“ລາວຊ່ວຍລາວ” ໂດຍ Meta ເປັນປີທີ 2, ເພື່ອສົ່ງເສີມຜູ້ປະກອບການຊາວລາວໃນການເຕີບໂຕສູ່ດິຈີຕອນ

171

2022 ນີ້ເປັນປີທີສອງແລ້ວທີ່ Meta ໄດ້ເປີດໂຕແຄມເປນ ລາວຊ່ວຍລາວໂດຍMeta ຢ່າງເປັນທາງການ, ເຊິ່ງເປັນແຄມເປນເພື່ອເພີ່ມທັກສະດ້ານດິຈີຕອນ ແລະ ສົ່ງເສີມທຸລະກິດໃນທ້ອງຖິ່ນ ເພື່ອເລັ່ງການເຕີບໂຕທາງດິຈີຕອນຂອງພວກເຂົາ, ພາຍຫຼັງທີ່ລາວເຮົາກັບມາເປີດປະເທດອີກຄັ້ງ, ຄຽງຄູ່ກັບທຸລະກິດຕ່າງໆ ແລະ ການທ່ອງທ່ຽວໄດ້ກັບມາຄຶກຄື້ນອີກຄັ້ງໜຶ່ງ.

ໂດຍວັນທີ 12 ກໍລະກົດ 2022 ນີ້ທີ່ນະຄອນຫຼວງວຽງຈັນ Meta ຮ່ວມກັບເຈົ້າພາບອື່ນໆທີ່ຈະຮ່ວມກັນຈັດງານສຳມະນາສຳລັບແຄມເປນ ລາວຊ່ວຍລາວໂດຍMeta ໄດ້ເປີດເຜີຍຕໍ່ສື່ມວນຊົນວ່າ: ແຄມເປນ “ລາວຊ່ວຍລາວໂດຍMeta” ແມ່ນປະສົບການທາງອອນລາຍທີ່ຈະຈັດຂຶ້ນເປັນເວລາ 3 ວັນ ຜ່ານຊຸດວິດີໂອທີ່ເວົ້າເຖິງຄວາມນິຍົມຂອງທຸລະກິດແບບດິຈີຕອນ, ຂໍ້ມູນເຊີງເລິກ, ແລະ ກໍລະນີສຶກສາ ທີ່ແບ່ງປັນໂດຍແບຣນພາຍໃນທ້ອງຖິ່ນຂອງລາວເຮົາ ລວມໄປເຖິງ Worskshop ກໍ່ຄືການຝຶກອົບຮົມອອນລາຍ ທີ່ເປີດໃຫ້ທຸກຄົນສາມາດເຂົ້າຊົມໄດ້.

ນອກຈາກນີ້, ຍັງມີ ຄູ່ມືດຳເນີນທຸລະກິດດິຈີຕອນ ສຸດພິເສດທີ່ເປັນພາສາລາວ ແລະ ເປີດໃຫ້ທຸກທ່ານສາມາດດາວໂຫຼດໄດ້ຟຣີ. ໂດຍມີຈຸດປະສົງເພື່ອສະໜອງວິທີການງ່າຍໆໃຫ້ກັບຜູ້ປະກອບການໃນປະເທດ ທີ່ຕ້ອງການນຳທຸລະກິດຂອງພວກເຂົາສູ່ໂລກອອນລາຍ ໃຫ້ສາມາດປະຕິບັດຕາມໄດ້ ຫຼື ເປັນອັດຕາເລັ່ງໜຶ່ງເພື່ອເພີ່ມໂອກາດທາງທຸລະກິດຂອງພວກເຂົາພາຍຫຼັງການລະບາດຂອງພະຍາດ, ເຊິ່ງຄູ່ມືດຳເນີນທຸລະກິດດິຈີຕອນ ຈາກແຄມເປນ #ລາວຊ່ວຍລາວໂດຍMeta ນີ້, ໄດ້ຖືກອອກແບບມາເປັນພິເສດ ໂດຍ Meta ແລະ ການຮ່ວມມືຈາກ Httpool ລາວ, ເຊິ່ງເປັນຄູ່ຮ່ວມງານດ້ານທຸລະກິດຂອງບໍລິສັດ ທັງເປັນຜູ້ຊ່ຽວຊານດ້ານການຕະຫຼາດດິຈີຕອນອີກດ້ວຍ.

