ຢູ 19 ລາວ ຜ່ານເຂົ້າຮອບ 4 ທີມ ໃນບານເຕະຊີງແຊັມອາຊຽນ ເປັນຄັ້ງທີ 5 ປີນີ້ຜົນງານດີຄືປີ 2002

280

ພາຍຫຼັງຈົບ ທີມຊາດລາວ ຮຸ່ນອາຍບໍ່ເກີນ 19 ປີ ກາຍເປັນທີມດຽວທີ່ຊະນະລວດໃນປີ 2022 ຫຼັງຈາກທີ່ນັດທີ 4 ເອົາຊະນະ ມາເລເຊຍ 1-0 ໃນວັນທີ 11 ກໍລະກົດ 2022 ປະຈໍາການແຂ່ງຂັນບານເຕະຊີງແຊ້ມອາຊຽນ 2022 ທີ່ອິນໂດເນເຊຍ ເຮັດໃຫ້ ທີມຊາດລາວ ລົງສະຫນາມ 4 ນັດ ຊະນະ 4 ນັດ ຍິງໄດ້ 8 ປະຕູ ແລະ ເສຍ 2 ປະຕູ ມີ 12 ຄະແນນ ເປັນອັນດັບ 1 ກຸ່ມ ບີ ຜ່ານເຂົ້າຮອບ 4 ທີມໄປພົບກັບ ທີມຊາດໄທ ຮອງແຊ້ມກຸ່ມ A ໃນວັນທີ 13 ກໍລະກົດ 2022 ເວລາ 20:00 ໂມງ.

ເຊິ່ງມາເບິ່ງປະຫວັດຂອງການນີ້ແລ້ວ ທີມຊາດລາວ ເຄີຍຜ່ານເຂົ້າມາຮອບ 4 ທີມສຸດທ້າຍໄດ້ເຖິງ 4 ຄັ້ງຄື: ປີ 2002, 2005 ແລະ 2015 ກ່ອນຍາດໄດ້ອັນດັບ 3 ທັງໝົດ, ສ່ວນອີກ 1 ປີແມ່ນເຮັດໄດ້ໃນປີ 2013 ຍາດໄດ້ອັນດັບ 4 ໂດຍໃນ 4 ຄັ້ງທີ່ຜ່ານມາ (ລາຍລະອຽດເບິ່ງຄລິບລຸ່ມນີ້)

ຕ້ອງຕິດຕາມເບິ່ງວ່າຮອບ 4 ທີມປີ 2022 ທີມຊາດລາວ ຢູ 19 ຈະສາມາດສ້າງປະຫວັດສາດເຂົ້າຮອບຊີງໄດ້ບໍ ເພາະທີ່ຜ່ານມາເຮັດດີທີ່ສຸດແມ່ນໄດ້ພຽງອັນດັບ 3 ໂດຍປີນີ້ ຮອບ 4 ທີມຈະພົບກັບ ທີມຊາດ ໄທ ຮອງແຊ້ມກຸ່ມ A ທັງເປັນແຊັມສູງສຸດລາຍການນີ້ເຖິງ 5 ສະໄໝ ໂດຍຈະແຂ່ງຂັນໃນເວລາ 20:00 ໂມງຂອງວັນທີ 13 ກໍລະກົດ 2022 ໃນບານເຕະຊີງແຊັມອາຊຽນ 2022, ສ່ວນອີກຄູ່ໜຶ່ງ ຫວຽດນາມ ພົບ ມາເລເຊຍ ແຂ່ງຂັນໃນເວລາ 15:30 ໂມງຂອງວັນດຽວກັນ.

ພິເສດເພື່ອເປັນກຳລັງໃຈໃຫ້ກັບ ຄະນະຄູຝຶກ ແລະ ນັກກີລາ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມອບເງິນຈຳນວນ 300.000.000 ກີບ ໃຫ້ກັບ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີທີ່ ຊະນະ 4 ນັດ ໂດຍບໍ່ເສຍໃຫ້ ທີມໃດ ໃນຮອບແບ່ງກຸ່ມ ແລະ ເງິນຈຳນວນ 100.000.000 ກີບ ທີ່ຊະນະໃນນັດທີ 2, ລວມເງິນສະຫນັບສະໜູນ ທີມຊາດລາວ ໄດ້ຮັບຈາກ ສະຫະພັນບານເຕະແຫ່ງຊາດລາວ ເປັນ ຈຳນວນເງິນທັງໝົດ 400.000.000 ກີບ.
ຂ່າວ: Larh Creators; ຮູບຈາກ: ສຕລ

ຜົນງານຂອງ ຢູ 19 ລາວ ໄດ້ 8 ປະຕູຈາກ 5 ນັກເຕະ ໃນໄລຍະທີ່ຜ່ານມາເບິ່ງຄລິບລຸ່ມນີ້