POW ລົງນາມຮ່ວມກັບ BIGBLUE ເພື່ອນຳເອົາຜະລິດຕະພັນອາຫານເສີມຈາກຜັກຄາວທອງບຸກຕະຫຼາດລາວ

120

ໃນວັນທີ 8 ກໍລະກົດ 2022 ທີ່ໂຮງແຮມ ລາວພລາຊາ (Lao Plaza) ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມການຮ່ວມມືລະຫວ່າງ ບໍລິສັດ ຟ້າໃຫຍ່ມີເດຍ ຈຳກັດ (Bigblue Agency Laos) ແລະ ບໍລິສັດ ພາວມິຣາໂຄ (Pow Miracle co.,LTD) ເພື່ອຂະຫຍາຍທຸລະກິດມາຍັງ ສປປ ລາວ. ໂດຍມີທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ມີປະທານສະຄົມນັກແຫ່ງຊາດລາວ, ຕາງໜ້າສະພາການຄ້ານະຄອນຫຼວງ, ພະແນກສາທາລະນະສຸກນະຄອນຫຼວງ ພ້ອມດ້ວຍພວກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ອະທິຊາດ ຊຸມນານົນ (ອ້ຳ ອະທິຊາດ) ຜູ້ກໍ່ຕັ້ງ ແລະ ເປັນປະທານບໍລິສັດ ພາວ ມິຣາໂຄ ຈໍາກັດ (Pow Miracle co.,LTD) ປະເທດໄທ ເປີດເຜີຍວ່າ ບໍລິສັດໄດ້ເຊັນສັນຍາຕົກລົງຮ່ວມກັບ ບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ (Bigblue Agency Laos) ໃນການຂະຫຍາຍຖານທຸລະກິດສະໝຸນໄພຜັກຄາວທອງ ເພື່ອມຸ່ງໜ້າບຸກຕະຫຼາດເພື່ອນບ້ານເຊັ່ນ ສປປ ລາວ ໂດຍການເປັນພັນທະມິດດ້ານການເຮັດການຕະຫຼາດຜ່ານຊ່ອງທາງສື່ໂຄສະນາປະຊາສໍາພັນຂອງ BIGBLUE ເຊິ່ງເປັນຜູ້ນໍາໃນດ້ານທຸລະກິດການໃຫ້ບໍລິການສື່ໂຄສະນາກາງແຈ້ງອັນດັບຕົ້ນໆໃນ ສປປ ລາວ.

ໂດຍໃນການຮ່ວມມືກັນໃນຄັ້ງນີ້ ພາວ ມິຣາໂຄ ໄດ້ນໍາຜະລິດຕະພັນສະໝຸນໄພຜັກຄາວທອງສະກັດແບບເຂັ້ມຂຸ້ນ ທັງ ພາວເດີລ່າ (ຜົງຜັກຄາວທອງແບບຊອງ), ພາວ ເຮີເບີ ແຄັບຊູນ (ແບບເມັດ) ແລະ ສະເປຜົ່ນປາກ ທີ່ມີສ່ວນປະສົມຂອງສະໝຸນໄພຜັກຄາວທອງ ໂພພໍລີສ໌ ເປັບເປີ້ມີ້ນ ແລະ ສະເປມີ້ນ ມີຄົວຊິຕິນ ຊ່ວຍຕ້ານເຊື້ອໄວຣັດ ຫຼຸດບັນຫາໃນຊ່ອງປາກ ລົມຫາຍໃຈສົດຊື່ນ ມາວາງຈໍາໜ່າຍໃຫ້ກຸ່ມລູກຄ້າໃນເຂດພື້ນທີ່ ສປປ ລາວ ໄດ້ມີທາງເລືອກໃນການນໍາຜະລິດຕະພັນສະໝຸນໄພຄຸນນະພາບທີ່ດີມາໃຊ້ເພື່ີອສຸຂະພາບ ໂດຍຈະເຮັດໃຫ້ການໂຄສະນາປະຊາສໍາພັນຜະລິດຕະພັນເພື່ອສ້າງການຮັບຮູ້ ແລະ ເນັ້ນຢໍ້າເຖິງປະໂຫຍດຕ່າງໆສອງສະໝຸນໄພຜັກຄາວທອງຜ່ານສື່ໂຄສະນາປະຊາສໍາພັນຂອງ BIGBLUE ທີ່ມີຄວບຄຸມທຸກພື້ນທີ່ໃນ ສປປ ລາວ.