ທ່ານນາງ ອິນດີ ເດວິດສ, Reseller Partner Manager ຂອງ Meta ປະຈຳປະເທດລາວ ແລະ ຕະຫຼາດໃໝ່ ໃນຂົງເຂດອາຊີຕາເວັນອອກສຽງໃຕ້ ກ່າວວ່າ “ເນື່ອງຈາກການທ່ອງທ່ຽວ ແລະ ທຸລະກິດຕ່າງໆກຳລັງກັບມາເປີດໂຕ, ເຊິ່ງເຊື່ອວ່າ ການກັບມາໃນຄັ້ງນີ້ຈະບໍ່ຄືເກົ່າຢ່າງແນ່ນອນ ເມື່ອທຽບກັບຊ່ວງກ່ອນການລະບາດຂອງພະຍາດ. ແລະ ມັນເປັນສິ່ງສຳຄັນສຳລັບທຸລະກິດທຸກຂະໜາດ ທີ່ຈະສືບຕໍ່ຍອມຮັບເສັ້ນທາງສູ່ດິຈີຕອນ ແລະ ເພີ່ມຄວາມສຳພັນກັບລູກຄ້າທີ່ມີຢູ່ແລ້ວນັ້ນໃຫ້ແໜ້ນແຟ້ນຂຶ້ນຕື່ມ, ເຊື່ອມຕໍ່ກັບລູກຄ້າໃໝ່, ແລະ ຮັກສາຄວາມສົມດຸນຂອງທຸລະກິດໄວ້.”

ໜຶ່ງສິນຄ້າທີ່ໄດ້ເຂົ້າຮ່ວມແຄມເປນ ລາວຊ່ວຍລາວ

“ໃນການເປີດໂຕແຄມເປນ #ລາວຊ່ວຍລາວໂດຍMeta ປີທີສອງນີ້, ພວກເຮົາຄາດຫວັງໃຫ້ຜູ້ປະກອບການຊາວລາວ ແລະ SME ສາມາດຮ່ວມກັບຜູ້ຄົນກວ່າ 3.6ລ້ານຄົນ ແລະ 200ລ້ານກວ່າທຸລະກິດໃນທົ່ວໂລກ ທີ່ກຳລັງນໍາໃຊ້ແພັດຟອມຂອງ Meta ເພື່ອສ້າງຄວາມເຕີບໂຕໃນທຸລະກິດຂອງເຂົາເຈົ້າຢູ່. ແຄມເປນດັ່ງກ່າວນີ້ ຈະເວົ້າເຖິງທັກສະທາງດິຈີຕອນ ແລະ ການຝຶກອົບຮົມໃນການເສີມສ້າງຄວາມສາມາດ, ໂດຍສະເພາະໃນຊ່ວງທ້າທາຍສຳລັບການຟື້ນໂຕ ພາຍຫຼັງການລະບາດຂອງພະຍາດໃນທົ່ວໂລກ.

ທ່ານນາງ ເດວິດສ ກ່າວອີກວ່າ: ເຮົາຮູ້ສຶກຕື່ນເຕັ້ນຫຼາຍທີ່ໄດ້ມີໂອກາດຮ່ວມງານກັບຄູ່ຮ່ວມງານໃນພາກພື້ນ ບໍ່ວ່າຈະເປັນ Httpool, ສະມາຄົມການຄ້າໄອຊີທີລາວ, ແລະ InsideLaos ເພື່ອເຮັດໃຫ້ແຄມເປນໃນຄັ້ງນີ້ປະກົດຜົນເປັນຈິງໄດ້.”

