ກະຊວງ​ອຸດສາຫະກຳ ແລະການຄ້າ ຫາລືທິດທາງໃນການແກ້ໄຂລາຄາສິນຄ້າ​ ແລະ​ ຄ່າບໍລິການແພງ

228

ວັນທີ​ 12​ ກໍລະກົດ​ 2022, ກົມການຄ້າພາຍໃນ,​ ກະຊວງອຸດສາຫະກຳ​ ແລະ​ ການຄ້າ​ (ອຄ)​ ໄດ້ຈັດກອງປະຊຸມຮ່ວມກັບບັນດາພະແນກອຸດສາຫະກຳ ແລະການຄ້າແຂວງ,​ ນະຄອນຫຼວງ​ ໃນທົ່ວປະເທດຜ່ານ ວີດີໂອ ທາງໄກ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ເອກະພາບທິດທາງໃນການແກ້ໄຂລາຄາສິນຄ້າ ແລະ ຄ່າບໍລິການທີ່ເພີ່ມສູງ ໂດຍການ​ເປັນປະທານ​ຂອງ​​ ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ​ ພ້ອມດ້ວຍ​ຮອງຫົວໜ້າ​ກົມ​ ແລະ​ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຜ່ານຮ່າງລາຍງານ​ສະພາບ​ເສດຖະກິດ,​ ການສະໜອງ​ ແລະ​ ວິທີແກ້ໄຂລາຄາສິນຄ້າ ແລະ​ ຄ່າ​ບໍລິການ​ທີ່ເພີ່ມຂຶ້ນສູງ​ ພ້ອມທັງປຶກສາຫາລືແລກປ່ຽນ​ ແລະ​ ສະເໜີຄວາມເປັນເອກະພາບຕໍ່ກັບວີທີແກ້ໄຂລາຄາສິນຄ້າ​ເພີ່ມຂຶ້ນ​ສູງ​ ໂດຍສະເພາະຕິດພັນກັບພາລະບົດບາດຂອງກະຊວງ ອຄ.​


ໂອກາດ​ດັ່ງກ່າວ,​ ທ່ານ ພູວຽງ ພົງສາ​ ໄດ້ລາຍງານໃຫ້ຮູ້ກ່ຽວກັບສະພາບເສດຖະກິດຂອງໂລກໃນປັດຈຸບັນວ່າ ທົ່ວໂລກແມ່ນພົບພາວະວິກິດການທາງດ້ານເສດຖະກິດຖົດຖອຍນັບແຕ່ປີ 2019 ເປັນຕົ້ນມາ,​ GDP ຂອງໂລກໃນປີ 2022 ຢູ່ທີ່ 3,6% ຫຼຸດລົງຈາກ 6,1% ໃນປີ 2021.​ ໃນນັ້ນ,​ ສະຫະລັດອາເມລິກາ​ ຫຼຸດລົງຈາກ 5,7% ມາເປັນ 3,7%, ເອີຣົບ ຈາກ 5,3% ມາເປັນ 2,8% ແລະ ສປ​ ຈີນ​ແມ່ນ 8,1% ມາເປັນ 4,4%, ສ່ວນຍີ່ປຸ່ນ ເພີ່ມຂຶ້ນຈາກ 1,6% ມາເປັນ 2,4.​ ໃນຂະນະດຽວກັນນັ້ນ, ອັດຕາເງິນເຟີ້ຂອງໂລກກໍ່ມີແນວໂນ້ມເພີ່ມຂຶ້ນເຊັ່ນດຽວກັນ ຄື: ໃນປີ 2021 ຢູ່ທີ່ 3,4% ເພີ່ມຈາກ 1,94% ໃນປີ 2020.


