ບົ່ງຕົວແຕ່ງຕັ້ງໃໝ່ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ

384

ໃນວັນທີ 12 ກໍລະກົດ 2022 ນີ້, ທີ່ຫ້ອງປະຊຸມໃຫຍ່ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດ ທະນາ (ຜູ້ເກົ່າ) ແລະ ທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ (ຜູ້ໃໝ່), ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງ, ປະທານສະພາບໍລິຫານບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ຄະນະກຳມະການສະພາບໍລິຫານ, ຄະນະອຳນວຍການ, ຄະນະພະແນກ, ຕາງໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພເຂົ້າຮ່ວມ.

ໃນພິທີ, ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກກະຊວງວ່າດ້ວຍການບົ່ງຕົວແຕ່ງຕັ້ງສະຫາຍ ຄໍາເຜັ່ນ ບຸບຜາວົງ ເປັນເລຂາໜ່ວຍພັກບໍລິສັດ ລັດວິສາຫະກິດ ຫວຍພັດທະນາ. ຫຼັງຈາກນັ້ນ, ທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ (ຜູ້ເກົ່າ) ໄດ້ລາຍງານກ່ຽວກັບສະພາບລວມ ແລະ ຜົນການເຄື່ອນໄຫວດຳເນີນກິດຈະການຫວຍພັດທະນາໃນໄລຍະຜ່ານມາຈົນເຖິງປັດຈຸບັນເປັນຕົ້ນ: ການຈັດຕັ້ງຄຸ້ມຄອງ, ການ ເຄື່ອນໄຫວທຸລະກິດ, ດ້ານລາຍຮັບ, ການປະຕິບັດພັນທະງົບປະມານ, ຊຶ່ງນັບແຕ່ທ້າຍປີ 2016 ຫັນເປັນທັນສະໄໝ (online) ການເຄື່ອນໄຫວແບບນໍາໃຊ້ຫຼາຍພາກສ່ວນເສດຖະກິດຕ່າງໆ (ບຸກຄົນ, ນິຕິບຸກຄົນ) ເປັນຕົວແທນຈໍາ ໜ່າຍຊື້-ຂາຍຍົກຂາດຕົວໃບຫວຍທຸກປະເພດໂດຍກົງຈາກບໍລິສັດ ລັດວິສາຫະກິດ ຫວຍພັດທະນາ.

ບໍລິສັດລັດ ວິສາຫະກິດ ຫວຍພັດທະນາໄດ້ຈັດຕັ້ງການອອກລາງວັນ 3 ຄັ້ງຕໍ່ອາທິດ (ວັນຈັນ, ວັນພຸດ ແລະ ວັນສຸກ), ໄດ້ພິມ-ຈໍາໜ່າຍຜະລິດຕະພັນເຮັດແບບທັນສະໄໝ (Online) ທັງໝົດໃນຂອບເຂດທົ່ວປະເທດ, ມີຜະລິດຕະພັນເລກ 6 ໂຕ, 5 ໂຕ, 4 ໂຕ, 3 ໂຕ, 2 ໂຕ ແລະ 1 ໂຕທ້າຍຂອງລາງວັນທີ 1, ຫວຍຂູດ ແລະ ຫວຍນາມສັດ 4/40, ສະຫຼາກພັດທະນາ 5/45, ມີຕົວແທນຈໍາໜ່າຍຫວຍພັດທະນາທັງໝົດ 68 ກວ່າຕົວແທນຈໍາໜ່າຍ ໃນຂອບເຂດທົ່ວປະເທດ 18 ແຂວງໂດຍມີເຄື່ອງຂາຍຫວຍແບບທັນສະໄໝທີ່ຂຶ້ນທະບຽນທັງໝົດ 51.282 ເຄື່ອງ.ຈາກນັ້ນ, ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ເລຂາໜ່ວຍພັກ, ມອບ-ຮັບໜ້າທີ່ຜູ້ອໍານວຍການ (ຜູ້ເກົ່າ) ແລະ (ຜູ້ໃໝ່).

ໃນພິທີດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານໃນການນໍາພາ-ຊີ້ນຳວຽກງານທີ່ໄດ້ຮັບມອບໝາຍ, ຊຶ່ງມີຜົນສຳເລັດພົ້ນເດັ່ນຫຼາຍດ້ານ, ສໍາລັບຜົນງານກໍ່ຄືການນຳພາ-ຊີ້ນຳຜ່ານມາແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ຫ້າວຫັນເຂົ້າໃນການສ້າງ, ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກ, ການດໍາເນີນກິດຈະການຫວຍພັດທະນາໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ. ທັງນີ້, ເພື່ອແນໃສ່ເຮັດໃຫ້ກິດຈະການຫວຍພັດທະນາ, ສືບຕໍ່ເຄື່ອນໄຫວພິມ-ຈໍາໜ່າຍ ແລະ ເປັນຫົວໜ່ວຍໜຶ່ງທີ່ສາມາດປະກອບສ່ວນສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນບັນດາເຜົ່າ,ປະ ກອບສ່ວນຊ່ວຍເຫຼືອສັງຄົມ ນໍາອີກດ້ວຍ.


ພາຍຫຼັງການໂອ້ລົມ, ທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ (ຜູ້ໃໝ່) ກໍໄດ້ກ່າວຮັບ ແລະ ໄດ້ມີຄໍາເຫັນບາງຄໍາເຫັນວ່າຂໍຮັບເອົາທຸກຄໍາເຫັນຊີ້ນໍາ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະສຸມສະຕິປັນຍາ, ເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຕາມລະດັບຄາດໝາຍຢ່າງມີປະສິດທິພາບປະສິດທິຜົນສູງ.

ຂ່າວຈາກ: ກະຊວງການເງິນ