ໂດຍການຮ່ວມມືຈາກ Httpool ລາວ, Authorized Reseller Partner ຂອງ Meta ແລະ ຜູ້ຊ່ຽວຊານດ້ານການຕະຫຼາດດິຈີຕອນ, “ເລີ່ມຕັ້ງແຕ່ປີ 2020, ພວກເຮົາໄດ້ເຮັດວຽກຢ່າງໃກ້ຊິດກັບຜູ້ໃຫ້ການໂຄສະນາ ແລະ ທຸລະກິດຕ່າງໆໃນລາວ ຫຼາຍກວ່າ 150 ແຫ່ງ, ເພື່ອຊ່ວຍໃຫ້ພວກເຂົາສາມາດເລັ່ງການຫັນປ່ຽນສູ່ດິຈີຕອນໄດ້. ເຮົາຮູ້ສຶກຕື່ນເຕັ້ນຫຼາຍທີ່ໄດ້ມີສ່ວນຮ່ວມໃນແຄມເປນ #ລາວຊ່ວຍລາວໂດຍMeta ແລະ ເປັນສ່ວນໜຶ່ງໃນຄວາມພະຍາຍາມຂອງ Meta ໃນຄັ້ງນີ້. ເປົ້າໝາຍຂອງເຮົາແມ່ນການເຊື່ອມຕໍ່ແບຣນຕ່າງໆກັບຜູ້ຊົມໃຊ້ ດ້ວຍສື່ແພັດຟອມທີ່ມີຄວາມກ່ຽວຂ້ອງຫຼາຍທີ່ສຸດໃນໂລກ ເປັນຕົ້ນແມ່ນ ແພັດຟອມຕ່າງໆຂອງ Meta, ພ້ອມທັງຊຸກຍູ້ໃຫ້ຜູ້ປະກອບການ ແລະ ວິສາຫະກິດໃນທ້ອງຖິ່ນ, ສາມາດສ້າງລະບົບນິເວດທາງທຸລະກິດຂອງລາວ ດ້ວຍວິທີການທີ່ມີປະສິດທິພາບສູງສຸດຕໍ່ການເຕີບໂຕ.” ທ່ານ ວັນນະເລດ ພິມພະຈັນ, Country Lead – Httpool ລາວ.

ໃນແຄມເປນ #ລາວຊ່ວຍລາວໂດຍMeta ໃນຄັ້ງນີ້, Httpool ລາວ ຈະມີການຈັດຝຶກອົບຮົມສຸດພິເສດສຳລັບທຸລະກິດຕ່າງໆ ເຊິ່ງທຸກທ່ານສາມາດຮັບຊົມໄດ້ຟຣີ. (ສາມາດເບິ່ງຂໍ້ມູນລາຍການ ແລະ ວາລະເຕັມໆໄດ້ທີ່ ຄູ່ມືສຳລັບສື່ມວນຊົນໃນເອກະສານຄັດຕິດລູ່ມນີ້)

ອີກໜຶ່ງໄຮໄລທ໌ສຸດພິເສດຈາກແຄມເປນ #ລາວຊ່ວຍລາວໂດຍMeta ໃນຄັ້ງນີ້, ແມ່ນເຮົາໄດ້ຮັບການຮ່ວມມືຈາກຜູ້ນຳດ້ານການພັດທະນາທັກສະໃຫ້ກັບ SME ໃນລາວ, ທ່ານ ທະນູສອນ ພົນອາມາດ, ປະທານສະມາຄົມການຄ້າໄອຊີທີລາວ. “ອີງຕາມຜົນສຳຫຼວດເສດຖະກິດທົ່ວປະເທດຂອງປີ 2020, SME ແມ່ນກວມເອົາອັດຕາສ່ວນໃຫຍ່ຈາກ 133,997 ຫົວໜ່ວຍທຸລະກິດໃນລາວ ເຊິ່ງກວມເອົາເຖິງ 99.8% ຂອງຫົວໜ່ວຍທຸລະກິດທັງໝົດ ແລະ ນີ້ແມ່ນເຫດຜົນທີ່ເປັນຫຍັງເຮົາຈຶ່ງເຫັນວ່າ SME ມີບົດບາດສຳຄັນທີ່ສຸດໃນການຂັບເຄື່ອນເສດຖະກິດສັງຄົມຂອງປະເທດ.


ປະຈຸບັນ, ປະເທດລາວເຮົາໄດ້ກັບມາເປີດຄືນອີກຄັ້ງ ພາຍຫຼັງການແຜ່ລະບາດທີ່ແກ່ຍາວ ເຊິ່ງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດຂອງປະເທດ. ແນວໃດກໍຕາມ, ມັນກໍໄດ້ສ້າງໂອກາດສຳລັບ SME, ໂດຍສະເພາະຂະແໜງການຂາຍ ແລະ ການບໍລິການ, ທີ່ຈໍາເປັນຕ້ອງປັບຕົວ ແລະ ຫັນສູ່ອອນລາຍ. ມັນເປັນສິ່ງສຳຄັນຫຼາຍສຳລັບ SME ໃນການເພີ່ມທັກສະທາງດິຈີຕອນເພື່ອແຂ່ງຂັນໃນຕະຫຼາດ ແລະ ຢູ່ລອດ. ໃນໄລຍະຂອງການຟື້ນຟູແບບນີ້, ເຮົາໄດ້ເຫັນທຸລະກິດຕ່າງໆຫັນເປັນດິຈີຕອນຫຼາຍຂຶ້ນ ແລະ ນຳໃຊ້ເຄື່ອງມືທາງດິຈີຕອນເພື່ອສ້າງການເຕີບໂຕໃນທຸລະກິດຂອງເຂົາເຈົ້າ. ການຮ່ວມມືກັບ Meta ແມ່ນສອດຄ່ອງກັບພາລະກິດຫຼັກຂອງ LICA ແລະ ນັບວ່າເປັນໂອກາດອັນດີສຳລັບ SME ໃນທ້ອງຖິ່ນ ໃນການຮຽນຮູ້ ແລະ ພັດທະນາທັກສະເພື່ອສາມາດເຕີບໂຕໃນເສັ້ນທາງດິຈີຕອນໄດ້.”

