ຊົມເຊີຍ ເຈມບອນ ນັກດອກປີກໄກ່ລາວ ກ້າວສູ່ອາຊີບ ພ້ອມສ້າງເດີ່ນຫວັງປັ້ນເດັກນ້ອຍລາວສູ່ອາຊີບ

39

ເປັນອີກໜຶ່ງເລື່ອງລາວທີ່ໜ້າສົນໃຈສໍາລັບ ວົງການກີລາດອກປີກໄກ່ລາວ ເມື່ອ ທ້າວ ພັນທະລັງ ອຸໄທທານີ ຫຼື ເຈມບອນ ນັກກີລາດອກປີກໄກ່ອະດີດທີມຊາດລາວ ແລະ ເປັນມືໜຶ່ງປະເພດຄູ່ປະສົມຂອງ ສປປ ລາວ ທີ່ປັດຈຸບັນສາມາດກ້າວຂຶ້ນເປັນນັກກີລາດອກປີກໄກ່ອາຊີບຢູ່ທີ່ ສປ ຈີນ ແລະ ຍັງມາສ້າງເດີ່ນ ເຈມບອນ ລວມທັງຍັງມາສິດສອນ ເພື່ອສ້າງນັກກີລາຮຸ່ນສືບທອດກ້າວສູ່ທີມຊາດໃນອະນາຄົດ.

ທ້າວ ພັນທະລັງ ອຸໄທທານີ ຫຼື ເຈມບອນ ໃຫ້ສໍາພາດກັບທີມຂ່າວພວກເຮົາວ່າ: ປັດຈຸບັນນ້ອງເປັນຄູຝຶກສອນທີ່ສະໂມສອນ ເຈມບອນ ແລະ ກໍຍັງເປັນນັກກີລາອາຊີບທີ່ ປະເທດຈີນ ເນື່ອງຈາກໄລຍະນີ້ບໍ່ມີການແຂ່ງຂັນທີ່ ສປ ຈີນ ຈິ່ງກັບມາສອນນັກກີລາເຍົາວະຊົນທີ່ສະໂມສອນຂອງຕົວເອງ ແນ່ນອນການສ້າງສະໂມສອນເຈມບອນ ຂຶ້ນມາກໍ່ເນື່ອງມາຈາກພໍ່ແມ່ເປັນຜູ້ປູພື້ນຖານໃຫ້ ເນື່ອງຈາກຕົວເອງກໍເປັນຄົນທີ່ຮັກມັກໃນກີລາປະເພດນີ້ ແລະ ກໍໄດ້ເລີ່ມຫຼິ້ນມາແຕ່ຕອນຍັງນ້ອຍໆເປັນຕົ້ນມາ.

“ ຕອນນັ້ນນັກກີລາ ກໍສາມາດຍາດໄດ້ແຊ້ມຫຼາຍໆລາຍການ ໂດຍສະເພາະລາຍການທີ່ໃຫຍ່ກໍ່ແມ່ນໄດ້ແຊັມປເພດຄູ່ປະສົມລາຍການທົ່ວປະເທດ 2 ປີຊ້ອນກໍຄືປີ 2019 ແລະ ປີ 2020 ຫຼ້າສຸດປີ 2022 ແມ່ນສາມາດຍາດໄດ້ແຊ້ມປະເພດຄູ່ປະສົມທີ່ພາກອີ່ສານ ປະເທດໄທ ແລະ ໄດ້ອັນດັບ 2 ຄູ່ຊາຍທົ່ວໄປ, ແນ່ນອນປີ 2022 ນ້ອງກໍສືບຕໍ່ວາງເປົ້າໝາຍເຂົ້າຮ່ວມ 4 ລາຍການໄດ້ແກ່ ລາຍການທີ່ນະຄອນຫຼວງ ທີ່ຄົນໄທ ຈະມາຈັດທີ່ສະໂມສອນຂອງພວກເຮົາ, ລາຍການທີ່ອຸດອນ, ລາຍການທີ່ນະຄອນຫຼວງພະບາງ ແລະ ລາຍການທົ່ວປະເທດ ຫຼື ເບຍລາວ ໂອເພັນ 2022 ໃນທ້າຍປີນີ້ ໂດຍທຸກໆລາຍການຫຼັກໆແມ່ນລົງແຂ່ງຄູ່ປະສົມ ແລະ ອີກລາຍການແມ່ນລາຍການຄູ່ປະສົມ ” ເຈມບອນ ກ່າວ.

