປັນຄວາມຮູ້ ແລະ ປະສົບການ ເພື່ອເລັ່ງໃຫ້ ສປປ ລາວ ມີການຫັນປ່ຽນ, ປັບຕົວ ແລະ ນໍາໃຊ້ພະລັງງານກາກບອນປະລິມານຕໍ່າ.

ໃນມື້ນີ້, ທັງສອງຝ່າຍໄດ້ເຊັນສັນຍາຮ່ວມມືກັນ ແລະ ເປີດໂຕໂຄງການ ໂຄສະນາເຜີຍແຜ່ ເພື່ອສົ່ງເສີມການປະຢັດ ແລະ ການນໍາໃຊ້ພະລັງງານຢ່າງມີປະສິດທິພາບໃນ ສປປ ລາວ ທີ່ມີຊື່ວ່າ: “ເຊົາຖິ້ມເງິນ ປະຢັດພະລັງງານ”.ທ່ານ ຈັນໂທ ມີລັດຕະນະແພງ ຫົວໜ້າກົມສົ່ງເສີມ ແລະ ປະຢັດພະລັງງານ ໄດ້ກ່າວວ່າ ອີງໃສ່ສະພາບການປ່ຽນແປງຂອງເສດຖະກິດຂອງໂລກ. ການໃຫ້ຄວາມຮູ້ກ່ຽວກັບການປະຢັດພະລັງງານ ໂດຍສະເພາະໃນ ສປປ ລາວ ເປັນວຽກງານໜຶ່ງທີ່ສໍາຄັນ ຊຶ່ງລັດຖະບານໄດ້ເອົາໃຈໃສ່ ແລະ ແມ່ນ 1 ຍຸດທະສາດ ແລະ ແຜນງານຂອງກະຊວງພະລັງງານ ຮອດປີ 2025 ເພື່ອຊຸກຍູ້ສົ່ງເສີມນໍາໃຊ້ພະລັງງານຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໂດຍສະເພາະການປ່ຽນແປງຂອງລາຄານໍ້າມັນ ລັດຖະບານໄດ້ມີກົນໄກ ໃນການຫັນໄປສູ່ການຫຼຸດຜ່ອນການນໍ້າເຂົ້ານໍ້າມັນ ໂດຍການນໍາໃຊ້ລົດໄຟຟ້າ ແລະ ການໂຄສະນາປູກຈິດສໍານຶກ ໃນການປະຢັດ ພະລັງງານ ໂດຍຜ່ານ ສື່ການໂຄສະນາເຜີຍແຜ່ທາງອອນລາຍ.


ການຮ່ວມມືດັ່ງກ່າວນີ້ ເປັນນິມິດໝາຍທີ່ສໍາຄັນ ໃຫ້ປະຊາຊົນມີຄວາມຮູ້ດ້ານການປະຢັດພະລັງງານ. ການຮ່ວມມືດັ່ງກ່າວນີ້ ແມ່ນມີ ຜົນປະໂຫຍດ ໃນການ ໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງກ່ຽວກັບ ການປະຢັດພະລັງງານ ຕໍ່ປະຊາຊົນ ໃນ ສປປ ລາວ.
ໂດຍການສະໜັບສະໜູນຈາກ UK Aid-funded ASEAN Low Carbon Energy Program (LCEP), ໂຄງການປູກຈິດສໍານຶກ ໃນການປະຢັດພະລັງງານ ໃນ ສປປ ລາວ ໄດ້ດໍາເນີນການໂດຍ ຄາບອນທັຣດ ພ້ອມກັບ ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ສະມາຄົມພັດທະນາບົດບາດຍິງ-ຊາຍ, ມະຫາວິທະຍາໄລແຫ່ງຊາດ, ພ້ອມທັງສື່ມວນຊົນ InsideLao ແລະ ສະຖານີວິທະຍຸຊາວໝຸ່ມລາວສິນໄຊຍຸກໃໝ່ FM 90.0 MHz (Lao Youth Radio FM 90.0 MHz).
