ເປັນທີ່ກ່າວເຖິງມາຢ່າງຕໍ່ເນື່ອງກໍລະນີການໃຫ້ບໍລິການຂອງສະຖານີລົດໄຟລາວ-ຈີນ ໂດຍສະເພາະແມ່ນຈຸດຮອງຮັບຜູ້ໂດຍສານ ແລະຫ້ອງນ້ຳສາທາລະນະ ສັງຄົມຢາກໃຫ້ແກ້ໄຂແທ້ໆເພາະນັ້ນເປັນປັດໄຈທີ່ຂາດບໍ່ໄດ້, ຫຼ້າສຸດມີຄລິບຈາກຜູ້ໃຊ້ບໍລິການຖ່າຍໃນລະຫວ່າງທີ່ເກີດຟ້າລົມຝົນຕົກໜັກ ຄົນທີ່ໄປໃຊ້ບໍລິການບໍມີບ່ອນລີ້ຝົນແຕກກະແຈກກະຈາຍ.
ຕໍ່ເຫດການທີ່ເກີດຂຶ້ນ ບໍລິສັດລົດໄຟລາວ-ຈີນແມ່ນບໍ່ໄດ້ນີ້ງເສີຍ ຫຼ້າສຸດບ່າຍມື້ນີ້ໄດ້ມີການຊີ້ແຈງຜ່ານເພຈ ບໍລິສັດທາງລົດໄຟລະບຸວ່າ: ເນື່ອງຈາກເຊົ້າວັນອັງຄານທີ 12 ກໍລະກົດ 2022 ຜ່ານມາໄດ້ເກີດມີຝົນຕົກຫນັກ ແລະ ມີຟ້າລົມແຮງ ເຮັດໃຫ້ກະທົບຕໍ່ຜູ້ໂດຍສານທີ່ກຳລັງລຽນແຖວຊື້ປີ້, ໃນຂະນະທີ່ເກີດເຫດການດັ່ງກ່າວ ມີບຸກຄົນຖ່າຍພາບໄດ້ ແລະ ນໍາໄປລົງສື່ສັງຄົມອອນລາຍ, ແຕ່ຕົວຈິງແລ້ວ ເວລາເກີດມີເຫດການສຸກເສີນດັ່ງກ່າວ ທາງສະຖານີກໍໄດ້ເປີດປະຕູ ແລະ ໃຫ້ຜູ້ທີ່ມາລໍຖ້າຊື້ປີ້ລົດໄຟເຂົ້າໄປນັ່ງລໍຖ້າຂ້າງໃນອາຄານ ດັ່ງໃນຮູບຂ້າງລຸ່ມ, ພ້ອມກັນນັ້ນ ໃນທ້າຍອາທິດຜ່ານມາທາງສະຖານີນະຄອນຫລວງວຽງຈັນ ກໍໄດ້ຈັດສັນບ່ອນນັ່ງໃຫ້ຜູ້ທີ່ມາລຽນແຖວລໍຖ້າຊື້ປີ້ລົດໄຟ ດັ່ງຮູບຂ້າງລຸ່ມແລ້ວ.
ສຳລັບຫ້ອງນໍ້ານອກອາຄານສະຖານີ ປະຈຸບັນທາງສະຖານີໄດ້ສັ່ງວັດສະດຸ ເພື່ອມາກໍ່ສ້າງສິ່ງກັ້ນຢູ່ໃນອາຄານສະຖານີ ລະຫວ່າງຜູ້ໂດຍສານທີ່ມີປີ້ ແລະ ຜູ້ທີ່ບໍ່ມີປີ້, ຄາດຄະເນປະມານ 02 ອາທິດ ຈະສຳເລັດ.
ພວກເຮົາຍິນດີຮັບຟັງທຸກບັນຫາທີ່ທາງຜູ້ໂດຍສານ ກໍຄືພາກສ່ວນຕ່າງໆໄດ້ສະເໜີ ແລະ ໃຫ້ຄຳແນະນຳໃນທາງທີ່ສ້າງສັນ ເພື່ອຄົ້ນຄວ້າຫາວິທີແກ້ໄຂທີ່ເໝາະສົມທີ່ສຸດ ພ້ອມທັງປັບປຸງຂອດບໍລິການຂອງພວກເຮົາໃຫ້ດີຂຶ້ນເລື້ອຍໆ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທຸກໆທ່ານ.
ຂໍສະແດງຄວາມຂອບໃຈ ທີ່ພວກທ່ານໄດ້ໃຫ້ການສະໜັບສະໜູນພວກເຮົາ ໃນຕະຫຼອດໄລຍະຜ່ານມາ, ທຸກຄຳຕຳໜິຕິຊົມ ກໍປຽບສະເໝືອນຄວາມເອົາໃຈໃສ່ຂອງທຸກທ່ານ ເປັນສິ່ງທີ່ກະຕຸ້ນໃຫ້ພວກເຮົາຢາກພັດທະນາຕົວເອງໃຫ້ມີຄວາມເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.