ພາສ່ອງຄວາມງາມໃນມື້ເຂົ້າພັນສາ ພ້ອມອັບເດດຜົນງານຂອງອາເລັກຊານດຼາ ບຸນຊ່ວຍ

47

ເນື່ອງຈາກບຸນເຂົ້າພັນສາທີ່ໄດ້ໝູນວຽນມາຮອດອີກຄັ້ງໜຶ່ງ ເຮົາຈະເຫັນໄດ້ວ່າປີນີ້ແມ່ນມີ ຄວາມຄຶກຄື້ນຫຼາຍ ປະຊາຊົນລາວຊາວພຸດຢ່າງຫຼວງຫຼາຍ ກໍໄດ້ພາກັນໄປຮ່ວມເຮັດບຸນໃສ່ບາດຕາມວັດວາອາຮາມຕ່າງໆ ແລະ ໃນນີ້ລວມມີຜູ້ຄົນໃນວົງການບັນເທີງດ້ວຍ ທີ່ໄດ້ປະຕິບັດຕາມຮີດຄອງປະເພນີຂອງຊາວລາວເຮົາ.

ສໍາລັບມື້ນີ້ທີມຂ່າວບັນເທີງແມ່ນຈະໄດ້ນໍາເອົາຮູບພາບງາມໆຂອງການໄປຮ່ວມເຮັດບຸນໃສ່ບາດຂອງສາວງາມສຽງດີ ອາເລັກຊານດຼາ ບຸນຊ່ວຍ ເຊິ່ງເປັນນັກຮ້ອງ, ນັກສະແດງທີ່ມີຊື່ສຽງໂດ່ງດັງທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະກໍແມ່ນປະເທດເພື່ອນບ້ານ ປະເທດໄທນັ້ນເອງ ແລະ ການໄປເຮັດບຸນໃນຄັ້ງນີ້ ສາວອາເລັກຊານດຼາ ກໍໄດ້ສວມໃສ່ຊຸດສີຂາວສະອາດຕາ ໃນການໄປເຮັດບຸນ ໂດຍໄດ້ລົງຮູບຜ່ານເພຈເຟສບຸ໊ກສ່ວນຕົວຂອງຕົນເອງ ເຊິ່ງມີແຄັບຊັນວ່າ “ ສະບາຍດີມື້ເຂົ້າພັນສາ ”, ພ້ອມນີ້ກໍໄດ້ມີແຟນໆມາຄອມເມັ້ນ ສາທຸບຸນນໍາເປັນຈໍານວນຫຼວງຫຼາຍເລີຍ.

ມາອັບເດດໃນເລື່ອງຂອງຜົນງານ ຫຼ້າສຸດນີ້ມີຂ່າວແວ່ວໆມາວ່າ ອາເລັກຊານດຼາ ຈະມີຜົນງານໃຫ້ໄດ້ຕິດຕາມກັນຢ່າງໜາແໜ້ນເລີຍ ໂດຍສະເພາະກໍແມ່ນຜົນງານທີ່ໄດ້ໄປຮ່ວມອອກລາຍການທີ່ມີຊື່ສຽງຂອງປະເທດໄທ ເຊິ່ງຊານດຼາເອງກໍໄດ້ມີການອັບເດດຜ່ານເຟສບຸ໊ກສ່ວນຕົວຂອງຕົນເອງຢູ່ເລື້ອຍໆໃຫ້ແຟນໄດ້ຖ້າຕິດຕາມ.

ໂດຍລາຍການທີ່ຊານດຼາ ໄດ້ໄປຮ່ວມບາງສ່ວນແມ່ນປະກອບມີ: ລາຍການຄຸນພະຊ່ວຍ, ໂຈກຕັດໂຈກ, ລາຍການປາກສະຫວ່າງ… ເຊິ່ງນີ້ກໍຕ້ອງຖ້າຕິດຕາມໄປພ້ອມກັນວ່າ ສາວງາມຫຼາຍຄວາມສາມາດຄົນນີ້ຈະສະແດງຫຍັງໃນລາຍການດັ່ງກ່າວ ແຕ່ສິ່ງໜຶ່ງທີ່ເຮົາເຫັນໄດ້ກໍຄື ຕອນນີ້ຊານດຼາ ແມ່ນມີງານເຂົ້າມາເລື້ອຍໆແບບບໍ່ຢຸດຢ່ອນ ເອີ້ນໄດ້ວ່າຮັບຊັບຮັບໂຊກຕັ້ງແຕ່ຕົ້ນປີຈົນເຖິງປັດຈຸບັນນີ້ເລີຍກໍວ່າໄດ້.

ສຸດທ້າຍນີ້ ຂ່າວບັນເທີງກໍຕ້ອງຂໍຝາກຕິດຕາມຜົນງານຂອງສາວລາວເຮົາທີ່ໄດ້ໄປສ້າງຊື່ສຽງໄວ້ຢ່າງໜ້າພາກພູມໃຈ ແລະ ສໍາລັບໃຜທີ່ເປັນແຟນຄັບຂອງສາວຊານດຼາຢູ່ແລ້ວ ກໍຢ່າລືມຕິດຕາມ ແລະ ສະໜັບສະໜູນທຸກຜົນງານຂອງຊານດຼາດ້ວຍ ແຕ່ສໍາລັບໃຜທີ່ຍັງບໍ່ເຄີຍໄດ້ຊົມຜົນງານ ແຕ່ເຊື່ອແນ່ວ່າຕ້ອງເຄີຍໄດ້ຍິນຊື່ຜ່ານຫູມາແລ້ວເຖິງຄວາມສາມາດ ແລະ ຜົນງານຕ່າງໆ. ສະນັ້ນ, ທຸກຄົນສາມາດເຂົ້າໄປຕິດຕາມໄດ້ຜ່ານທາງເຟສບຸ໊ກສ່ວນຕົວຂອງຊານດຼາໄດ້ເລີຍ ທີ່ Alexandra Bounxouei ນັ້ນເອງ.

[ ຮູບ: ອາເລັກຊານດຼາ ບຸນຊ່ວຍ ]