ໃນປັດຈຸບັນ​ ການລະບາດຂອງເຊື້ອພະຍາດໂຄວິດ-19 ແມ່ນຜ່ອນຄາຍ​ ແລະ​ ບັນດາປະເທດຕ່າງໆໃນທົ່ວໂລກກໍໄດ້ກຽມຄວາມພ້ອມແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດທີ່ເກີດຂຶ້ນໃຫ້ກັບມາຢູ່ສະພາບການປົກກະຕິໂດຍໄວ,​ ແຕ່ໃນທາງກັບກັນສະຖານະການຂອງໂລກຍັງພົບບັນຫາການປະຕິບັດການທະຫານພິເສດຂອງຣັດເຊຍຕໍ່ຢູເຄນ ເຮັດໃຫ້ຫຼາຍປະເທດຂວໍ້າບາດດ້ານເສດຖະກິດຣັດເຊຍ ໂດຍສະເພາະສະຫະພາບເອີຣົບ ແລະ ສະຫະລັດອາເມລິກາ, ບັນຫາດັ່ງກ່າວໄດ້ສ້າງແຮງກົດດັນ ເຮັດໃຫ້ເກີດວິກິດການທາງດ້ານພະລັງງານ ແລະ ສະບຽງອາຫານທີ່ຮຸນແຮງຂຶ້ນ,​ ການຢຸດສົ່ງພະລັງງານນໍ້າມັນເຊື້ອໄຟຂອງຣັດເຊຍ​ ໃຫ້ບັນດາປະເທດສະມາຊິກເອີຣົບ ບວກກັບການບໍ່ເພີ່ມກໍາລັງການຜະລິດຂອງບັນດາປະເທດຜູ້ສະໜອງນໍ້າມັນເຊື້ອໄຟໃນຕ່ອງໂສ້ການສະໜອງຂອງໂລກ ເຮັດໃຫ້ການຊອກຫາແຫຼ່ງພະລັງງານເຊື້ອໄຟດັ່ງກ່າວມີຄວາມຈໍາກັດ ແລະ ໃນເດືອນ ພຶດສະພາ 2022 ເຮັດໃຫ້ມີຫຼາຍກວ່າ 30 ປະເທດທົ່ວໂລກນຳໃຊ້ມາດຕະການຈຳກັດການສົ່ງອອກສະບຽງອາຫານ.


ທ່ານ ພູວຽງ ພົງສາ​ ກ່າວຕື່ມວ່າ: ບັນຫາດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ ສປປ ລາວ ທາງກົງ ແລະ ທາງອ້ອມ ເຖິງແມ່ນວ່າເສດຖະກິດ ຫຼື GDP ຂອງ ສ ປປ ລາວ ຍັງຢູ່ໃນລະດັບດີຂຶ້ນເລັກໜ້ອຍ 4,5% ປີ 2022 ເມື່ອສົມທຽບ ປີ 2021 ທີ່​ 3,5% ເຫັນວ່າ ເພີ່ມຂຶ້ນ 1%.​ ໃນຂະນະອັດຕາເງິນເຟີ້ແມ່ນມີທ່າອ່ຽງເພີ່ມຂຶ້ນສູງ ຢູ່ໃນລະດັບ 9% ໃນໄຕມາດ​ 1 ປີ 2022 ເມື່ອທຽບໄລຍະດຽວກັນ ປີ 2021 ເຫັນວ່າເພີ່ມຂຶ້ນ 5,​25% ແລະ ເພີ່ມຂຶ້ນສູງ ແລະ ກະໂດດເມື່ອທຽບໃນຫຼາຍປີຜ່ານມາ ສົ່ງຜົນເຮັດໃຫ້ສະພາບການຜະລິດ, ດຸນການຄ້າ, ການສະໜອງ ແລະ ລາຄາສິນຄ້າພາຍໃນປະເທດບໍ່ມີສະຖຽນລະພາບ, ມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານທີ່ຕ້ອງໄດ້ແກ້ໄຂ ໂດຍສະເພາະການແກ້ໄຂບັນຫາລາຄາສິນຄ້າ ແລະ ຄ່າບໍລິການສູງ ທີ່ຕິດພັນກັບຂະແໜງ ອຄ.​