“ພວກເຮົາມີຄວາມຍິນດີ ແລະ ດີໃຈ ທີ່ໄດ້ຮ່ວມມືຢ່າງໃກ້ຊິດກັບ ກົມສົ່ງເສີ່ມ ແລະ ປະຢັດພະລັງງານ ຕະຫຼອດເຖິງ ຄູ່ຮ່ວມງານ ທີ່ສຳຄັນອື່ນໆໃນ ສປປ ລາວ, ເພື່ອສ້າງຄວາມເຂົ້າໃຈກ່ຽວກັບປະໂຫຍດຂອງການປະຢັດພະລັງງານໃນບັນດາສຳນັກງານຫ້ອງການ ແລະ ທີ່ຢູ່ອາໄສ. ໂດຍການເຂົ້າໃຈເຖິງການປັບປ່ຽນພຶດຕິກຳງ່າຍໆໃນການປະຢັດພະລັງງານ, ທຸກຄົນກໍສາມາດປະຢັດຄ່າໃຊ້ຈ່າຍ ແລະ ປະກອບສ່ວນໃນການສ້າງສະພາບແວດລ້ອມທີ່ດີຂຶ້ນສຳລັບລູກຫຼານໃນອະນາຄົດ.” ທ່ານ ຄຣິສ ສະຕີເຟນ, ຜູ້ຈັດການໃຫຍ່ຂອງ ຄາບອນທັຣດ ປະຈຳ ອາຊີ ແລະ ອາຟຣິກາ ກ່າວ.


ເລີ່ມແຕ່ເດືອນ ກໍລະກົດ ຫາ ທັນວາ ປີ 2022 , ສື່ມວນຊົນ InsideLao ແລະ Lao Youth Radio FM 90.0 MHz ທີ່ເປັນຄູ່ຮ່ວມງານ ຈະແບ່ງປັນຄໍາແນະນໍາ ທີ່ເຂົ້າໃຈງ່າຍໃນການປະຢັດພະລັງງານໃນທຸກໆອາທິດ. ໂດຍການລົງໂຄສະນາ ໃຫ້ຄວາມຮູ້ ເພື່ອອະທິບາຍຄວາມໝາຍ ແລະ ປະໂຫຍດຂອງການປະຢັດພະລັງງານ, ພ້ອມທັງວິທີການປະຕິບັດຕົວຈິງໃນການນຳໃຊ້ພະລັງງານ. ຕົວຢ່າງ: ໂດຍເລີ່ມຕັ້ງແຕ່ ການຕັ້ງຄ່າອຸນຫະພູມຂອງແອເຢັນທີ່ເໝາະສົມ, ການຕັ້ງຄ່າໜ້າຈໍຄອມໃຫ້ຢູ່ໃນໂໝດປະຢັດພະລັງງານ, ປິດເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນຕ່າງໆ ຖ້າບໍ່ໄດ້ໃຊ້ງານ ແລະ ເລືອກໃຊ້ເຄື່ອງໃຊ້ທີ່ປະຢັດພະລັງງານ.
ນອກຈາກນີ້, ການໂຄສະນາແບບ ອອບລາຍ ແມ່ນອີກປັດໃຈໜຶ່ງ ທີ່ມີຄວາມສໍາຄັນ ສຳລັບໂຄງການການປະຢັດພະລັງງານຢູ່ ສປປ ລາວ ໂດຍການຕິດຕັ້ງປ້າຍໂຄສະນາ ຕາມສາທາລະນະ ຢູ່ທີ່ວົງວຽນໂສກປ່າຫຼວງ, ຕະຫຼອດເຖິງ ປ້າຍຕັ້ງຂະໜາດນ້ອຍຕາມຮ້ານກາເຟ ແລະ ຮ້ານອາຫານ ທີ່ມີຊື່ສຽງທົ່ວນະຄອນຫຼວງວຽງຈັນຫຼາຍກວ່າ 20 ແຫ່ງ, ເພື່ອໃຫ້ຄວາມຮູ້ກັບລູກຄ້າ ກ່ຽວກັບໂຄງການດັ່ງກ່າວ.
