ແຂວງ ວຽງຈັນໄດ້ຮັບລົດ ສົ່ງຄົນເຈັບ6 ຄັນ ແລະ ລົດຈັກ 12 ຄັນ ຮັບໃຊ້ວຽກງານສາທາລະນະສຸກ

51

ໃນວັນທີ 13 ກໍລະກົດ 2022 ນີ້, ຢູ່ທີ່ພະແນກສາທາລະນະສຸກແຂວງວຽງຈັນ ໄດ້ຈັດພິທີມອບ-ຮັບ ລົດຮັບ-ສົ່ງຄົນເຈັບ ຍີ່ຫໍ້ນິດສັນ (NISSAN)ຈຳນວນ 06 ຄັນ ໃຫ້ກຽດມອບລົດໃນຄັ້ງນີ້ໂດຍທ່ານ ດຣ ອິນປອນ ມະນີແສງ ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ຮັບໂດຍແມ່ນຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ຫົວໜ້າໂຮງໝໍນ້ອຍຂອງເມືອງ ໂດຍມີຄະນະພະແນກ, ຫົວໜ້າຂະແໜງ ພາຍໃນພະແນກສາທາລະນະສຸກແຂວງ ເຂົ້າຮ່ວມ.

ສໍາລັບລົດຈໍານວນດັ່ງກ່າວແມ່ນມອບໃຫ້ຫ້ອງການສາທາລະນະສຸກເມືອງທຸລະຄົມ, ເມືອງແກ້ວອຸດົມ, ເມືອງເຟືອງ, ເມືອງຊະນະຄາມ, ເມືອງໝື່ນ ແລະ ເມືອງຫີນເຫີບ ເມືອງລະ 01 ຄັນ ແລະ ລົດຈັກ ຍີ່ຫໍ້ຮອນດ້າ ເວບ100 ຈຳນວນ 13 ຄັນ ໃຫ້ 12 ໂຮງໝໍນ້ອຍ ແລະ 01 ໜ່ວຍງານ ຂອງພະແນກສາທາລະນະສຸກແຂວງ ຄື: ມອບໃຫ້ໂຮງໝໍນ້ອຍບ້ານເມືອງຄີ່ , ໂຮງໝໍນ້ອຍນ້ຳແຜນ, ໂຮງໝໍນ້ອຍນາກ້າງປາ ເມືອງແມດ , ໂຮງໝໍນ້ອຍຄົກເຂົ້າດໍ ເມືອງຊະນະຄາມ , ໂຮງໝໍນ້ອຍໜອງສານ ເມືອງກາສີ, ໂຮງໝໍນ້ອຍປາກງ້ວາ, ໂຮງໝໍນ້ອຍນາເມືອງ, ໂຮງໝໍນ້ອຍໂພນແຍງ ເມືອງເຟືອງ, ໂຮງໝໍນ້ອຍເມືອງໝື່ນ, ໂຮງໝໍນ້ອຍວັງເຮືອ, ໂຮງໝໍນ້ອຍໂພນຄຳ ເມືອງທຸລະຄົມ, ໂຮງໝໍນ້ອຍໜອງຂອນ ເມືອງໂພນໂຮງ ໂຮງໝໍ ລະ 01 ຄັນ ແລະ ໜ່ວຍງານສັກຢາແຂວງ ພະແນກສາທາລະນະສຸກແຂວງ 01 ຄັນ.

ລົດຈຳນວນດັ່ງກ່າວ ແມ່ນໄດ້ຮັບການຊ່ວຍເຫຼືອຈາກກະຊວງສາທາລະສະສຸກ ສຳລັບລົດຮັບ-ສົ່ງຄົນເຈັບແມ່ນເພື່ອເປັນການອຳນວຍຄວາມສະດວກໃຫ້ກັບພໍ່ແມ່ປະຊາຊົນບັນດາເຜົ່າ ໃນເວລາເຈັບເປັນໃຫ້ສາມາດນຳສົ່ງໂຮງໝໍໄດ້ທັນເວລາ, ສ່ວນລົດຈັກແມ່ນເພື່ອນຳໃຊ້ເຂົ້າໃນວຽກງານສາທາລະນະສຸກ ເປັນຕົ້ນແມ່ນວຽກງານການສັກຢາກັນພະຍາດດ້ວຍວັກຊິນເຊັ່ນ: ມາຮັບວັກຊິນ, ອຸປະກອນຕ່າງໆ ຢູ່ຂັ້ນເມືອງ ແລະ ລົງເຄື່ອນໄຫວໃຫ້ການສັກຢາກັນພະຍາດຢູ່ແຕ່ລະບ້ານ ເພື່ອເຮັດໃຫ້ວຽກງານດັ່ງກ່າວສຳເລັດຕາມຈຸດປະສົງຄາດໝາຍທີ່ກະຊວງສາທາລະນະສຸກ ກໍ່ຄືພະແນກສາທາລະນະສຸກແຂວງ ແລະ ຄູ່ຮ່ວມງານອົງການຈັດຕັ້ງສາກົນທີ່ໄດ້ກຳນົດໄວ້.


ຂ່າວແຂວງວຽງຈັນ