ຮຽກຮ້ອງສັງຄົມຢ່າຫຼົງເຊື່ອ ການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ

104

ກໍ່ເປັນທີ່ຮູ້ຈັກກັນດີ ສຳລັບປະເທດເກົາຫຼີ ແມ່ນມີຄວາມຕ້ອງການແຮງງານເປັນຈຳນວນຫຼາຍ ແລະ ສຳລັບແຮງງານລາວເຮົາກໍ່ເດີນທາງໄປຫຼາຍຊຸດ ແລະ ຈຳນວນຫຼວງຫຼາຍແລ້ວ ແຕ່ນັ້ນແມ່ນພວກເຂົາໄປຖືກຕ້ອງຕາມຫຼັກການ ຫຼື ຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມອະນຸມັດ. ແຕ່ຊ່ວງຫຼັງມານີ້ເຫັນວ່າມີກະແສຫຼາຍສົມຄວນ ແລະ ເພື່ອເຕືອນປະຊາຊົນລາວ ບໍ່ໃຫ້ຕົກເປັນເຫື່ຍອຂອງການຄ້າມະນຸດ ແລະ ຖືກເອົາປຽບຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ, ພາຍຫຼັງທີ່່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ )ໄດ້ມີການກວດພົບບາງ ບໍລິສັດ ແລະ ນິຕິບຸກຄົນທີ່ເຄື່ອນໄຫວ ຊັກຊວນຊາວໜຸ່ມລາວໄປເຮັດວຽກຢູ່ ສ. ເກົາຫລີ ໂດຍບໍ່ໄດ້ຮັບອານຸຍາດ ຈາກກະຊວງ ຮສສ.

ຈາກສື່ສັງຄົມອອນລາຍເຫັນວ່າ ມີຫຼາຍໆບໍລິສັດ ແລະ ມີບາງບຸກຄົນ ທີ່ມີການເຄື່ອນໄຫວລັກສະນະດຽວກັນ ແບບບໍ່ຖືກຕ້ອງ, ສຳລັບບຸກຄົນ ຫຼື ນິຕິບຸກຄົນ ຫາກເຄື່ອນໄຫວ ຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ໂດຍບໍຜ່ານການອານຸຍາດຈາກລັດຖະບານ, ກໍຄືກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແມ່ນຜິດຕໍ່ດຳລັດ ເລກທີ 245/ລບ ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ມາດຕາທີ 12 ແລະ ການກະທຳດັ່ງກ່າວ ຍັງຜິດຕໍ່ກັບຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວິສາຫະກິດ ບໍລິການຈັດຫາງານສະບັບເລກທີ 1050/ຮສສ, ລົງວັນທີ 25 ມີນາ 2022 ມາດຕາທີ 51 ຈະຖືກກ່າວເຕືອນປັບໃໝ ແລະ ຖອນທະບຽນວິສະຫະກິດຫຼື ຮ້າຍແຮງແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍ.

ເຊິ່ງປັດຈຸບັນ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ແລະ ໜ່ວຍງານທີ່ກ່ຽວຂ້ອງກຳລັງຂຸ້ນຂ້ຽວແກ້ໄຂ ເພື່ອໃຫ້ເຂົ້າສູ່ລະບົບ ແລະ ເຄື່ອນໄຫວແບບຖືກຕາມກົດໝາຍຂອງປະເທດ.

ສຳລັບຜູ້ໃດມີຄວາມສົນໃຈຢາກໄປເຮັດວຽກ ຢູ່ ສ ເກົາຫລີ ຫລື ຢູ່ພາຍໃນປະເທດ, ສະເພາະຜູ້ທີ່ຢູ່ຕ່າງແຂວງໃຫ້ໄປແຈ້ງຫ້ອງການ ຮສສ ເມືອງ ຫລື ພະແນກ ຮສສ ແຂວງ, ສ່ວນຜູ້ທີ່ຢູ່ນະຄອນຫລວງວຽງຈັນ ສາມາດເຂົ້າມາພົວພັນກັບ ກົມການຈັດຫາງານ ກະຊວງ ຮສສ ຫຼື ບໍລິສັດຈັດຫາງານ ທີ່ທາງການກຳນົດເທົ່ານັ້ນ ໃນໂມງລັດຖະການ.
ຈາກ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ-ຮສສ