ຍາມວິກິດ ຕ້ອງແນມອອກນອກຈິ່ງຮູ້ທັນ

67

ສະພາບວິກິດເສດຖະກິດ ເປັນຕົ້ນແມ່ນບັນຫາຂາດແຄນພະລັງງານ ( ນໍ້າມັນ, ອາຍແກັສ ) ນີ້ເປັນທົ່ວໂລກ ມີແຕ່ວ່າປະເທດໃດໄດ້ຮັບສະທ້ອນໜັກ – ເບົາ ແຕກຕ່າງກັນ.


ອີງຕາມແຫຼ່ງຂ່າວຈາກຕ່າງປະເທດໃຫ້ຮູ້ວ່າ: ໃນຊາດຕາເວັນຕົກຖືວ່າປະເທດເຢຍລະມັນ ໄດ້ຮັບຜົນກະທົບໄວກວ່າກວ່າໝູ່ຈົນເຖິງຂັ້ນນາຍົກລັດຖະມົນຕີຂອງປະເທດນີ້ອອກມາປະກາດໃຫ້ປະຢັດພະລັງງານຫຼາຍທີ່ສຸດ ໂດຍເລີ່ມຈາກການຫຼຸດຜ່ອນການອາບນໍ້າອຸ່ນກ່ອນຈະຮອດລະດູໜາວ, ທັງມີການກຽມຮັບມືດ້ານພະລັງງານ ເຊິ່ງອາດຈະມາໃຊ້ຖ່ານຫີນຄືນອີກເຖິງແມ່ນວ່າກ່ອນໜ້ານີ້ໄດ້ຢຸດເຊົາຍ້ອນບັນຫາໂລກຮ້ອນ.

ລາຄາພະລັງງານເພີ່ມຂຶ້ນ 39,2%, ລາຄາອາຫານກໍເພີ່ມຂຶ້ນ 7,5% ນັ້ນແມ່ນລາຄາທົ່ວໂລກ. ສຳລັບອາເມຣິກາ ລາຄານໍ້າມັນກໍເພີ່ມຂຶ້ນເປັນ 5 ໂດລາຕໍ່ກາລອນ ( ກາລອນໜຶ່ງມີ 3 ລິດແອັດຊັງທຳມະດາ ).
ບາດນີ້ມາເວົ້າເລື່ອງຄ່າຂອງເງິນ: ເງິນເອີໂຣ ອ່ອນຄ່າລົງຕໍ່າສຸດ ໂດຍໃນວັນທີ 5 ກໍລະກົດຜ່ານມາ ຢູ່ທີ່ລະດັບ 1,03 ເອີໂຣຕໍ່ 1 ໂດລາສະຫະລັດ, ອັດຕາເງິນເຟີ້ 8,1% ໃນເດືອນພຶດສະພາ 2022 ຖືເປັນຕົວເລກສູງສຸດ.

ສ່ວນປະເທດໃກ້ຄຽງເຮົາຄືປະເທດໄທ ອັດຕາເງິນເຟີ້ໃນເດືອນພຶດສະພາແມ່ນ 7,1%, ຄ່າເງິນບາດອ່ອນຄ່າຈຸລະດັບ 36 ບາດຕໍ່ 1 ໂດລາ.
ຕໍ່ສະຖານະການເງິນອ່ອນຄ່ານີ້ທາງທະນາຄານກາງຂອງບັນດາປະເທດເອີຣົບ, ສະຫະລັດອາເມຣິກາ ແລະ ປະເທດພັດທະນາຕ່າງກໍພາກັນຂຶ້ນດອກເບ້ຍເງິນຝາກ ເພື່ອຫວັງດຶງເງິນເຂົ້າສູ່ລະບົບ.

ຂໍ້ມູນຂ້າງເທິງນັ້ນຢາກໃຫ້ເພື່ອນຜູ້ອ່ານຮູ້ວ່າ: ເສດຖະກິດທົ່ວໂລກພວມປະເຊີນໜ້າກັບວິກິດການຄັ້ງຮ້າຍແຮງ ເຊິ່ງຜົນຂອງມັນແມ່ນມາຈາກການແຜ່ລະບາດຂອງພະຍາດໂຄວິດທີ່ແກ່ຍາວມາຫຼາຍປີ ບວກໃສ່ກັບການເກີດຂໍ້ຂັດແຍ່ງຢູ່ອູແກຣນ; ການປິດລ້ອມເສດຖະກິດຣັດເຊຍ ເຊິ່ງເປັນປະເທດສົ່ງອອກນໍ້າມັນ, ສະບຽງອາຫານລາຍ ໃຫຍ່ຂອງໂລກ.
ມີການຄາດຄະເນວ່າສະຖານະການນີ້ຈະແກ່ຍາວໄປຮອດປີ 2025 ເປັນຢ່າງໄວ ຫຼື ອາດແກ່ໄປ 2030 ກໍເປັນໄດ້.

ເມື່ອທົ່ວໂລກເປັນແນວນີ້ແນ່ນອນປະເທດເຮົາຍອມໜີບໍ່ພົ້ນ ຕ່າງແຕ່ວ່າຄວາມຍາກລຳບາກຕ່າງກັນທໍ່ນັ້ນ, ເສດຖະກິດເຮົາບອບບາງ, ປະເທດເຮົາຢູ່ໃນໄລຍະສ້າງສາພັດທະນາດຶງດູດການລົງທຶນຍ່ອມມີການກູ້ຢືມ ແລະ ໜີສິນຫຼາຍຂຶ້ນ, ສະນັ້ນເມື່ອທຽບໃສ່ປະເທດໃຫຍ່, ປະເທດພັດທະນາແລ້ວຈະເຫັນວ່າພວກເຮົາລຳບາກກວ່າເພິ່ນ.

ທາງອອກຂອງບັນຫາເສດຖະກິດໂລກໃນປັດຈຸບັນມັນຈຶ່ງຂຶ້ນກັບ ການບໍລິຫານຈັດການ ຂອງແຕ່ລະປະເທດ ວ່າຈະມີແນວທາງຢ່າງໃດ?, ບັນຫາມັນເກີດຂຶ້ນແລ້ວກໍມີແຕ່ແກ້ຢ່າງດຽວ ຈະໂຍນພຸ້ນໂຍນພີ້ກໍບໍ່ເກີດປະໂຫຍດ. ຂໍຮຽກຮ້ອງໃຫ້ພວກເຮົາໃຈເຢັນ ພ້ອມກັນຜ່ານຜ່າ ແລະ ຕິດຕາມການບໍລິຫານຈັດການແກ້ໄຂບັນຫາຂອງພາກສ່ວນກ່ຽວຂ້ອງນໍ?.