ໃນການຮ່ວມມືກັບ ສະມາຄົມພັດທະນາບົດບາດຍິງ-ຊາຍ, ມະຫາວິທະຍາໄລແຫ່ງຊາດ, ກົມສົ່ງເສີມ ແລະ ປະຢັດພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່, ແລະ ຄາບອນທັຣດ ໃນຄັ້ງນີ້, ພວກເຮົາຍັງໄດ້ວາງແຜນຈັດການສໍາມະນາທາງອອນລາຍຂຶ້ນ, ເຊິ່ງເປົ້າໝາຍຂອງກຸ່ມສົນທະນາ ຈະເນັ້ນ ຜູ້ຍິງເປັນຫຼັກ. ຜ່ານການສໍາພາດຈາກກຸ່ມສົນທະນາ ໄດ້ໃຫ້ຮູ້ວ່າ ຜູ້ຍິງບໍ່ວ່າຈະຢູ່ບ້ານ ຫຼື ສະຖານທີ່ເຮັດວຽກ ລ້ວນມີຈິດສຳນຶກໃນການປະຢັດພະລັງງານຢູ່ສະເໝີ. ສະນັ້ນ, ຜູ້ຍິງຈຶ່ງມີບົດບາດ ສຳຄັນຫຼາຍ ໃນການສົ່ງເສີມໂຄງການປູກຈິດສໍານຶກ ການປະຢັດພະລັງງານໃນຄັ້ງນີ້.


ຄາບອນທັຣດ ເປັນຜູ້ນໍາແນວໜ້າ ທາງດ້ານການແບ່ງປັນປະສົບການ ກ່ຽວກັບການປ່ຽນແປງຂອງສະພາບອາກາດ, ທີມງານພວກເຮົາມີຜູ້ຊ່ຽວຊານຜູ້ທີ່ມີປະສົບການ ແລະ ໜ້າເຊື່ອຖືໄດ້ທາງທາງກ້ານການຈັດຕັ້ງປະຕິບັດການລົດປະລິມານການປ່ອຍ CO2 ໃຫ້ເປັນສູນ ທຽບເທົ່າສູນ (Net Zero). ພວກເຮົາໄດ້ສ້າງຕັ້ງເປັນອົງກອນມາຫຼາຍກວ່າ 20 ປີ ເພື່ອຂັບເຄື່ອນການປ່ຽນແປງທີ່ແທ້ຈິງ ໂດຍການຮ່ວມມືກັບທຸລະກິດຊັ້ນນຳ, ລັດຖະບານ, ແລະ ອົງການຈັດຕັ້ງຕ່າງໆ.
ຄາບອນທັຣດ, ພວກເຮົາ ນໍາໃຊ້ປະສົບການຈາກຜູ້ຊ່ຽວຊານຫຼາຍກວ່າ 300 ຄົນ ທົ່ວໂລກ, ໃນການເພີ່ມ ຄວາມກ້າວໜ້າ ແລະ ສະເໜີແນວທາງ ໃນການແກ້ໄຂວິກິດການທີ່ເກີດຂຶ້ນ. ພວກເຮົາ ໄດ້ສະໜັບສະໜູນຫຼາຍກວ່າ 3,000 ອົງກອນ ໃນ 50 ປະເທດ ກ່ຽວກັບແຜນການຈັດຕັ້ງປະຕິບັດດ້ານສະພາບອາກາດ, ຮ່ວມມືກັບຫຼາຍກວ່າ 150 ຄູ່ຮ່ວມງານ ໃນການກຳນົດເປົ້າໝາຍຕາມຫຼັກວິທະຍາສາດ, ສະໜັບສະໜຸນຕົວເມືອງຕ່າງໆໃນ 5 ທະວີບ ເພື່ອເປົ້າໝາຍສູ່ການລົດປະລິມານການປ່ອຍ CO2 ໃຫ້ເປັນສູນ ທຽບເທົ່າສູນ (Net Zero).
ບໍລິສັດ ຟ້າໃຫຍ່ ມີເດຍ ຈຳກັດ ຖະໜົນ ສີຫອມ, ບ້ານ ຫາຍໂສກ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ.
ໂທ: (856) 21-251820, ແຟັກ: (856) 21-251960, ອີເມວ: media@bigblueagency.com