ເຈມບອນ ກ່າວອີກວ່າ: ສ່ວນອີກດ້ານໜຶ່ງທີ່ນ້ອງໄດ້ເຮັດຕາມຄວາມຝັນກໍຄືການສ້າງນັກກີລາເຍົາວະຊົນ ຫຼັງຈາກທີ່ໄດ້ສ້າງສະໂມສອນ ເຈມບອນ ຂຶ້ນມາແຕ່ປີ 2002 ກໍເປັນອີກທ່າແຮງສໍາຄັນໃນການໄດ້ເຮັດສິ່ງນັ້ນ ນັບແຕ່ສ້າງສະໂມສອນມາພວກເຮົາກໍສາມາດສ້າງເດັກນ້ອຍເຍົາວະຊົນເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆ ໂດຍສະເພາະແມ່ນລາຍການໃຫຍ່ຊີງຂັນພະລາດສະທານຢູ່ປະເທດໄທ ກໍສາມາດຍາດໄດ້ອັນດັບ 1 ໃນຮຸ່ນເຍົາວະຊົນ ແລະ ປັດຈຸບັນກໍໄດ້ສ້າງນັກກີລາດ່ຽວຍິງ ຈົນສາມາດຕິດມື 1 ຂອງ ສປປ ລາວ ໃນຕອນນີ້. ພວກເຮົາຍັງໄດ້ມີການຮ່ວມມືກັບສະໂມສອນທີ່ ສປ ຈີນ ຖ້າຫາກນັກກີລາຄົນໃດຜົນງານດີກໍຈະສົ່ງໄປຮຽນທີ່ສະໂມສອນດັ່ງກ່າວ ເພື່ອເປົ້າໝາຍຂອງພວກເຮົາຄືຢາກສ້າງນັກກີລາກ້າວສູ່ທີມຊາດ ແລະ ອາຊີບໄດ້ ເພາະຕອນນີ້ໃນລາວກໍຍັງບໍ່ມີເທື່ອ.

ສໍາລັບ ທ້າວ ພັນທະລັງ ອຸໄທທານີ ຫຼື ເຈມບອນ ເລີ່ມຫຼິ້ນກີລາດອກປີກໄກ່ຕັ້ງແຕ່ອາຍຸ 12 ປີ ຈົນເຖິງປັດຈຸບັນອາຍຸ 27 ປີິ ເປັນນັກກີລາດອກປີກໄກ່ຊາວນະຄອນຫຼວງວຽງຈັນ ຈັບຄູ່ກັບ ນາງ ເພັດມະນີ ແກ້ວເພຍຈັນ (ແອນນ່າ) ນັກຕີດອກລູກຫຼານຊາວ ແຂວງຄຳມ່ວນ ກ້າວຂຶ້ນເປັນມື 1 ຂອງ ສປປ ລາວ ປະເພດຄູ່ປະສົມ ໂດຍຜົນງານຫຼ້າສຸດຂອງທັງສອງແມ່ນສາມາດຍາດໄດ້ແຊັມການແຂ່ງຂັນ ດອກປີກໄກ່ທົ່ວປະເທດ ປະຈຳປີ 2019 ແລະ ການແຂ່ງຂັນກິລາດອກປີກໄກ່ ທົ່ວປະເທດ ຄັ້ງທີ 20 ຊີງຂັນປະທານສະພາແຫ່ງຊາດ ປະຈຳປີ 2020 ຫຼື ລາຍການເບຍລາວ ໂອເພັນ 2020. ນອກນັ້ນ, ກໍຍັງໄປຄວ້າແຊັມລາຍການທີ່ປະເທດໄທ ມາຫຼາຍລາຍການ.
ຂ່າວ: Larh Creators