ເພື່ອເຮັດໃຫ້ປະສົບການອອນລາຍທັງ 3ມື້ ຈາກແຄມເປນ #ລາວຊ່ວຍລາວໂດຍMeta ໃນຄັ້ງນີ້ມີຄວາມໝາຍຍິ່ງຂຶ້ນ, ເຮົາຍັງມີຊ່ວງການສົນທະນາສຸດພິເສດກັບຜູ້ປະກອບການ ແລະ ເຈົ້າຂອງແບຣນທີ່ກຳລັງມີຊື່ສຽງໃນທ້ອງຖິ່ນ ເປັນຕົ້ນແມ່ນ Saya Brand, Panlana Candle & Co, ແລະ ໝູຢໍ່ປ້າລີ, ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບເສັ້ນທາງສູ່ດິຈີຕອນ ແລະ ຂໍ້ມູນເຊີງເລິກ ທີ່ຈະແບ່ງປັນກັບຊຸມຊົນທຸລະກິດ ໂດຍສະເພາະຜູ້ທີ່ກຳລັງລິເລີ່ມສ້າງຕົວຕົນເທິງໂລກອອນລາຍ.

ນີ້ເປັນຕົວຢ່າງສິນຄ້າທີ່ໄດ້ທົດລອງທຸລະກິດໂດຍຜ່ານ ແຄມເປນ ລາວຊ່ວຍລາວໂດຍ Meta ຜ່ານມາ ແລະຈະມາຮ່ວມແບ່ງປັນປະສົນການໃນງານສຳມະນານຳ

ບັນດາທຸລະກິດ, ຜູ້ປະກອບການ ແລະ ທຸກໆທ່ານ ສາມາດຮັບຊົມປະສົບການອອນລາຍທັງ 3ມື້ ຈາກແຄມເປນ #ລາວຊ່ວຍລາວໂດຍMeta ໃນຄັ້ງນີ້ໄດ້ຟຣີ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆ. ເຊິ່ງແຄມເປນນີ້ຈະມາໃນຮູບແບບຂອງຊຸດວິດີໂອສຸດພິເສດ ແລະ ການຝຶກອົບຮົມທີ່ມາພ້ອມກັບຊ່ວງການຖາມ-ຕອບ ຜ່ານເພຈ InsideLaos ເຊິ່ງເປັນຄູ່ຮ່ວມສື່ຂອງ Meta ໄດ້ຕັ້ງແຕ່ວັນທີ 14 ຫາ 16 (ວັນພະຫັດ ຫາ ວັນເສົາ). ມາແບ່ງປັນຂໍ້ມູນ ແລະ ເນື້ອຫາດີໆແບບນີ້ກັບຊຸມຊົນຂອງທ່ານ ແລະ ສ້າງແຮງບັນດານໃຈໃຫ້ກັບເຈົ້າຂອງທຸລະກິດທີ່ທ່ານຮູ້ຈັກຜ່ານ Hashtag #ລາວຊ່ວຍລາວໂດຍMeta #LaoHelpLaobyMeta

ແລະ ຢ່າລືມຕິດຕາມເພຈ InsideLaos ເພື່ອທີ່ຈະບໍ່ພາດກິດຈະກຳດີໆຈາກແຄມເປນ #ລາວຊ່ວຍລາວໂດຍMeta ຕັ້ງແຕ່ວັນທີ 14 ຫາ 16 ກໍລະກົດ, ເວລາ 16:00 ໂມງ.