ເຮັດຫຼາຍໄດ້ຫຼາຍ ໂດຍສະເພາະ ການປູກຝັງ-ລ້ຽງສັດ ລາຍຮັບສູງຈົນລືມເມື່ອຍ

179

ການເຮັດກະສິກຳ ແມ່ນສາມາດເວົ້າໄດ້ວ່າ ເກັບລາຍຮັບໄດ້ທີ່ເປັນກອບເປັນກຳ ແລະ ຫຼວງຫຼາຍພໍສົມຄວນ ສົມກັບເຫື່ອແຮງທີ່ໄດ້ຄຸກຄີ, ບຸກບືນຫ້າວຫັນ ແລະ ພາກພຽນພະຍາຍາມ ໃນການເບີ່ງແຍງດູແລ. ປັດຈຸບັນ, ການປູກຝັງ-ລ້ຽງສັດ ຂາຍເປັນສິນຄ້າ ແມ່ນທາງເລືອກໜຶ່ງ ສຳລັບປະຊາຊົນ ທັງເປັນອີກໜຶ່ງປັດໄຈໃຫ້ແກ່ການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ທີ່ສຳຄັນຄອບຄົວຍົກລະດັບທີ່ດີຂຶ້ນເປັນກ້າວໆ.

ທ່ານ ດົວຊົ່ງ ໜາວລໍ່ ກໍາມະການພັກເມືອງ, ເລຂາພັກບ້ານ, ນາຍບ້ານໆນໍ້າຄຽນ, ເມືອງຮົ່ມ ແຂວງໄຊສົມບູນ ໄດ້ໃຫ້ຮູ້ວ່າ: ຄອບຄົວຂອງເພິ່ນມີທັງໝົດ 12 ຄົນ. ກ່ອນຈະມາຢຶດຖືອາຊີບປູກຝັງ-ລ້ຽງສັດ ຂາຍເປັນສິນຄ້າ ທ່ານເປັນຊາວນາ ແຕ່ລະປີມີແຕ່ເຮັດນາປູກເຂົ້າກໍ່ພໍແຕ່ກຸ້ມກິນພາຍໃນຄອບຄົວເທົ່ານັ້ນ ມາຮອດປີ 2019 ທ່ານຈຶ່ງຕັດສິນໃຈບຸກເບີກດິນໃນເນື້ອທີ່ 12 ເຮັກຕ້າ ເພື່ອທຳການຜະລິດປູກຝັງ-ລ້ຽງສັດ ລົງທືນໃນການບຸກເບີກໃນເບື້ອງຕົ້ນ ແມ່ນ 70 ລ້ານກວ່າກີບ ໃນການຊື້ຫລັກຮົ້ວ, ຊື້ໜາມໝາກຈັບ, ຊື້ງົວ, ຈົກໜອງປາ 3 ໜອງ ແລະ ຊື້ເບ້ຍຢ່າງພາລາ.

ໃນນັ້ນ 9 ເຮັກຕ້າ ແມ່ນສ້າງເປັນຄັງລ້ຽງສັດໃຫຍ່ ແລະ ສັດນ້ອຍ ຄື: ລ້ຽງງົວ, ຄວາຍ, ແບ້ ແລະ ປາ ແລະ ອີກ 3 ເຮັກຕ້າ ແມ່ນເຮັດສວນປູກຢາງພາລາ. ມາຮອດປະຈຸບັນນີ້ ເພິ່ນມີງົວທັງໝົດ 60 ໂຕ, ຄວາຍ 15 ໂຕ, ແບ້ 10 ໂຕ, ລ້ຽງປາ 3 ໜອງ ປ່ອຍປາປະມານ 3 ພັນກວ່າໂຕ ປາທີ່ເພິ່ນລ້ຽງແມ່ນ ປານິນ, ປາຫູຊ້າງ ແລະ ປາປາກລາຍ ລາຍໄດ້ຈາກການຂາຍສັດໃນໄລຍະປີຜ່ານມາ ແມ່ນໄດ້ຈາກການຂາຍຄວາຍ ແລະ ປາ ຄື: ຂາຍຄວາຍ ປີໜຶ່ງປະມານ 2 ໂຕ ໄດ້ເງິນ 20 ຫາ 30 ລ້ານກີບຕໍ່ປີ ແລະ ຂາຍປາໄດ້ເງິນ 5 ລ້ານກີບຕໍ່ປີ, ສ່ວນງົວໃນໄລຍະຜ່ານມາແມ່ນຍັງບໍ່ທັນໄດ້ຂາຍ ແລະ ແບ້ ຫາກໍ່ເລີ່ມລ້ຽງໄດ້ປະມານ 1 ປີກວ່າມານີ້.

ຄາດໝາຍເພິ່ນສິຂາຍງົວອອກໃນປີ 2023 ປະມານ 15 ຫາ 20 ໂຕ ຄິດວ່າຈະໄດ້ຮັບເງິນປະມານ 100 ປາຍກວ່າລ້ານກີບ. ສ່ວນຢາງພາລາ ມາຮອດປັດຈຸບັນນີ້ ເພິ່ນມີຕົ້ນຢາງ ອາຍຸ 2 ປີ ຈໍານວນ 2 ພັນກວ່າຕົ້ນ ແລະ ຕົ້ນທີ່ມີອາຍຸສາມາດຂີດຂາຍນໍ້າຢາງໄດ້ ມີ 300 ຕົ້ນ ແລະ ມີລາຍຮັບຈາກການຂາຍນໍ້າຢາງ ແມ່ນ 14 ວັນໄດ້ເງິນ 2 ລ້ານກວ່າກີບ ເດືອນໜຶ່ງປະມານ 5 ລ້ານກີບ ໃນໜຶ່ງປີເພິ່ນມີລາຍຮັບເຂົ້າຄອບຄົວຈາກການຂາຍສັດ ແລະ ຢາງພາລາ ບໍ່ຫລຸດ 70 ລ້ານກີບ.

ຂ່າວ ໄຊສົມບູນ