ທ່ານ ອະທິຊາດ ກ່າວວ່າ “ການຮ່ວມມືກັບ BIGBLUE ໃນຄັ້ງນີ້ໝັ້ນໃຈວ່າຊ່ອງທາງການປະຊາສໍາພັນໃນສື່ຕ່າງໆ ນອກຈາກຈະຄວບຄຸມພື້ນທີ່ ແລະ ສ້າງການຮັບຮູ້ໄປສູ່ກຸ່ມເປົ້າໝາຍແລ້ວ ຍັງເຊື່ອວ່າຈະສາມາດກະຈາຍການຮັບຮູ້ກ່ຽວກັບຜະລິດຕະພັນຂອງເຮົາໄດ້ເປັນຢ່າງດີ ທັງໃນດ້ານຂອງການວິໄຈ ແລະ ພັດທະນາຜະລິດຕະພັນ ຄຸນປະໂຫຍດຕ່າງໆ ຂອງສະໝຸນໄພຜັກຄາວທອງ ໂດຍຜະລິດຕະພັນຂອງບໍລິສັດໄດ້ເລີ່ມສຶກສາວິໄຈ ແລະ ພັດທະນາເຈາະເລິກຕັ້ງແຕ່ວິເຄາະຄຸນຄ່າທາງໂພຊະນາການ ແລະ ລິດຕ້ານອະນຸມູນອິດສະຫຼະ ມາຕັ້ງແຕ່ປີ 2011 ຈົນເຖິງປັດຈຸບັນ ໂດຍໄດ້ຮັບລາງວັນນະວັດຕະກໍາໄທ ແຫ່ງທໍາອິດທີ່ໄດ້ 2 ໃບຮັບຮອງ ແລະ 4 ງານວິໄຈຮ່ວມກັບບໍລິສັດຜູ້ຜະລິດມາດຕະຖານສາກົນ ແລະ ມະຫາວິທະຍາໄລຊຽງໃໝ່ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໝັ້ນໃຈໃຫ້ກັບກຸ່ມຜູ້ບໍລິໂພກຂອງ ສປປ ລາວ”.


ທ່ານ ສັນທະລັກ ຈ່າສານ ຜູ້ອໍານວຍການໃຫຍ່ ບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ (BigBlue Agency Laos) ເປີດເຜີຍວ່າ ບໍລິສັດດໍາເນີນທຸລະກິດເປັນຜູ້ໃຫ້ບໍລິການສື່ໂຄສະນາ ແລະ ປະຊາສໍາພັນ ອັນດັບຕົ້ນໆໃນ ສປປ ລາວ ແລະ ມີສື່ອອນລາຍເປັນຂອງຕົວເອງເຊັ່ນ: InsideLaos ປັດຈຸບັນມີຜູ້ຕິດຕາມຈໍານວນ 2 ແສນກວ່າຄົນ ສໍາລັບສື່ໂຄສະນາກາງແຈ້ງຂອງບໍລິສັດກໍ່ຕັ້ງຢູ່ໃນພື້ນທີ່ສໍາຄັນ ແລະ ເປັນພື້ນທີ່ຍຸດທະສາດຄວບຄຸມໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງເຊັ່ນວ່າ: ສະຫວັນນະເຂດ ແຂວງຫຼວງພະບາງ ແລະ ແຂວງຄໍາມ່ວນ.


“ບໍລິສັດ BigBlue Agency Laos ດໍາເນີນທຸລະກິດມາ 16 ປີ ແລະ ເປັນຜູ້ໃຫ້ບໍລິການທາງດ້ານສື່ໂຄສະນາ ແລະ ປະຊາສໍາພັນອັນດັບຕົ້ນໆຂອງປະເທດ ໃຫ້ບໍລິການປ້າຍໂຄສະນາແມ່ນຢູ່ຕາມຈຸດສໍາຄັນທົ່ວ ສປປ.ລາວ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າສໍາຄັນ ເຊັ່ນ: SCG, Heineken, LDB Bank, PTT ແລະ ປັດຈຸບັນຍັງໄດ້ຮັບການຕອບຮັບທີ່ດີຈາກລູກຄ້າເຊັ່ນກັນ” ທ່ານ ສັນທະລັກ ກ່າວ.


ດຣ. ສົມພົບ ສັກພັນພະນົມ ຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ເປີດເຜີຍວ່າ ໃນຖານະທີ່ປຶກສາທາງການເງິນຂອງ BigBlue ຮູ້ສຶກຍິນດີທີ່ທັງສອງບໍລິສັດໄດ້ຮ່ວມລົງນາມເຊັນ MOU ໃນຄັ້ງນີ້ ເນື່ອງຈາກທັງສອງບໍລິສັດມີຈຸດແຂງທີ່ຈະເສີມສ້າງເກື້ອກູນກັນ ແລະ ກັນ ທັ້ງນີ້ເຊື່ອວ່າຄວາມຮ່ວມມືໃນຄັ້ງນີ້ຈະເປັນຈຸດເລີ່ມຕົ້ນໃນການເສີມສ້າງຄວາມແຂງແກ່ງທັງຍອດຂາຍ ແລະ ລາຍໄດ້ໃຫ້ເຕີບໂຕໃນອານາຄົດ.