ທ່ານ​ ອານຸສັກ ອ່ອນສະຫວັດ ຫົວໜ້າພະແນກຄົ້ນຄວ້າ,​ ວິໄຈ​ ແລະ​ ພະຍາກອນ,​ ກົມການຄ້າພາຍໃນ ໄດ້ລາຍງານກ່ຽວກັບການນໍາເຂົ້າ-ສົ່ງ​ອອກ,​ ການສະໜອງ​ ແລະ​ ລາຄາສິນຄ້າ​ ແລະ​ ສະເໜີທິດທາງແກ້ໄຂໃນຕໍ່ໜ້າ​ ເຊິ່ງ​ທ່ານໄດ້​ລາຍງານ​ ການຄິດໄລ່, ກໍານົດໂຄງປະກອບລາຄາ ແລະ ແຈ້ງການຈັດຕັ້ງປະຕິບັດສິນຄ້າຄວບຄຸມ,​ ລວມເຖິງບາງລາຍການສິນຄ້າທີ່ີບໍ່ນອນຢູ່ໃນບັນຊີຄວບຄຸມ ໃນບັນຊີ ຂ ໂດຍສະເພາະສິນຄ້າຈໍາເປັນ ເຊັ່ນ: ນໍ້າປູ, ນໍ້າປາ, ໝີ່, ນໍ້າມັນພືດ, ນໍ້າຕານ, ແປ້ງນົວ ເປັນຕົ້ນ ແຕ່ມີການເໜັງຕີງເພີ່ມຂຶ້ນສູງ ແລະ ຕໍ່ເນື່ອງ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະການກໍານົດລາຄາ CIF ນໍາເຂົ້າເພື່ອຈໍາໜ່າຍພາຍໃນ ຕິດພັນກັບອັດຕາແລກປ່ຽນ ແລະ ເງິນຕາຕ່າງປະເທດໃນການຊໍາລະ.


ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດ ແຈ້ງການສະບັບເລກທີ 0519/ກຄພນ, ລົງວັນທີ 17 ມິຖຸນາ 2022 ວ່າດ້ວຍການລົງຕິດ ຕາມ, ກວດກາ ການຈໍລະຈອນນໍ້າມັນເຊື້ອໄຟຈາກສາງປໍ້ານໍ້າມັນເຊື້ອໄຟ ແລະ ແຈ້ງການ ສະບັບເລກທີ 0768/ອຄ, ລົງວັນທີ 17 ມິຖຸນາ 2022 ວ່າດ້ວຍການຕິດຕາມ, ກວດກາການແຈກຢາຍສິນຄ້າອຸປະໂພກ-ບໍລິໂພກ, ການຈັດຕັ້ງປະຕິບັດກົນໄກ, ມາດຕະການ ແລະ ລະບຽບການຕ່າງໆຂອງຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ມີຫຼາຍພາກສ່ວນ ຫຼື ຂະແໜງການຕ່າງໆກ່ຽວຂ້ອງຮັບຜິດຊອບ, ການຈັດຕັ້ງປະຕິບັດວຽກງານຊຸກຍູ້ສົ່ງເສີມການຜະລິດພາຍໃນ, ຄຸ້ມຄອງການນຳເຂົ້າ-ສົ່ງອອກ ເພື່ອແກ້ໄຂການສະໜອງສິນຄ້າທີ່ຜະລິດໄດ້ພາຍໃນທົດແທນສິນຄ້ານຳເຂົ້າ. ນອກນີ້, ຍັງມີພະແນກ ອຄ ນະຄອນຫຼວງ ແລະ ແຂວງ ສະເໜີພາບຄວາມຫຍຸ້ງຍາກທີ່ເກີດຂຶ້ນ ເພື່ອໃຫ້ຂັ້ນເທິງມີທິດທາງໃນການແກ້ໄຂ.