ລັດຖະມົນຕີກະຊວງສຶກສາທິການ ແລະກິລາ ຕິດຕາມ ຊຸກຍູ້ການສອບເສັງຈົບ ມ.7 ທີ່ແຂວງຄຳມ່ວນ

188

ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຊຸກຍູ້ ແລະ ເປີດຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທົ່ວແຂວງຄໍາມ່ວນ ຢ່າງເປັນທາງການ ໃນວັນທີ 14 ກໍລະກົດ 2022 ທີ່ ມສ ທ່າແຂກ (ສູນໄອຊີທີ) ເມືອງທ່າແຂກ, ໂດຍໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ ພ້ອມດ້ວຍຄະນະ, ຄະນະອຳນວຍການ, ພະນັກງານ ແລະ ຄູອາຈານຢ່າງພ້ອມພຽງ.


ໃນພິທີ, ທ່ານ ນັນຕະໄຊ ອິນທະສອນ ໄດ້ລາຍງານຜົນສຳເລັດທີ່ພົ້ນເດັ່ນໃນການກະກຽມຄວາມພ້ອມສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ທີ່ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທົ່ວແຂວງມີສູນສອບເສັງ 17 ສູນ ໃນຈຳນວນ 10 ເມືອງ. ໃນນີ້, ເມືອງທ່າແຂກ 5 ສູນ, ໜອງບົກ 2 ສູນ, ຫີນບູນ 2 ສູນ, ບົວລະພາ 2 ສູນ, ເຫຼືອນັ້ນເມືອງລະ 1 ສູນ, ມີນັກສອບເສັງທັງໝົດ 2.789 ຄົນ, ນັກສອບນອກ 17 ຄົນ, ຍິງ 5 ຄົນ, ຫ້ອງສອບເສັງ 145 ຫ້ອງ.

ໃນນັ້ນ, ໄດ້ສຳເລັດການລົງກວດຄວາມພ້ອມສູນສອບເສັງ ໂດຍແຕັມແຜນວາດຫ້ອງສອບເສັງ 17 ສູນ ແລະ ແຜນເຄື່ອນໄຫວແຕ່ລະໜ້າວຽກ, ສຳເລັດການເຕົ້າໂຮມຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ພະນັກງານກໍ່ສ້າງຮາກຖານ, ສຳເລັດການເຕົ້າໂຮມຄະນະສະເພາະກິດຂັ້ນແຂວງ, ຜ່ານຂໍ້ຕົກລົງລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຕັດສິນຜົນການສອບເສັງ ມ.7 ແລະ ຜ່ານຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການກວດກາສະເພາະກິດ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້.


ໂອກາດດຽວກັນ, ທ່ານ ຮສ.ປອ ພຸດ ສິມມາລະວົງ ໄດ້ໂອ້ລົມ ເພື່ອຊີ້ນໍາການສອບເສັງໃນຂັ້ນສາມັນສຶກສາຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນສູງສຸດ ໂດຍສະເພາະການຢັ້ງຢືນເຖິງຜົນສຳເລັດຂອງລູກຫຼານພວກເຮົາ, ຜົນການສອບເສັງຈະໄດ້ເຮັດໃຫ້ພວກເຮົາທົບທວນຄືນວິທີການຈັດການຮຽນການສອນຫຼັກສູດຕ່າງໆ ທີ່ຈະໄດ້ມີການປັບປຸງໄປເລື້ອຍໆ ໂດຍພື້ນຖານການປະເມີນໃຫ້ມີຄວາມຊັດເຈນ, ໂປ່ງໃສ ແລະ ຖືກຕ້ອງຕາມຄວາມເປັນຈິງຢ່າງເຂັ້ມງວດ.


ຂະນະດຽວກັນນີ້, ທ່ານລັດຖະມົນຕີ ສສກ ຍັງຮຽກຮ້ອງໃຫ້ພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຮ່ວມກັນໃຫ້ລ້ອນໜ້າທີ່ໃນການປະຕິບັດວຽກງານດ້ວຍຄວາມສັດຊື່ບໍລິສຸດ ແລະ ໃຫ້ມີຄວາມໂປ່ງໃສຢ່າງແທ້ຈິງ, ອັນສຳຄັນທີ່ສຸດ ແມ່ນພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດຂຶ້ນໃນບັ້ນການສອບເສັງ ພ້ອມທັງເພີ່ມທະວີຄວາມຮັບຜິດຊອບ ໂດຍຕ້ອງມີຈັນຍາບັນ ແລະ ຈັນຍາທຳ ຍົກສູງຄວາມເປັນທຳຢ່າງເຂັ້ມງວດ ຊຶ່ງເຊື່ອໝັ້ນວ່າ ທຸກຄົນທີ່ເປັນກຳມະການໃນທີ່ນີ້ ຈະມີຈັນຍາບັນ ແລະ ຈັນຍາທຳໃນຄວາມເປັນຄູ ແລະ ຫວັງວ່າຈະບໍ່ມີປະກົດຫຍໍ້ທໍ້ເກີດຂຶ້ນໃນຂອບເຂດຂອງພວກເຮົາ ແລະ ພິເສດທີ່ສຸດ ແມ່ນຮຽກຮ້ອງໃຫ້ພ້ອມກັນຮັກສາສຸຂະພາບ ເພາະໃນປັດຈຸບັນການຫັນປ່ຽນສະພາບຂອງໂລກມີອັນແປປວນ ໂດຍສະເພາະຢູ່ ສປປ ລາວ ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ພະຍາດໄຂ້ຍຸງລາຍ.

ຫຼັງຈາກນັ້ນ, ທ່ານລັດຖະມົນຕີ ສສກ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປເປີດຫົວບົດສອບເສັງດັ່ງກ່າວ ທີ່ແຂວງບໍລິຄຳໄຊ.
ໂດຍ ສົງການ ພັນແພງດີ ລາຍງານຈາກແຂວງຄຳມ່ວນ